spot_img
Homeຂ່າວຕ່າງປະເທດກຸ່ມຮູທີໂຈມຕີຄັງນໍ້າມັນຂອງຊາອຸດິອາຣາເບຍເຮັດໃຫ້ເກີດໄຟໄໝ້

ກຸ່ມຮູທີໂຈມຕີຄັງນໍ້າມັນຂອງຊາອຸດິອາຣາເບຍເຮັດໃຫ້ເກີດໄຟໄໝ້

Published on

ສໍານັກຂ່າວ ຣອຍເຕີ ໄດ້ລາຍງານໃນວັນທີ 26 ມີນາຜ່ານມາໃຫ້ຮູ້ວ່າ: ກຸ່ມຮູທີໃນປະເທດເຢເມນກ່າວວ່າ ພວກເຂົາໄດ້ເປີດສາກບຸກໂຈມຕີຄັງນໍ້າມັນຂອງຊາອຸດິອະຣາເບຍ ໃນວັນທີ 25 ມີນາທີ່ຜ່ານມາ. ໃນຂະະທີ່ບໍລິສັດນໍ້າມັນຢັກໃຫຍ່ຂອງຊາອຸດິອະຣາເບຍ ກໍຄື ”ອາລໍາໂກ” ຢືນຢັນວ່າ ຄັງນໍ້າມັນໃນເມືອງເຈດດາຖືກໂຈມຕີ ສົ່ງຜົນກະທົບໃຫ້ຖັງເກັບນໍ້າມັນ 2 ຖັງເກີດໄຟໄໝ້.

ການລາຍງານໄດ້ກ່າວວ່າ ເຫດການໄຟໄໝ້ທີ່ຄັງນໍ້າມັນເຮັດໃຫ້ຄວັນກຸ້ມຂື້ນສູ່ທ້ອງຟ້າໄປທົ່ວເມືອງ ເຊິ່ງກໍາລັງມີການກະກຽມຈັດການແຂ່ງຂັນ Saudi Arabian Grand Prix ໃນອາທິດນີ້. ການລາຍງານຍັງໄດ້ກ່າວຕື່ມອີກວ່າ ກຸ່ມຮູທີໃນເຢເມນໄດ້ຮັບການສະໜັບສະໜູນຈາກອີຣ່ານໃນການຍົກລະດັບການໂຈມຕີຊາອຸດິອາລະເບຍໃນອາທິດທີ່ຜ່ານມາ ກ່ອນການປະກາດຢຸດຍິງຊົ່ວຄາວໃນຊ່ວງເດືອນຣາມາດອນຂອງຊາວມຸດສະລິນ (Muslim holy month of Ramadan).

ທາງດ້ານຂອງກຸ່ມກອງທັບພັນທະມິດ ເຊິ່ງນໍາພາໂດຍຊາອຸດິອະລາເບຍທີ່ກໍາລັງເຂົ້າແຊກແຊງໃນສົງຄາມເຢເມນທີ່ກ່າວມາກ່ອນໜ້ານີ້ວ່າ ໃຊ້ຄວາມອົດກັ້ນຫຼັງຈາກຖືກກຸ່ມຮູທີໂຈມຕີມາໂດຍຕະຫຼອດ ກໍ່ໄດ້ເປີດປະຕິບັດການທາງການທະຫານໃນເຢເມນຂອງເຊົ້າວັນທີ 26 ມີນາ ໂດຍກ່າວວ່າ ມີເປົ້າໝາຍເພື່ອປ້ອງກັນແຫຼ່ງພະລັງງານ ແລະ ປ້ອງກັນລະບົບຕ່ອງໂສ້ການສະຫນອງນ້ໍາມັນຂອງໂລກ.

ກຸ່ມກອງທັບພັນທະມິດຊາອຸດິ ກ່າວວ່າ: ເຈົ້າໜ້າທີ່ສາມາດຄວບຄຸມໄຟໄດ້. ໃນຂະນະທີ່ກະຊວງພະລັງງານຊາອຸດິ ໄດ້ອອກຖະແຫຼງການປະນາມການໂຈມຕີດັ່ງກ່າວວ່າເປັນການໂຈມຕີເພື່ອການທໍາລາຍ ແລະ ກ່າວເນັ້ນວ່າຊາອຸດິຈະບໍ່ຮັບຜິດຊອບຖ້າເກີດບັນຫາຕ່ອງໂສ້ການສະໜອງນ້ຳມັນທົ່ວໂລກເກີດຂື້ນຍ້ອນການໂຈມຕີດັ່ງກ່າວ. ນອກຈາກນີ້ ຍັງກ່າວຫາອີຣ່ານວ່າ ຍັງຄົງສະຫນັບສະຫນູນອາວຸດເຊັ່ນ: ຂີປະນາວຸດ ແລະ ໂດຣນ ໃຫ້ພວກຮູທີໃນເຢເມນມາໂດຕະຫຼອດ.

ບົດຄວາມຫຼ້າສຸດ

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...

ເສຍຊີວິດສອງຄົນ ເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ລຸດອອກນອກລັນເວ ທີ່ສະໜາມບິນຮົງກົງ

ອຸບັດຕິເຫດເຮືອບິນຂົນສົ່ງສິນຄ້າ ເອມິເຣດ ໄຫຼອອກນອກລັນເວ ທີ່ສະໜາມບິນຮົງກົງ ເຮັດໃຫ້ເສຍຊີວິດສອງຄົນ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ຕຸລາ 2025 ນີ້ວ່າ: ເກີດເຫດເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ໄຫຼອອກນອກລັນເວຕຳກັບລົດຈົນຕົກທະເລ ທີ່ສະໜາມບິນຮົງກົງ ເຊິ່ງເຫດການດັ່ງກ່າວມີເຈົ້າທີ່ເສຍຊີວິດສອງຄົນ. ຕາມການລາຍງານລະບຸວ່າ:...

ຈະເປີດໃຫ້ບໍລິການໃນປີ 2030 ທາງລົດໄຟວຽງຈັນ-ໜອງຄາຍ ໂດຍຈະເລີ່ມລົງມືກໍ່ສ້າງໃນປີ 2027

ກອງ​ປະຊຸມ​ໄດ້​ຈັດ​ຂຶ້ນ​ຢູ່​ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ແຫ່ງ ສປປ ລາວ ​ໃນ​ວັນ​ທີ 17 ຕຸລາ 2025 ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ກໍ່ສ້າງ​ຂົວ​ທາງ​ລົດ​ໄຟ​ຂ້າມ​ແມ່ນ້ຳຂອງ​ແຫ່ງ​ໃໝ່. ກອງ​ປະຊຸມ​ຄັ້ງ​ນີ້​ໄດ້​ເປັນ​ປະທານ​ຮ່ວມ​ຂອງ​ທ່ານ ທ່ານ ຈັນທອນ...

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...