spot_img
Homeຂ່າວຕ່າງປະເທດສີລັງກາ ຕັດໄຟຟ້າທົ່ວປະເທດວັນລະ10ຊົ່ວໂມງ

ສີລັງກາ ຕັດໄຟຟ້າທົ່ວປະເທດວັນລະ10ຊົ່ວໂມງ

Published on

ອີງຕາມການລາຍບງານ ຂປລ ໃຫ້ຮູ້ວ່າ: ບໍລິສັດ ​ໄຟຟ້າ​ ຂອງ​ລັດຖະບານ ສີ​ລັງກາ ​ເລີ່​ມ​ໃຊ້ ​ມາດ​ຕະການ​ ຕັດ​ໄຟ​ຟ້າ ທົ່ວ​ປະ​ເທດ ວັນ​ລະ 10ຊົ່ວ​ໂມງ ຕັ້ງ​ແຕ່ ວັນ​ທີ30​ມີນາ​ນີ້ ​ເປັນຕົ້ນ​ໄປ ​ເພີ່ມ​ຂຶ້ນ​ຈາກ​ ເມື່ອ​ກ່ອນ ທີ່​ຕັດ​ໄຟຟ້າ 7ຊົ່ວ​ໂມງ ​ເນື່ອງ​ຈາກ ຜະ​ເຊີນ​ ບັນຫາ ​ຂາດ​ແຄນນ້ຳມັນຢ່າງ​ໜັກ ຈົນ​ເຮັດ​ໃຫ້​ບໍ່​ສາມາດ ​ຜະລິດ​ພະລັງງານ ໄຟຟ້າ ​ໄດ້​ພຽງພໍ​ ກັບ​ຄວາມ​ຕ້ອງການ ​ຂອງ​ປະຊາຊົນ.

ຂະນະ​ທີ່ ສີ​ລັງກາ ສາມາດ ​ຜະລິດ ​ໄຟຟ້າ​ ຈາກ​ພະລັງງານ​ນ້ຳ ​ຫລາຍ​ກວ່າ40% ​ແຕ່​ຕອນ​ນີ້ ​ເຂື່ອນ​ເກັບ​ນ້ຳ​ ຫລາຍ​ແຫ່ງ​ມີ​ປະລິມານ​ນ້ຳ​ ຢູ່​ໃນ​ລະດັບ​ຕ່ຳ​ຫລາຍ ​ເພາະ​ບັນຫາ​ສະພາບ​ ອາກາດ​ ແຫ້ງ​ແລ້ງ ຈຶ່ງ​ຈຳ​ເປັນ​ຕ້ອງ​ຫັນ​ໄປ​ອາ​ໄສ​ ການ​ຜະລິດ​ ໄຟຟ້າ ສ່ວນ​ໃຫຍ່​ ຈາກ​ຖ່ານ​ຫີນ ​ແລະ ນ້ຳມັນ ​ໂດຍ ສີ​ລັງກາ ຕ້ອງ​ນຳ​ເຂົ້າ ຖ່ານ​ຫີນ ​ແລະ ນ້ຳມັນ​ຈາກ ​ຕ່າງປະ​ເທດ ​ແຕ່​ກໍ່​ມີ​ປະລິມານ ຈຳກັດ ຍ້ອນ​ສະພາບ​ ວິ​ກິດ ການ​ເງິນ​ ພາຍ​ໃນ​ປະ​ເທດ.

ບົດຄວາມຫຼ້າສຸດ

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ຈະໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 17-23 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍຈະມີຄະນະຜູ້ແທນຈາກລັດຖະສະພາສະມາຊິກໄອປາ, ຄະນະຜູ້ແທນ...

ເປີດຢ່າງເປັນທາງການ ແຂ່ງຂັນຊ່ວງເຮືອເມືອງນານ ປະຈໍາປີ 2024

ເມືອງ ນານ ແຂວງ ຫລວງພະບາງ ຈັດພິທີເປີດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະຈໍາປີ 2024 ຂຶ້ນ ໃນວັນທີ 17 ຕຸລາ ນີ້ ທີ່ຜາມໄຊຍຶ່ງນ້ໍານານ...

Liam Payne ອະດີດສະມາຊິກວົງ One Direction ເສຍຊີວິດຫຼັງຈາກຕົກລົງຊັ້ນ 3 ໃນໂຮງແຮມແຫ່ງໜຶ່ງ

ອີງຕາມສຳນັກຂ່າວບີບີຊີ ລາຍງານວ່າ: ລຽມ ເພນ (Liam Payne) ອະດີດສະມາຊິກວົງ ວັນໄດເຣກຊັ່ນ (One Direction) ວົງດົນຕີຊື່ດັງຈາກ ອັງກິດ-ໄອແລນ ໄດ້ເສຍຊີວິດດ້ວຍອາຍຸ 31...

ເດືອນກັນຍາ 2024 ມີຜູ້ເສຍຊີວິດຈາກອຸບັດເຫດທັງໝົດ 54 ຄົນ ໃນຂອບເຂດທົ່ວປະເທດ

ໃນໄລຍະເດືອນກັນຍາ 2024 ຜ່ານມານີ້, ທົ່ວປະເທດລາວ ມີຜູ້ເສຍຊີວິດເຖິງ 54 ຄົນ, ມີຜູ້ບາດເຈັບ 674 ຄົນ ແລະ ມີພາຫະນະເປ່ເພ 780 ຄັນຈາກອຸບັດເຫດເກີດຂຶ້ນທັງໝົດ...