spot_img
Homeຂ່າວຕ່າງປະເທດກອງທັບເຮືອໄທ ຈັບເຮືອຫາປາຫວຽດນາມ 3 ລຳ ຢູ່ນອກຊາຍຝັ່ງສົງຂາ

ກອງທັບເຮືອໄທ ຈັບເຮືອຫາປາຫວຽດນາມ 3 ລຳ ຢູ່ນອກຊາຍຝັ່ງສົງຂາ

Published on

ກອງທັບເຮືອພາກທີ່ 2 ເຂົ້າຈັບກຸມເຮືອຫາປາຫວຽດນາມ 3 ລຳ ພ້ອມລູກເຮືອ 15 ຄົນ ລັກລອບເຂົ້າເຂດແດນ ເພື່ອມາຫາປີງທະເລ ເຊດທາງທະເລໃຕ້.

ໃນວັນທີ 1 ເມສາ ທີ່ຜ່ານມາ ເວລາປະມານ 07.30 ທ່ານ ວິຈິດ ສີຮຸ່ງເຮືອງ ຮອງຜູ້ບັນຊາການເຮືອພາກທີ່ 2 ຖະແຫຼງການຈັບກຸມເຮືອປະມົງຫວຽດນາມ ເຊິ່ງທັບເຮືອພາກທີ່ 2 ໄດ້ຮັບແຈ້ງເບາະແສຈາກແຫຼ່ງຂ່າວໃນພຶ້ນທີ່ວ່າມີເຮືອປະມົງຕ່າງຊາດ ລັກລອບເຂົ້າມາຫາປາແບບຜິດກົດໝາຍໃນນ່ານນໍ້າໄທ.

ທ່ານ ສຸນທອນ ຄຳຄ້າຍ ຜູ້ບັນຊາການທັບເຮືອພາກທີ່ 2 ໄດ້ສັ່ງເຮືອຫລວງອອກກວດສອບ ໂດຍວັນທີ 31 ມີນາ ເຮືອຫລວງໃຫຍ່ ກວດພົບເຫັນເຮືອສັນຊາດຫວຽດນາມ ຈຳນວນ 3 ລຳ ກໍາລັງລັກລອບທໍາການຫາປາ ຈຶ່ງໄດ້ຈັບກຸມເຮືອປະມົງຫວຽດນາມ ແລະ ລູກເຮືອລວມ 15 ຄົນ.

ຈາກການກວດສອບເບື້ອງຕົ້ນວ່າເຮືອອອກມາຈາກເມືອງກາເມົາ ປະເທດວຽດນາມ ໃນວັນທີ 26 ມີນາເຊິ່ງອອກຫາປາໄດ້ 5 ມື້ ຈຶ່ງໄດ້ຄວບຄຸມເຮືອ ພ້ອມລູກເຮືອທັງໝົດ ມາສອບສວນ ແລະ ກວດຫາເຊື້ອໂຄວິດ-19 ພ້ອມດຳເນີນຄະດີຕາມກົດໝາຍ.

ສຳລັບການຈັບກຸມເຮືອປະມົງຕ່າງຊາດໃນພຶ້ນທີ່ທັບເຮືອພາກທີ່ 2 ແມ່ນເປັນຄັ້ງທີ  6 ລວມເຮືອທັງໝົດ 9 ລຳ ຜູ້ຄວບຄຸມເຮືອພ້ອມລູກເຮືອທັງໝົດ 42 ຄົນ.

ແຫຼ່ງຂໍ້ມູນ:https://www.77kaoded.com/news/phumarin/2265145

ບົດຄວາມຫຼ້າສຸດ

ຮັດແໜ້ນການພົວພັນຮ່ວມມື ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າພົບປະລັດຖະມົນຕີກະຊວງການຕ່າງປະເທດບຣູໄນ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ດາໂຕະ ເອີຣິວານ ເປຮິນ ຢູສອບ (Dato Erywan Pehin Yusof) ລັດຖະມົນຕີກະຊວງການຕ່າງປະເທດ ຜູ້ທີ 2 ແຫ່ງ...

ຖືກສົ່ງກັບປະເທດ! ພົນລະເມືອງ ສ.ເກົາຫຼີ 64 ຄົນ ທີ່ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີ ໃນປະເທດ ກຳປູເຈຍ

ພົນລະເມືອງ ສ.ເກົາຫຼີ 64 ຄົນ ຖືກສົ່ງຕົວກັບປະເທດ ເນື່ອງຈາກເປັນເປັນຜູ້ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີໃນປະເທດ ກຳປູເຈຍ. ອີງຕາມສຳນັກຂ່າວ AFP ລາຍງານໃນວັນທີ 18 ຕຸລາ 2025 ຜ່ານມາ, ຈາກກໍລະນີປະຊາຊົນ...

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...

ເສຍຊີວິດສອງຄົນ ເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ລຸດອອກນອກລັນເວ ທີ່ສະໜາມບິນຮົງກົງ

ອຸບັດຕິເຫດເຮືອບິນຂົນສົ່ງສິນຄ້າ ເອມິເຣດ ໄຫຼອອກນອກລັນເວ ທີ່ສະໜາມບິນຮົງກົງ ເຮັດໃຫ້ເສຍຊີວິດສອງຄົນ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ຕຸລາ 2025 ນີ້ວ່າ: ເກີດເຫດເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ໄຫຼອອກນອກລັນເວຕຳກັບລົດຈົນຕົກທະເລ ທີ່ສະໜາມບິນຮົງກົງ ເຊິ່ງເຫດການດັ່ງກ່າວມີເຈົ້າທີ່ເສຍຊີວິດສອງຄົນ. ຕາມການລາຍງານລະບຸວ່າ:...