spot_img
Homeຂ່າວຕ່າງປະເທດແຮງງານຫວຽດນາມໄດ້ຮັບວີຊາກະສິກຳຂອງອົດສະຕາລີເປັນປະເທດທໍາອິດ

ແຮງງານຫວຽດນາມໄດ້ຮັບວີຊາກະສິກຳຂອງອົດສະຕາລີເປັນປະເທດທໍາອິດ

Published on

ອົດສະຕາລີ ​ແລະ ຫວຽດນາມ ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກຄວາມເຂົ້າໃຈ​ສອງ​ຝ່າຍ​ຄັ້ງ​ທຳ​ອິດ​ພາຍ​ໃຕ້​ໂຄງການ​ວີ​ຊາ​ກະສິກຳ​ຂອງ​ອົດສະຕາລີ ​ເຊິ່ງຈະ​ອະນຸຍາດ​ໃຫ້​ຊາວ​ຫວຽດນາມເຮັດ​ວຽກ​ງານ​ກະສິກຳ​ໄດ້​.

ພາຍໃຕ້ໂຄງການວີຊາກະສິກຳ, ພະນັກງານຈະໄດ້ຮັບການຄັດເລືອກເຂົ້າເຮັດວຽກໃນດ້ານກະສິກໍາຫຼາຍຂະແໜງ ລວມທັງພືດສວນ, ນົມ, ຂົນສັດ, ທັນຍາພືດ, ການປະມົງ ແລະ ປ່າໄມ້, ລວມທັງການບໍລິການສະໜັບສະໜູນ ແລະ ການແປຮູບຂັ້ນຕົ້ນ.
ກະຊວງ​ແຮງ​ງານ, ຄົນ​ເສຍ​ອົງຄະ ​ແລະ ກິດຈະການສັງຄົມຂອງ​ຫວຽດນາມໃຫ້​ຮູ້​ວ່າ ອົດສະຕາລີຈະ​ຮັບ​ແຮງງານ​ຫວຽດນາມປະມານ 1,000 ຄົນ​ຕໍ່​ປີ ​ເລີ່ມຕັ້ງແຕ່​ປີ​ນີ້​ເປັນຕົ້ນ​ໄປ.

ແຮງງານແຕ່ລະຄົນຈະໄດ້ຮັບເງິນເດືອນພື້ນຖານ 3,200-4,000 ໂດລາອົດສະຕາລີ (ເກືອບ 2,400–3,000 ໂດລາສະຫະລັດ) ຕໍ່ເດືອນ, ບໍ່ລວມຄ່າຄອງຊີບ, ລາຍຮັບກວ່າວ່າຈະສູງກວ່າຕະຫຼາດນໍາເຂົ້າແຮງງານອື່ນໆ.

ທ່ານ ມາຣີສ ເພນ ລັດຖະມົນຕີການຕ່າງປະເທດຂອງອົດສະຕາລີໃຫ້ຮູ້ວ່າ ການເຂົ້າຮ່ວມໂຄງການວີຊາກະສິກຳຂອງອົດສະຕາລີຄັ້ງທໍາອິດຂອງຫວຽດນາມໄດ້ສະແດງໃຫ້ເຫັນເຖິງຄວາມໝຸ້ງໝັ້ນຂອງລັດຖະບານ ທ່ານນາຍົກລັດຖະມົນຕີ ສະກອດ ມໍຣິສັນ ໃນການລົງເລິກການຮ່ວມມືພາຍໃຕ້ການພົວພັນຄູ່ຮ່ວມມືຍຸດທະສາດອົດສະຕາລີ-ຫວຽດນາມ.

ນອກຈາກນີ້ ຍັງ​ເປັນຄວາມຄິດ​​ລິ​ເລີ່ມ​ທີ່​ສຳຄັນ​ພາຍ​ໃຕ້​ຍຸດ​ທະ​ສາດ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ຂອງອົດ​ສະຕາລີ-ຫວຽດນາມ ​ເຊິ່ງເປີດໂຕໂດຍ​ນາຍົກລັດຖະມົນຕີຂອງ​ທັງ​ສອງ​ປະ​ເທດ​ໃນ​ເດືອນ​ພະຈິກ​ປີທີ່ຜ່ານ​ມາ.

