spot_img
Homeຂ່າວຕ່າງປະເທດຫວຽດນາມເກັບ​ພາສີບໍລິສັດຍັກໃຫຍ່ດ້ານ​ເຕັກ​ໂນ​ໂລ​ຢີ

ຫວຽດນາມເກັບ​ພາສີບໍລິສັດຍັກໃຫຍ່ດ້ານ​ເຕັກ​ໂນ​ໂລ​ຢີ

Published on

ຫວຽດນາມໄດ້ເກັບພາສີຈາກແພລຕຟອມຂ້າມພົມແດນເຊັ່ນ Google ແລະ Facebook ມູນຄ່າ 5 ພັນລ້ານດົ້ງ (218,53 ລ້ານໂດລາສະຫະລັດ) ໃນປີ 2008-2021, ລັດຖະມົນຕີກະຊວງການເງິນ ທ່ານ ຮໍດຶກຟອກ (Ho Duc Phoc) ແຈ້ງໃຫ້ບັນດາສະມາຊິກຝ່າຍສະພານິຕິບັນຍັດໃນວັນພຸດ.

ທ່ານ ຮໍດຶກຟອກ ​ໃຫ້​ຮູ້​ວ່າ ​ໃນ​ໄລຍະ 4 ປີ, Facebook ຖືກ​ເກັບ​ພາສີ 1,69 ພັນລ້ານດົ້ງ, Google 1,62 ພັນລ້ານ​ດົ້ງ ​ແລະ Microsoft 577 ຕື້​ດົງ.

ທ່ານ​ຍັງໄດ້ກ່າວ​ຕື່ມ​ວ່າ ປີ​ກາຍ​ນີ້, ຫວຽດນາມ​ໄດ້​ຮັບ​ລາຍ​ຮັບ 1,32 ພັນລ້ານດົ້ງ​ ຈາກ​ການ​ເກັບ​ພາສີແພລຕຟອມຂ້າມ​​ພົມແດນ, ​ເພີ່ມ​ຂຶ້ນ 15% ​ເມື່ອ​ທຽບ​ໃສ່​ປີ 2020.
ທາງການຫວຽດນາມ ໄດ້ຮຽກຮ້ອງໃຫ້ບັນດາບໍລິສັດຍັກໃຫຍ່ດ້ານເທັກໂນໂລຍີເກັບພາສີ Facebook ແລະ Google ຢ່າງເໝາະສົມ, ໂດຍກ່າວວ່າບໍລິສັດເຫຼົ່ານີ້ກວມເອົາປະມານ 70% ຂອງຕະຫຼາດໂຄສະນາອອນໄລນ໌, ແຕ່ໃຊ້ວິທີທີ່ແຕກຕ່າງກັນເພື່ອຫຼີກລ່ຽງພາສີ.

ກົມ​ພາສີອາກອນ​ກ່າວ​ໃນ​ປີ​ກາຍ​ນີ້​ວ່າ Facebook, Google, Netflix, Youtube ​ແລະ​ ແພລຕຟອມຂ້າມ​ພົມແດນ​ອື່ນໆ​ບໍ່​ໄດ້​ປະຕິບັດຕາມ​ພັນທະ​ພາສີ​ຢູ່​ຫວຽດນາມ.
ຫວຽດນາມຍັງຕ້ອງການເກັບພາສີຜູ້ຂາຍອອນໄລນ໌, ທັງຢູ່ໃນແພລຕຟອມການຄ້າ (e-commerce) ແລະ ສື່ສັງຄົມ (social media) ເນື່ອງຈາກວ່າຍອດຂາຍການຄ້າໄດ້ເພີ່ມຂຶ້ນເປັນຕົວເລກສອງຫຼັກໃນຊຸມປີທີ່ຜ່ານມານີ້.

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...