Homeຄວາມງາມ3 ຜັກ ແລະ ໝາກໄມ້ ລະງັບກິ່ນປາກ

3 ຜັກ ແລະ ໝາກໄມ້ ລະງັບກິ່ນປາກ

Published on

p171sogag2154r15331bjsuqf1ihg3

ບັນຫາ ກິ່ນ​ປາກ ນອກ​ຈາກ​ຈະ​ຫລຸດ​​ຄວາມຫມັ້ນ​ໃຈ ຍັງ​ບອກ​ເຖິງ​ບັນຫາ​ສຸຂະພາບ​ທີ່​ຕ້ອງ​ແກ້​ໂດຍ​ດ່ວນ ຫາກ​ຍັງ​ຫາ​ຄຳ​ຕອບ​ບໍ່​ໄດ້​ວ່າ​ ບັນຫາ​ມາ​ຈາກ​ໃສ ຄວນ​ເລີ່ມ​ແກ້​ທີ່​ອາຫານ​ການ​ກິນ ​ແລະ ​ການ​ຂັບ​ຖ່າຍ​ເປັນ​ເລື່ອງ​ທໍາອິດໆ

ການ​ກິນ ​ອະ​ໂວ​ຄາ​ໂດ​ ເປັນ​ວິທີ​ງ່າຍໆ ຢ່າງ​ໜຶ່ງ​ ທີ່​ຊ່ວຍຫ​ລຸດ​ບັນຫາ​ນີ້​ໄດ້ ເພາະ​ຊີ້ນ​ຂອງ​ອະ​ໂວ​ຄາ​ໂດ​ ຈະ​ຊ່ວຍ​ກຳຈັດ​ອາຫານ​ທີ່​ເນົ່າ​ເສຍ​ຕົກ​ຄ້າງ​ຢູ່ໃນ​ລຳ​ໄສ້​ໃຫຍ່​ເຊິ່ງ​ເປັນ​ສາ​ເຫດ​ສຳຄັນ​ຂອງ ກິ່ນ​ປາກ ໃຫ້​ໝົດ​ໄປ

ນອກ​ຈາກ​ນີ້​ກໍ​ຢາກ​ໃຫ້​ລອງ​ນ້ຳ​ຢາ​ບ້ວນ​ປາກ​ສູດ​ສົ້ມ​ ​ແບບ​ທຳມະຊາດ​ດັ່ງ​ຕໍ່ໄປ​ນີ້ ສ່ວນ​ປະສົມ​ກໍ​ບໍ່​ຫຍຸ້ງຍາກ​ ມີ ນໍ້າບີບຈາກ​ຂີງ​ສົດ 1 ບ່ວງ ນ້ຳ​ໝາກນາວ 1 ບ່ວງ ນ້ຳ​ອຸ່ນ 1 ຈອກ ປະສົມ​ໃຫ້​ເຂົ້າ​ກັນ ບ້ວນ​ປາກ​ມື້​ລະ​ເທື່ອ ຫລັງ​ຖູ​ແຂ້ວ​ໃນ​ຕອນ​ເຊົ້າ

ສ່ວນ​ເລື່ອງ​ການ​ປັບ​ລະບົບ​ຂັບ​ຖ່າຍ​ໃຫ້​ສົມ​ດຸນ​ນັ້ນ ໂຕຊ່ວຍ​ທີ່​ດີ​ທີ່ສຸດ ກໍ​ຄື​ການ​ອອກ​ກຳ​ລັງ​ກາຍ​ຢ່າ​ງສະໝໍ່າສະເໝີ

ສຸຂະພາບ​ດີ​ບໍ່ແມ່ນ​​ພຽງ​ແຕ່ເບິ່ງແຍງ​ແຕ່​ພາຍນອກ​ເທົ່າ​ນັ້ນ ແຕ່​ຕ້ອງ​ເບິ່ງແຍງ​ຈາກ​ພາຍ​ໃນ​ນໍາ ລອງ​ເອົາ​ເຄັດ​ລັບ​ດີໆ​ແບບ​ນີ້​ໄປ​ເຮັດ​ກັນ​ເບິ່ງ​

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...