spot_img
Homeຂ່າວຕ່າງປະເທດຄົ້ນພົບຊາກໂຮງງານເຄື່ອງປັ້ນດິນເຜົາຂະໜາດໃຫຍ່ຈາກຍຸກຈັກກະພັດໂລມັນຕອນຕົ້ນ

ຄົ້ນພົບຊາກໂຮງງານເຄື່ອງປັ້ນດິນເຜົາຂະໜາດໃຫຍ່ຈາກຍຸກຈັກກະພັດໂລມັນຕອນຕົ້ນ

Published on

ອີງຕາມສຳສນັກງານ ຊິນຫົວ ລາຍງານວ່າ: ກະຊວງການທ່ອງທ່ຽວ ແລະ ບູຮານວັດຖຸອີຢິບ ເປີດເຜີຍວ່າໄດ້ຄົ້ນພົບຊາກໂຮງງານເຄື່ອງປັ້ນດິນເຜົາຂະໜາດໃຫຍ່ຈາກຍຸກຈັກກະພັດໂລມັນຕອນຕົ້ນ ໂດຍນັກບູຮານຄະດີຊາບອີຢິບໃນພຶ້ທີ່ທາເບດ ແມດໂທ ທາງຕາເວັນອອກຂອງເມືອງອາເລັກຊານເດຍ.

ທ່ານ ມໍສຕາຟາ ວາຊິລິ ເລຂາທິການສະພາສູງດ້ານບູຮານຄະດີແຫ່ງອີຢິບ (ເອັດຊີເອ) ກ່າວວ່າ ໂຮງງານນີ້ປະກອບດ້ວຍເຕົາເຜົາກຸ່ມໜຶ່ງ ເຊິ່ງສອງເຕົາເຜົານີ້ໄດ້ຖືກແກະສະລັກໄວ້ເທິງກຳແພງຫີນ ແລະ ເຕົາເຜົາໜຶ່ງຢູ່ໃນສະພາບດີ.

ທ່ານ ໄອມານ ອັດມາໄວ ຫົວຫນ້າພາກບູຮານຄະດີຈາກສະພາສູງ ກ່າວວ່າ: ຄະນະນັກບູຮານຄະດີຍັງພົບສິ່ງກໍ່ສ້າງອີກແຫ່ງໜຶ່ງຊຶ່ງຕັັ້ງຢູ່ທາງໃຕ້ຂອງເຕົາເຜົາສອງເຕົາທີ່ກ່າວມາຂ້າງຕົ້ນ ແລະ ອາດເຄີຍໃຊ້ເກັບເຄື່ອງມືທີ່ໃຊ້ງານປະຈຳ ເນື່ອງຈາກມີອຸປະກອນເຮັດອາຫານ ແລະ ເຄື່ອງໃຊ້ເຖິງໂຕະອາຫານຈຳນວນຫຼາຍຢູ່ພາຍໃນ.

ຂະນະດຽວກັນ ທ່ານ ອິບຣາຮິມ ມໍສຕາຟາ ຫົວຫນ້າພະລະກິດບູຮານຄະດີນີ້ເວົ້າເສີມອີກວ່າ: ມີການຂຸດພົບຫຼຽນສະສົມ ເຊິ່ງມີພາບຂອງອະເລັກຊານເດີມະຫາລາດ ເທບພະເຈົ້າຊູສ ແລະ ພະລາຊິນີກລີໂອພັດຕາ ສ່ວນໃຫຍ່ແລ້ວແມ່ນມາຈາກຍຸກຮາຊອານາຈັກ ທໍເລມີ (Ptolemaic era).

ບົດຄວາມຫຼ້າສຸດ

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025 ໃນອາທິດຜ່ານມາ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ...