spot_img
Homeຂ່າວຕ່າງປະເທດ"ເດວິດ ເບັກແຮັມ" ຍົກອິນສຕາແກຣມໃຫ້ແພດຢູເຄຣນເຜີຍແຜ່ເລື່ອງລາວ

“ເດວິດ ເບັກແຮັມ” ຍົກອິນສຕາແກຣມໃຫ້ແພດຢູເຄຣນເຜີຍແຜ່ເລື່ອງລາວ

Published on

ເດວິດ ເບັກແຮັມ, ອາດີດກັບຕັນທີມຊາດອັງກິດ ທີ່ມີຕໍາແໜ່ງເປັນເອກອັກຄະລັດຖະທູດອົງການກອງທຶນເພື່ອເດັກນ້ອຍຂອງສະຫະປະຊາຊາດ (UNICEF) ໄດ້ຕັດສິນໃຈມອບບັນຊີອິນສຕາແກຣມຂອງລາວ ທີ່ມີຜູ້ຕິດຕາມ 71.7 ລ້ານຄົນ ໃຫ້ກັບ ອິຣີນ້າ ທ່ານໝໍຍິງຂອງປະເທດຢູເຄຣນ ເຊິ່ງໄດ້ໃຊ້ເລົ່າເລື່ອງທີ່ລາວຕ້ອງພົບພໍ້ເປັນເວລາ 1 ມື້.

ໂດຍການປະທະກັນລະຫວ່າງຣັດເຊຍ ກັບ ຢູເຄຣນຍັງດຳເນີນຕໍ່ໄປ ແລະ ບໍ່ມີທ່າທີທີ່ຈະສິ້ນສຸດລົງພາຍຫຼັງຜ່ານມາແລ້ວເປັນເວລາຫຼາຍກວ່າ 3 ອາທິດ, ເຊິ່ງຈາກຜົນກະທົບຂອງສົງຄາມໄດ້ເຮັດໃຫ້ປະຊາຊົນບາດເຈັບ ແລະ ເສຍຊີວິດຫຼາຍຄົນ, ເຮັດໃຫ້ອາດີດດາວເຕະບານ ແມນເຊສເຕີ ຢູໄນເຕັດ (Manchester United) ຕັດສິນໃຈທີ່ຈະຍື່ນມືເຂົ້າໄປຊ່ວຍ.

ຈາກການຍົກບັນຊີຂອງຕົນເອງໃຫ້ກັບ ອິຣີນ້າ ທ່ານໝໍໃນຢູເຄຣນ ເພື່ອໃຫ້ອິຣີນ້າສາມາດເຜີຍແຜ່ໃຫ້ທຸກຄົນຮັບຮູ້ເຖິງການເຮັດວຽກຂອງທ່ານໝໍໃນສະພາວະສົງຄາມແບບນີ້ ແລະ ເບິ່ງເຫັນເຖິງຄວາມຍາກລໍາບາກທີ່ເກີດຂື້ນ ພ້ອມທັງເປັນການລະດົມທຶນ ເພື່ອນຳເງິນໄປຊື້ສິ່ງທີ່ຈຳເປັນ.

ເບັກແຮັມໄດ້ກ່າວວ່າ: “ມື້ນີ້ຂ້ອຍຂໍມອບຊ່ອງຂອງຂ້ອຍໃຫ້ ອິຣີນ້າ, ຫົວຫນ້າສູນເບິ່ງແຍງເດັກນ້ອຍກ່ອນກໍາເນີດໃນເມືອງຄາຣຄິຟ ປະເທດຢູເຄຣນ. ຕອນນີ້ອິຣີນ້າກໍາລັງຊ່ວຍເຫຼືອບັນດາແມ່ມານທີ່ຕ້ອງການເກີດລູກ, ເຂົ້າໄປໜ້າອິນສຕາແກຣມສຕໍຣີຂອງຂ້ອຍ ເພື່ອຮັບຮູ້ການເຮັດວຽກງານທີ່ດີເລິດຂອງອິຣີນ້າ ກັບ ບັນດາໝູ່ຂອງລາວທີ່ກໍາລັງເຮັດເພື່ອຊ່ວຍຊີວິດຄົນໃນຢູເຄຣນ.”

“ຂໍຄວາມກະລຸນາຮ່ວມໃຫ້ຄວາມຊ່ວຍເຫຼືອ UNICEF ລວມເຖິງອິຣີນ້າເທົ່າທີ່ເຈົ້າສາມາດເຮັດໄດ້ໂດຍຜ່ານລິ້ງໃນໜ້າຊີວະປະຫວັດຂອງຂ້ອຍໄດ້ເລີຍ,” ເບັກແຮັມອັບຄຣິບບອກເລື່ອງລາວທັງໝົດໃນແຄມເປນທີ່ຈັດຂຶ້ນ.

ສໍາລັບທີ່ຜ່ານມາ ອາດີດນັກເຕະອາຍຸ 46 ປີ ເຄີຍໃຊ້ແນວທາງດຽວກັນເພື່ອຢຸດຕິການໃຊ້ຄວາມຮຸນແຮງຕໍ່ເດັກນ້ອຍໃນປີ 2018. ໂດຍລາວໄດ້ເດີນທາງໄປພົບກັບ “ສຣິປຸນ” ເດັກຍິງຊາວອິນໂດເນເຊຍ ອາຍຸ 15 ປີ ທີ່ມັກຖືກຂົ່ມເຫັງຈາກໝູ່ເພື່ອນຢູ່ໂຮງຮຽນຕະຫຼອດ ພ້ອມທັງໃຫ້ລາວຢືມອິນສຕາແກຣມເພື່ອອັບໂຫລດເລື່ອງລາວ 1 ມື້ ເພື່ອສ້າງແຮງບັນດານໃຈໃຫ້ທຸກຄົນເບິ່ງໂລກໃນແງ່ດີຫຼາຍຂຶ້ນ.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...