spot_img
Homeຂ່າວຕ່າງປະເທດຣັດເຊຍຖືກຂັບອອກຈາກສະພາສິດ​ທິ​ມະ​ນຸດ

ຣັດເຊຍຖືກຂັບອອກຈາກສະພາສິດ​ທິ​ມະ​ນຸດ

Published on

ຣັດເຊຍຖືກຂັບອອກຈາກ UNHRC ຫຼັງສະມາຊິກລົງຄະແນນສຽງເກີນ 2 ໃນ 3 ຂະນະທີ່ລາວຄັດຄ້ານ

ອີງຕາມການລາຍງານສຳນັກຂ່າວ ToDay ລາຍງານໃນວັນທີ 7 ເມສາ 2022 ສະມັດຊາໃຫຍ່ສະຫະປະຊາຊາດຕັດສິນໃຈລົງຄະແນນສຽງຂັບຣັດເຊຍອອກຈາກສະພາສິດທິມະນຸດ ແຫ່ງສະຫະປະຊາຊາດ ( UNHRC ) ຈາກກໍລະນີທີ່ມີລາຍງານວ່າກອງທັບຣັດເຊຍໄດ້ເຮັດການລະເມີດສິທິມະນຸດໃນລະຫວ່າງການບຸກໂຈມຕີຢູເຄຣນ.

ກອງປະຊຸມໄດ້ເປີດໃຫ້ສະມາຊິກລົງມະຕິອອກສຽງຜົນປາກົດວ່າມີ 93 ປະເທດເຫັນດີ 24 ປະເທດຄັດຄ້ານ ແລະ ອີກ 58 ປະເທດງົດອອກສຽງ.

ພາຍຫລັງຈາກການນລົງຄະແນນສຽງ ທ່ານ ເກນນະດີ ຄຸສະມິນ ຮອງເອກອັກຄຣາຊທູດຜູ້ແທນຣັດເຊຍປະຈຳສະຫະປະຊາຊາດ ເປີດເຜີຍວ່າ ເປັນການກະທຳທີ່ບໍ່ເຫັນດີດ້ວຍກົດໝາຍ ແລະ ແຮງບັນດານໃຈຈາກທາງການເມືອງ ແລະ ປະກາດວ່າ ຣັດເຊັຍຕັດສິນໃຈລາອອກຈາກສະພາສິດທິມະນຸດຊົນ.

ສະນັ້ນເມື່ອມີິຊາດ​ທີ່​ອອກ​ສຽງ​ເຫັນ​ດີ 93 ຊາດສົ່ງຜົນໃຫ້​ກອງ​ປະ​ຊຸມ​ຮັບ​ຮອງ​ການລົງຄະແນນສຽງໃຫ້ລະງັບການເປັນສະມາຊິກຂອງຣັດເຊຍ​ໃນ​ສະພາສິດ​ທິ​ມະ​ນຸດ.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...