spot_img
Homeຄວາມງາມຢາຄຸມສຸກເສີນ ເລື່ອງແທ້ທີ່ຜູ້ຍິງມັກ ເຂົ້າໃຈຜິດ!

ຢາຄຸມສຸກເສີນ ເລື່ອງແທ້ທີ່ຜູ້ຍິງມັກ ເຂົ້າໃຈຜິດ!

Published on

pill-450x299

ມີ​ຄວາມ​ເຂົ້າໃຈ​ບໍ່​ຖືກ​ຕ້ອງ​ກ່ຽວ​ກັບ​ຢາ​ຄຸມ​ສຸກ​ເ​ສີນ​ຫລາຍ​ປະ​ການ ເຊິ່ງ​ສາວໆ​ຄົນມັກ​ເຂົ້າໃຈ​ຜິດ ​ຫລື ​ບໍ່​ເຄີຍ​ຮູ້​ມາ​ກ່ອນ​ເລີຍ ການ​ໃຊ້​ຢາ​ຄຸມ​ສຸກ​ເສີນ​ຈະ​ມີ​ປະໂຫຍດ​ຫາກ​ສາວໆ​ໃຊ້​ຢ່າງ​ຖືກ​ຕ້ອງ

  1. ມີ​ຄວາມ​ເຂົ້າໃຈ​ວ່າ​ໃຊ້ ຢາ​ຄຸມ​ສຸກ​ເສີນ ເພື່ອ​ຄຸມ​ກຳ​ເນີດ​ໄລຍະ​ຍາວ​ໄດ້​ ຄວາມ​ເຂົ້າໃຈ​ນີ້​ບໍ່​ຖືກ​ຕ້ອງ ຖ້າຫາກ​ຜົວເມຍ​ທີ່​ຍັງ​ບໍ່​ພ້ອມ​ມີ​ລູກ​ແຕ່​ຕ້ອງ​ການ​ຄຸມ​ກຳ​ເນີດ​ໃນ​ໄລ​ຍະ​ຍາວ ມີ​ວິທີ​ຄຸມ​ກຳ​ເນີດ​ທີ່​ເໝາະ​ສົມ​ ແລະ ​ມີ​ປະ​ສິດ​ທິ​ພາບ​ຫລາຍກວ່າ​ເຊັ່ນ ການ​ກິນ​ຢາ​ຄຸມ​ກຳ​ເນີດ​ແບບ​ປົກກະຕິ​ຊະນິດ​ເມັດ ໂດຍ​ກິນ​ທຸກ​ມື້​ມື້​ລະ 1 ເມັດ ນອກ​ຈາກ​ນີ້ ການ​ກິນ​ຢາ​ຄຸມ​ສຸກ​ເສີນ​ເປັນ​ປະຈຳ​ຈະ​ພົບ​ອາການ​ຂ້າງ​ຄຽງ​ສູງ ເຊັ່ນ ເຈັບ​ຫົວ ຄື້ນ​ໄສ້ ຮາກ ເລືອດ​ອອກ​ບໍ່ປົກກະຕິ ລວມ​ທັງ​ພົບ​ຄວາມ​ສ່ຽງ​ໃນ​ການ​ເກີດ​ອຸ​ບັດເຫດ​ການ​ຖືພາ​ນອກ​ມົດລູກ​ເພີ່ມ​ຂຶ້ນ
  2. ມີ​ຄວາມ​ເຂົ້າໃຈ​ວ່າ ຢາ​ຄຸມ​ສຸກ​ເສີນ ເປັນ​ຢາ​ເຮັດ​ໃຫ້ລຸລູກຄວາມ​ເຂົ້າໃຈ​ນີ້​ເປັນ​ຄວາມ​ເຂົ້າໃຈ​ທີ່​ຜິດ ຢາ​ຄຸມ​ສຸກ​ເສີນ​ສາມາດ​ປ້ອງ​ກັນ​ການຖືພາ​ໄດ້​ເທົ່າ​ນັ້ນ ນັ້ນ​ຄື​ຕ້ອງ​ໄດ້​ຢາ​ເຂົ້າໄປ​ໃນ​ຮ່າງກາຍ​ກ່ອນທີ່ຈະ​ມີ​ການ​ຝັງ​ໂຕ​ຂອງ​ໄຂ່​ທີ່​ເຍື່ອ​ຫົ້ມ​ມົດລູກ ແຕ່​ຫາກ​ໄຂ່​ທີ່​ປະສົມ​ກັບ​ ອະ​ສຸ​ຈິ​ໄດ້​ຝັງ​ໂຕ​ທີ່​ຝາ​ມົດລູກ​ໄປ​ແລ້ວ ຢາ​ນີ້​ຈະ​ເຮັດຫຍັງ​ບໍ່​ໄດ້ ດັ່ງ​ນັ້ນ ຢາ​ນີ້​ຈຶ່ງ​ບໍ່ແມ່ນ​ຢາ​ເຮັດ​ລຸລູກ
  3. ມີ​ຄວາມ​ເຂົ້າໃຈ​ວ່າ ຢາ​ຄຸມ​ສຸກ​ເສີນ ປ້ອງ​ກັນ​ພະຍາດ​ຕິດ​ຕໍ່​ທາງ​ເພດ​ສຳພັນ​ ໄດ້​ ຄວາມ​ເຂົ້າໃຈ​ນີ້​ເປັນ​ຄວາມ​ເຂົ້າໃຈ​ທີ່​ຜິດ ການ​ໃຊ້​ຢາ​ຄຸມ​ສຸກ​ເສີນ​ນັ້ນ​ບໍ່​ສາມາດ​ປ້ອງ​ກັນ​ພະຍາດ​ຕິດ​ຕໍ່​ທາງ​ເພດ​ສຳພັນ ແຕ່​ການ​ໃຊ້​ຖົງ​ຢາງ​ອະນາໄມ​ເປັນ​ວິທີ​ການ​ຄຸມ​ກຳ​ເນີດ​ທີ່​ສາມາດ​ຄຸມ​ກຳ​ເນີດ ແລະ ​ປ້ອງ​ກັນ​ພະຍາດ​ຕິດ​ຕໍ່​ທາງ​ເພດ​ສຳພັນ​ໄດ້
  4. ມີ​ຄວາມ​ເຂົ້າໃຈ​ວ່າ ຢາ​ຄຸມ​ສຸກ​ເສີນ ອາດ​ເຮັດໃຫ້​ເດັກນ້ອຍ​ພິ​ການ​ໄດ້​ຖ້າຫາກ​ກິນໄປ​ໂດຍ​ບໍ່​ຮູ້ວ່າ​ ຖືພາຄວາມ​ເຂົ້າໃຈ​ນີ້​ບໍ່​ຖືກ​ຕ້ອງ ທັງ​ນີ້​ມີ​ລາຍ​ງານ​ວ່າ ບໍ່​ພົບ​ເດັກນ້ອຍ​ພິ​ການ​ຈາກ​ແມ່​ທີ່​ກິນ​ຢາ​ໂດຍ​ບໍ່​ຮູ້ວ່າ ​ຕົນເອງ​ກຳ​ລັງ​ຖືພາ

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...