spot_img
Homeຂ່າວຕ່າງປະເທດຣັດ​ເຊຍ​ແຕ່ງ​ຕັ້ງ​ນາຍ​ພົນ​ຄົນໃໝ່

ຣັດ​ເຊຍ​ແຕ່ງ​ຕັ້ງ​ນາຍ​ພົນ​ຄົນໃໝ່

Published on

ຣັດ​ເຊຍ​ແຕ່ງ​ຕັ້ງ​ນາຍ​ພົນ​ທີ່​ມີ​ປະ​ຫວັດ​ສາດ​ຂອງ​ຄວາມ​ໂຫດ​ຮ້າຍ​ຕໍ່​ພົນ​ລະ​ເຮືອນ​ໃນ​ສົງ​ຄາມ ຊີເຣຍ (Syrian)​ ກາຍເປັນຜູ້ບັນຊາການສົງຄາມຢູເຄຣນຄົນໃໝ່.

ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ປະ​ເທດ​ຂັ້ນ​ສູງ​ຂອງ​ອາ​ເມ​ລິ​ກາ​ລາຍ​ງານ​ວ່າ: ຣັດ​ເຊຍ​ໄດ້​ແຕ່ງ​ຕັ້ງ​ຜູ້​ບັນ​ຊາ​ການປະຕິບັດການພິເສດທາງທະຫານໃນຢູເຄຣນຄົນໃໝ່​ ຫຼັງ​ຈາກ​ຢູ​ເຄຣນຄາດ​ວ່າ​ຣັດ​ເຊຍ​ຈະ​ປັບ​ຍຸດ​ທະ​ສາດເນັ້ນໂຈມ​ຕີ​ຢູ່​ເຂດ ດອນບາສ (Donbas) ຫຼືຫຼາຍກວ່າພາກຕາເວັນອອກຂອງຢູເຄຣນ.

ຜູ້ບັນຊາການຄົນໃໝ່ແມ່ນ ທ່ານ ອາເລັກຊານເດີ ດໍວໍນິຄອຟ (Alexander Dwarnikov) ​ເຈົ້າ​ໜ້າ​ທີ່ທາງທະຫານລະດັບສູງ ແລະ ມີປະສົບການຫຼາຍໃນໄວອາຍຸ 60 ປີ ເຄີຍມີຜົນງານດີເດັ່ນໃນສົງຄາມຊີເຣຍ ແຕ່ໃນຂະນະດຽວກັນກໍຍັງມີປະຫວັດຄວາມໂຫດຮ້າຍຕໍ່ພົນລະເຮືອນຢູ່ໃນຊີເຣຍ.

ດໍວໍນິຄອຟ ໄດ້ເລີ່ມຕົ້ນການເຮັດວຽກທາງທະຫານໃນປີ 1982 ໃນຖານະຜູ້ນໍາກອງພົນແລະ ໄຕ່ເຕົ້າຊຶ້ນມາເລື້ອຍໆ ເຊິ່ງມີສ່ວນຮ່ວມໃນສົງຄາມ Chechen ຄັ້ງທີສອງຊ່ວງປີ 1999-2009 ແລະ ມີຊື່ສຽງສໍາລັບການນໍາພາກອງທັບຣັດເຊຍໃນ​ໃນ​ສົງຄາມ​ຊີ​ເຣຍ​ປີ 2015.

​ໃນ​ສົງຄາມ​ຊີ​ເຣຍ ພາຍໃຕ້ຄໍາສັ່ງຂອງ ດໍວໍນິຄອຟ ກອງທັບຣັດ​ເຊຍ​ໃນ​ຊີ​ເຣຍ​ເປັນ​ທີ່​ຮູ້​ຈັກ​ໃນ​ການ​ປາບ​ປາມ​ຜູ້ເຫັນຕ່າງ​ຈາກຣັດ​ເຊຍ ໂດຍຣັດ​ເຊຍຈະ​ທຳລາຍ​ເມືອງ ໂຈມຕີດ້ວຍປືນໃຫຍ່ ແລະ ຖິ້ມລະເບີດ ​ເຮັດ​ໃຫ້​ພົນລະ​ເຮືອນ​ຊີ​ເຣຍຫຼາຍ​ລ້ານ​ຄົນ​ໄດ້​ອົບ​ພະຍົບ​ໜີ ສະຫະປະຊາຊາດກ່າວວ່າ: ສົງຄາມ​ໃນ​ຊີ​ເຣຍ​ທີ່​ແກ່ຍາວ​ມາ​ເປັນ​ທົດ​ສະ​ວັດ​ໄດ້​ສັງຫານ​ປະຊາຊົນ​ຫລາຍ​ກວ່າ 350,000 ຄົນ.

ການ​ຕັດສິນ​ໃຈ​ຂອງ​ຣັດ​ເຊຍ​ທີ່​ຈະ​ແຕ່ງ​ຕັ້ງ​ຜູ້ນຳ​ທະຫານ​ຄົນ​ໃໝ່​ມີ​ຂຶ້ນ​ໃນ​ຂະນະ​ທີ່ຣັດ​ເຊຍ​ປັບ​ຍຸດ​ທະ​ສາດ​ຂອງ​ຕົນ. ​ໄດ້​ສຸມ​ໃສ່​ບຸກ​ໂຈມ​ຕີ ​ແລະ ຂະຫຍາຍ​ເຂດ​ຄວບ​ຄຸມ​ໂດຍ​ລັດ​ເຊຍ ຢູ່​ພາກ​ຕາ​ເວັນ​ອອກ ​ແລະ ພາກ​ໃຕ້ ຂອງຢູ​ເຄຣນ ລວມທັງພາກພື້ນ ດອນບາສ Donbas ຫຼັງ​ຈາກ​ການ​ໂຈມ​ຕີ​ນະ​ຄອນ​ຫຼວງ Kiev ທາງ​ພາກ​ເໜືອ​ຂອງ​ຢູ​ເຄ​ຣນບໍ່ປະສົບຄວາມສຳເລັດ.

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...