spot_img
Homeຂ່າວຕ່າງປະເທດອຸບັດ​ເຫດ ​ລົດ​ຕຳ​ກັນ 50​ ກວ່າ​ຄັນ ຢູ່​ທາງ​ຫລວງສະຫະລັດ

ອຸບັດ​ເຫດ ​ລົດ​ຕຳ​ກັນ 50​ ກວ່າ​ຄັນ ຢູ່​ທາງ​ຫລວງສະຫະລັດ

Published on

ອີງຕາມການລາຍງານ ຂປລ ລາຍງານ: ວັນ​ທີ 29 ​ມີນາ​ ທີ່ ສ.ອາ​ເມ​ລິ​ກາໄດ້ເກີດ​ອຸບັດ​ເຫດ ​ລົດ​ຕຳ​ກັນ 50​ ກວ່າ​ຄັນ ຢູ່​ທາງ​ຫລວງ ລະຫວ່າງ​ລັດ ​ໝາຍ​ເລກ81 ​ໃນ​ເຂດ ຊຸຍ​ຄິລ ​ເຄົາ​ຕີ້ ​ຂອງ​ລັດ ​ເພນ​ຊີ​ລ​ເວ​ເນຍ ​ເຮັດ​ໃຫ້​ມີ​ ຜູ້​ເສຍ​ຊີວິດ​ ຢ່າງ​ໜ້ອຍ 3ຄົນ ​ແລະ ​ບາດ​ເຈັບ​ອີກ 20ຄົນ ທີ່​ຖື​ນຳ​ຕົວ ສົ່ງ​ໄປ​ໂຮງໝໍ​ ໃນ​ພື້ນ​ທີ່​ແລ້ວ

​ໃນ​ເບື້ອງ​ຕົ້ນ ​ເຈົ້າໜ້າ​ທີ່​ກູ້​ໄພຄາດການ​ວ່າ: ຍອດ​ຜູ້​ເ​ສຍຊີວິດ ​ອາດ​ເພີ່ມ​ຂຶ້ນ​ອີກ ​ເນື່ອງ​ຈາກ ມີ​ລົດ​ຫລາຍ​ຄັນ​ ເກີດ​ໄຟ​ໄໝ້ ​ແລະ ພວມ​ໃຫ້ການ​ຊ່ວຍ​ເຫລືອ ຢ່າງ​ຮີບ​ດ່ວນ. ສ່ວນ​ສາ​ເຫດ ພວມ​ຢູ່​ໃນ ​ຂັ້ນຕອນ​ ການ​ສືບສວນ ​ສອບ​ສວນ ຂອງ​ເຈົ້າໜ້າ​ທີ່ ​ຕຳຫລວດ​ ໃນ​ລັດ ​ດັ່ງກ່າວ.

ບົດຄວາມຫຼ້າສຸດ

ເສຍຊີວິດສອງຄົນ ເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ລຸດອອກນອກລັນເວ ທີ່ສະໜາມບິນຮົງກົງ

ອຸບັດຕິເຫດເຮືອບິນຂົນສົ່ງສິນຄ້າ ເອມິເຣດ ໄຫຼອອກນອກລັນເວ ທີ່ສະໜາມບິນຮົງກົງ ເຮັດໃຫ້ເສຍຊີວິດສອງຄົນ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ຕຸລາ 2025 ນີ້ວ່າ: ເກີດເຫດເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ໄຫຼອອກນອກລັນເວຕຳກັບລົດຈົນຕົກທະເລ ທີ່ສະໜາມບິນຮົງກົງ ເຊິ່ງເຫດການດັ່ງກ່າວມີເຈົ້າທີ່ເສຍຊີວິດສອງຄົນ. ຕາມການລາຍງານລະບຸວ່າ:...

ຈະເປີດໃຫ້ບໍລິການໃນປີ 2030 ທາງລົດໄຟວຽງຈັນ-ໜອງຄາຍ ໂດຍຈະເລີ່ມລົງມືກໍ່ສ້າງໃນປີ 2027

ກອງ​ປະຊຸມ​ໄດ້​ຈັດ​ຂຶ້ນ​ຢູ່​ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ແຫ່ງ ສປປ ລາວ ​ໃນ​ວັນ​ທີ 17 ຕຸລາ 2025 ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ກໍ່ສ້າງ​ຂົວ​ທາງ​ລົດ​ໄຟ​ຂ້າມ​ແມ່ນ້ຳຂອງ​ແຫ່ງ​ໃໝ່. ກອງ​ປະຊຸມ​ຄັ້ງ​ນີ້​ໄດ້​ເປັນ​ປະທານ​ຮ່ວມ​ຂອງ​ທ່ານ ທ່ານ ຈັນທອນ...

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...