spot_img
Homeຂ່າວຕ່າງປະເທດOpenAI ເປີດໂຕ DALL-E ໂປແກຣມ ສ້າງຮູບພາບຈາກຄຳເວົ້າໄດ້

OpenAI ເປີດໂຕ DALL-E ໂປແກຣມ ສ້າງຮູບພາບຈາກຄຳເວົ້າໄດ້

Published on

ບໍລິສັດ OpenAI ທີ່ຮ່ວມສ້າງໂດຍ Elon Musk ແລະໄດ້ຮັບການສະຫນັບສະຫນູນຈາກ Microsoft ເປີດໂຕ DALL-E ໂປແກຣມ GPT-3 ຊື່ງສາມາດສ້າງສັນຮູບພາບຈາກຄຳອາທິບາຍລາຍລະອຽດໄດ້.

Dell-E ສາມາດສ້າງພາບຕາມຄຳບອກໄດ້ ຕົວຢ່າງເຊັ່ນ: ຖ້າເຮົາຕ້ອງການຮູບແມວທີ່ເຮັດຈາກທີ່ຊູຊິ ຫຼື ພາບລວມຕ່າງໆຂອງສັດ ໂປຣແກຣມສ້າງສັນມາໃຫ້ ນອກຈາກນີ້ໂປແກຣມຍັງສາມາດແຕ້ມພາບລວມສຶ່ງທ່ີ່ເຮົາຕ້ອງການເຂົ້າດ້ວຍກັນໃນມຸມມອງທີ່ແຕກຕ່າງກັນລວມເຖິງການຕັດພາບ ແບບ Cutaway ແລະ ມຸມມອງພາຍໃນອີກດ້ວຍ.

ນອກຈາກນັ້ນ OpenAI ໄດ້ຮັບຜົນປະໂຫຍດຈາກອີກໜຶ່ງຄວາມສາມາດທີ່ເອີ້ນວ່າ: Zero-shot reasoning ຄວາມສາມາດນີ້ເຮັດໃຫ້ AI ສາມາດຜະລິດຜົນຕາມຄຳອະທິບາຍໄດ້ໂດຍທີ່ບໍ່ຕ້ອງຝຶກສອນເຮັດໃຫ້ AI ສາມາດແປວຽກ ແລະ ເຮັດວຽກອື່ນໆໄດ້ດ້ວຍຄວາມສາມາດນີ້.

ຊື່ຂອງ DALL-E ນີ້ເປັນໄດ້ແຮງບັນດານຈາກສິລະປິນ Salvador Dalí ແລະຮູບເງົາຂອງ Pixar ເລື່ອງ WALL-E ນັ້ນເອງໂດຍລະບົບຂອງ DALL-E ຈະເຮັດການສ້າງພາບສະທ້ອນກັບຮູບແບບງານຂອງ Dalí ມາສູ່ພາບຈາກໂລກຂອງຄວາມຈິງ. ປັດຈຸບັນນີ້ຍັງສາມາດເຮັດວຽກຮ່ວມກັບ 3D Rendering Engine ເພື່ອສ້າງພາບ 3D ຈາກຂໍ້ຄວາມໄດ້

ໃນອານາຄົດ Dell-E ອາດກາຍເປັນຕົ້ນແບບໂປແກຣມເພື່ອວິເຄາະຂໍ້ມູນຕ່າງໆເຊັ່ນ ຜົນກະທົບທາງເສດຖະກິດຕໍ່ກຂະບວນການເຮັັດວຽກວະຊາຊີບ ຫຼື ປະເດັນທາງສັງຄົມອື່ນໆເປັນຕົ້ນ.

ຂໍ້ມູນຈາກ:The Machine

ບົດຄວາມຫຼ້າສຸດ

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...