ທ່ານ​ນາຍົກລັດຖະມົນຕີ​ກະຊວງ​ແຮງ​ງານ​ຫວຽດນາມ ​ທ່ານ ດາວ ຫງອກ ດຸງ ກ່າວ​ວ່າ: ອົດ​ສະ​ຕາ​ລີ​ມີ​ຂະ​ແໜງ​ອຸດສະຫະກໍາກະສິກຳ​ທີ່ພັດທະນາແລ້ວ, ມີ​ລະບົບ​ກົດໝາຍ​ທີ່​ຈະ​ແຈ້ງ, ມີ​ຂໍ້ກໍານົດດ້ານ​ສີມື​ແຮງ​ງານທີ່ເຂັ້ມງວດ ​ແລະ ພາສາ​ຕ່າງປະ​ເທດ​.
ສິ່ງ​ດັ່ງກ່າວ​ຈະ​ຊ່ວຍ​ໃຫ້​ແຮງ​ງານ​ຫວຽດນາມໃນອົດ​ສະ​ຕາ​ລີມີ​ລາຍ​ຮັບ​ສູງ, ຮັບປະກັນ​ເງື່ອນ​ໄຂ​ການ​ເຮັດ​ວຽກ ​ແລະ ມີ​ໂອກາດ​ໃນການຮຽນຮູ້​ເພີ່ມເຕີມກ່ຽວກັບຄວາມ​ກ້າວໜ້າ​ດ້ານ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ໃນ​ຂະແໜງ​ກະສິກຳ.

ລັດຖະບານອົດສະຕາລີປະກາດໂຄງການວີຊາກະສິກຳໃນເດືອນກັນຍາ 2021 ໂດຍມີເປົ້າໝາຍເພື່ອແກ້ໄຂການຂາດແຄນແຮງງານໃນຂະແຫນງກະສິກຳຂອງຕົນ. ຫວຽດນາມ, ໄທ, ອິນ​ໂດ​ເນ​ເຊຍ ​ແລະ ຟີ​ລິບ​ປິນ ​ແມ່ນ ສີ່ອັນດັບທໍາອິດໃນການເຂົ້າ​ຮ່ວມ​ໂຄງການ.

ບົດຄວາມຫຼ້າສຸດ

ມຽນມາສັງເວີຍຊີວິດຢ່າງນ້ອຍ 113 ຄົນ ຈາກໄພພິບັດນ້ຳຖ້ວມ ແລະ ດິນຖະຫຼົ່ມ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ນີ້ວ່າ: ຈຳນວນຜູ້ເສຍຊີວິດຈາກເຫດການນ້ຳຖ້ວມ ແລະ ດິນຖະຫຼົ່ມໃນມຽນມາເພີ່ມຂຶ້ນຢ່າງນ້ອຍ 113 ຊີວິດ ຜູ້ສູນຫາຍອີກ 64 ຄົນ ແລະ...

ໂດໂດ ທຣຳ ຖືກລອບສັງຫານຄັ້ງທີ 2

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ຜ່ານມາ, ເກີດເຫດລະທຶກຂວັນເມື່ອ ໂດໂນ ທຣຳ ອະດີດປະທານາທິບໍດີສະຫະລັດອາເມລິກາ ຖືກລອບຍິງເປັນຄັ້ງທີ 2 ໃນຮອບ 2 ເດືອນ...

ແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ

ພະແນກ ໂຍທາທິການ ແລະ ຂົນສົ່ງ ອອກແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ ໃນການອໍານວຍຄວາມສະດວກ ໃຫ້ແກ່ກອງປະຊຸມ...

ແຈ້ງການກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ

ແຂວງຄຳມ່ວນອອກແຈ້ງການ ເຖິງບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ກ່ຽວກັບການກະກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ. ແຂວງຄໍາມ່ວນ ແຈ້ງການມາຍັງ ບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ໂດຍສະເພາະແມ່ນບັນດາເມືອງ ແລະ...