Homeຄວາມງາມຮູ້ ຫຼື ບໍ່ ມັນດ້າງສາມາດຊ່ວຍຫຼດນ້ຳໜັກໄດ້

ຮູ້ ຫຼື ບໍ່ ມັນດ້າງສາມາດຊ່ວຍຫຼດນ້ຳໜັກໄດ້

Published on

5f7f169f3049e89c12a6af9d65178d61

       ເຫດ­ຜົນ​ທີ່​ມັນ​ດ້າງ​ຊ່ວຍໃນ​ເລື່ອງ​ຂອງ​ການ​ຫຼຸດນ້ຳ­ໜັກ​ໄດ້​ນັ້ນ​ເນື່ອງ​ ຈາກ​ມັນ​ດ້າງເປັນ​ພືດ​ທີ່​ມີ​ກາກ​ໄຍ​ຫຼາຍ​ເຮັດ​ໃຫ້ ອີ່ມ​ໄວ​ກິນ​ແລ້ວ​ອີ່ມ​ທ້ອງ ເພາະຄວາມ​ຕ້ອງ­ການ​ຂອງ​ມະ­ນຸດ​ນັ້ນ ສະ­ເລ່ຍ​ແລ້ວ​ຕ້ອງ­ການ​ພະ­ລັງງານ​ຕົກ​ມື້​ລະ 1.800-2.000 ກິ​ໂລ​ແຄ​ລໍ​ຣີ ທັງ​ນີ້ ​ກໍຂຶ້ນ​ຢູ່​ກັບ​ນ້ຳ­ໜັກ​ໂຕ ແລະ ອົງ​ປະ­ກອບ​ດ້ານ​ອື່ນໆດ້ວຍແຕ່​ໃນ​ມັນ​ດ້າງ 100 ກຣາມ ສະ­ເລ່ຍ​ໄດ້​ຄ່າຂອງ​ແຄ​ລໍ​ຣີ 90-93 ດັ່ງ​ທີ່​ໄດ້​ເວົ້າ​ໄປ​ແລ້ວ​ວ່າ​ມັນດ້າງ​ຊ່ວຍ​ໃຫ້​ອີ່ມ​ໄວ​ຂຶ້ນ​ເຮົາ​ຈິ່ງ​ ບໍ່​ສາ­ມາດ​ຮັບ​ປະທານ​ມັນ​ດ້າງ​ຈຳ­ນວນ​ຫຼາຍ​ໄດ້.

ໂດຍ​ທົ່ວ​ໄປ​ເຮົາ​ມັກ​ຈະ​ພົບ​ເຫັນ​ມັນ​ດ້າງ​ຢູ່​ສອງ​ສີຄື: ມັນ​ດ້າງ​ສີ­ມ່ວງ ແລະ ສີ­ເຫຼືອງ​ໃນ​ມັນ​ດ້າງ​ສີ­ມ່ວງເຮົາ​ຈະ​ພົບ​ເຫັນ​ສານ​ໂທ​ໄຊ​ຢາ​ນິນ​ຢູ່​ສູງ ຊຶ່ງ​ເປັນ­ສານທີ່​ມີ​ລິດ​ໃນ​ການ​ຕໍ່­ຕ້ານ​ອະ­ນຸ​ມູນ​ອິດ​ສະ­ລະ​ຊ່ວຍ​ລໍຄວາມ​ ເສື່ອມ​ຂອງ​ເຊລ​ຊ່ວຍ​ຫຼຸດ​ອັດ­ຕາ​ຄວາມ​ສ່ຽງຂອງ​ເສັ້ນ­ເລືອດ​ຕີບ​ຕັນ ແລະ ໂລກ​ຫົວ­ໃຈ​ໄດ້ ສ່ວນມັນ​ດ້າງ​ສີ­ເຫຼືອງ​ຈະ​ມີ​ສານ​ເບ​ຕ້າ​ແຄ​ໂຣ ທີນ ສູງ​ຊ່ວຍໃນ​ເລື່ອງ​ຂອງ​ການ​ຕໍ່­ຕ້ານ ແລະ ທຳ­ລາຍ​ເຊລ​ມະ​ເຮັງດ້ວຍ​ຮູບ​ລັກ­ສະ­ນະ​ພາຍ​ນອກ​ຂອງ​ມັນ​ດ້າງ​ທີ່​ອາດເບິ່ງ​ ບໍ່​ໜ້າ​ສົນ­ໃຈ ແລະ ບໍ່​ຊວນ​ດຶງ​ດູດ​ໃຫ້​ໜ້າ​ຮັບ​ປະທານ​ຄື​ຜັກ ແລະ ໝາກ​ໄມ້​ອື່ນໆ ແຕ່​ກັບ​ແຝງ​ໄປ​ດ້ວຍ​ຄຸນ­ຄ່າ​ມະ­ຫາ­ສານ​ທີ່​ຊ່ວຍ​ທັງ​ເລື່ອງ​ຄວາມ​ງາມ ແລະ ສຸ­ຂະ­ພາບ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...