spot_img
Homeຂ່າວຕ່າງປະເທດຄົ້ນພົບໄຫຫີນຝັງສົບບູຮານຕັ້ງແຕ່ 400 ປີ ກ່ອນ ຄສ.

ຄົ້ນພົບໄຫຫີນຝັງສົບບູຮານຕັ້ງແຕ່ 400 ປີ ກ່ອນ ຄສ.

Published on

ນັກວິທະຍາສາດໄດ້ຄົ້ນພົບໄຫຫີນລຶກລັບໃນປະເທດອິນເດຍທີ່ອາດຈະຖືກໃຊ້ສໍາລັບການຝັງສົບຂອງມະນຸດໃນສະໄໝບູຮານ.

ໄຫຫີນຊາຍຈໍານວນ 65 ໜ່ວຍ ທີ່ມີຮູບຮ່າງ ແລະ ຂະໜາດຕ່າງກັນ, ຍ້ອນກັບໄປເຖິງ 400 ປີກ່ອນຄສ, ຖືກພົບເຫັນກະແຈກກະຈາຍຢູ່ທົ່ວພື້ນທີ່ 4 ແຫ່ງໃນລັດອັສສໍາພາກຕາເວັນອອກສຽງເໜືອຂອງປະເທດອິນເດຍ.

ໄຫຫີນບາງໜ່ວຍມີຄວາມສູງ ແລະ ເປັນຮູບທໍ່ກົມ, ໃນຂະນະທີ່ໄຫຫີນອື່ນບາງສ່ວນ ຫຼື ທັງໝົດຖືກຝັງຢູ່ໃນພື້ນດິນ.
ລາຍ​ລະ​ອຽດ​ຂອງ​ການ​ຄົ້ນ​ພົບນີ້, ​ກ່ຽວ​ຂ້ອງ​ກັບ​ນັກ​ຄົ້ນ​ຄວ້າ​ຈາກ​ມະ​ຫາ​ວິ​ທະ​ຍາ​ໄລສາມແຫ່ງ​ໃນ​ອິນ​ເດຍ ​ແລະ ​ອົດ​ສະ​ຕາ​ລີ ເຊິ່ງໄດ້​ລົງຕີ​ພິມ​ໃນວາລະສານ Journal of Asian Archaeology ໃນ​ອາ​ທິດ​ນີ້​.

ຈາກການສຶກສາພົບວ່າ: ໄຫຫີນແມ່ນປະກົດການທາງບູຮານຄະດີທີ່ເປັນເອກະລັກໃນລັດອັສສໍາ ປະເທດອິນເດຍ ກ່ອນໜ້ານີ້ໄດ້ພົບເຮືອຫີນທີ່ຄ້າຍຄືກັນກັບໃນປະເທດລາວ ແລະ ອິນໂດເນເຊຍ.

ນັກຄົ້ນຄວ້າຈາກມະຫາວິທະຍາໄລແຫ່ງຊາດອົດສະຕາລີ ຜູ້ທີ່ເປັນສ່ວນໜຶ່ງຂອງທີມວິໄຈ ກ່າວຕໍ່ BBC ວ່າ: ພວກ​ເຮົາ​ຍັງ​ບໍ່​ຮູ້​ວ່າ​ໃຜ​ເປັນຄົນເຮັດ​ໄຫ​ຫີນ​ໃຫຍ່ ຫຼື ບ່ອນທີ່ພວກເຂົາອາໄສຢູ່​ທັງໝົດນີ້ເປັນເລື່ອງລຶກລັບ ແຕ່ຍັງບໍ່ຈະແຈ້ງເທື່ອວ່າ ໄຫຫີນຂະໜາດໃຫຍ່ນີ້ຖືກໃຊ້ເພື່ອຫຍັງ ແຕ່ນັກຄົ້ນຄວ້າເຊື່ອວ່າ ພວກມັນ “ອາດຈະກ່ຽວພັນກັບພິທິການຝັງສົບ”. ໄຫຫີນຖືກພົບວ່າຫວ່າງເປົ່າ ແລະ ຄັ້ງໜຶ່ງອາດເຄີຍມີການປິດຝາ.

ບົດຄວາມຫຼ້າສຸດ

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...