Homeຂ່າວຕ່າງປະເທດ5 ເຫດການສຳຄັນລະຫວ່າງຣັດເຊຍ-ຢູເຄຣນ

5 ເຫດການສຳຄັນລະຫວ່າງຣັດເຊຍ-ຢູເຄຣນ

Published on

1. ໂຄສົກວັງ Kremlin ທ່ານ Dmitry Peskov ກ່າວ​ວ່າ ຣັດ​ເຊຍ​ຢາກ​ໄດ້​ຄຳ​ຕອບ​ທີ່​ສຳຄັນ​ແລະ​ວ່ອງ​ໄວ​ກວ່າ​ເກົ່າ​ຕໍ່​ຄວາມ​ຮຽກຮ້ອງ​ຕ້ອງການ​ທີ່​ຕົນ​ໄດ້​ສົ່ງ​ໄປ​ຍັງຢູ​ເຄຣນ.

2. ເລຂາທິການໃຫຍ່ຂອງອົງການສະຫະປະຊາຊາດກ່າວວ່າ: ສົງຄາມນີ້ບໍ່ສາມາດຊະນະໄດ້ ໂດຍຈະຈັດກອງປະຊຸມໃຫຍ່ເພື່ອຈະລົງຄະແນນສຽງອີກເທື່ອຫນຶ່ງໃນອາທິດນີ້ເພື່ອກ່າວປະນາມຣັດເຊຍສໍາລັບວິກິດການດ້ານມະນຸດສະທໍາໃນຢູເຄຣນ.

3. ສະພາຄວາມໝັ້ນຄົງ ສປຊ ຈະ​ສືບສວນເບິ່ງຄໍາແຈ້ງຈາກ ຣັດເຊຍ ທີ່ຊາວຢູເຄຣນໄດ້ປ່ອຍສານເຄມີ ເມື່ອກອງກຳລັງຣັດເຊຍ ເຂົ້າໄປໃນເມືອງ.

4. ຟິນແລນ ແລະ ສະວີເດນ ສະແດງຄວາມສົນໃຈຫຼາຍຂຶ້ນໃນການເຂົ້າກຸ່ມ​ ນາໂຕ ເນື່ອງຈາກສົງຄາມຕວາມຂັດແຍ່ງລະຫວ່າງຣັດເຊຍ-ຢູເຄຣນ.

5. ສາຍ​ການ​ບິນ​ຫວຽດ​ນາມຍັງເປັນ​ສາຍ​ການ​ບິນ​ດຽວ​ທີ່​ມີ​ເສັ້ນ​ທາງ​ໄປ​ຍັງ​ຣັດ​ເຊຍ​ແຕ່ຈະ​ຢຸດ​ຖ້ຽວ​ບິນແລ້ວ​ໃນວັນທີ 25 ມີນານີ້.

ແຫຼ່ງຂໍ້ມູນ:

https://www.themoscowtimes.com/2022/03/22/kremlin-calls-for-more-substantial-talks-on-ukraine-a77032

https://www.un.org/sg/en/node/262541

https://tass.com/world/1425329

https://tass.com/world/1425905

https://sputniknews.com/20220323/finnish-support-of-nato-accession-more-than-doubles-amid-russias-special-op-in-ukraine-1094106035.html

https://vietnamnews.vn/society/1166719/vietnam-airlines-to-suspend-flights-to-russia-from-march-25.html

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...