Homeນານາສາລະຄາຣ์ພູລ (ການໃຊ້ລົດຮ່ວມກັນ)

ຄາຣ์ພູລ (ການໃຊ້ລົດຮ່ວມກັນ)

Published on

Carpool ຫຼື ຄາຣ໌ພູລ ໝາຍເຖິງການໃຊ້ລົດຮ່ວມກັນ, ການຮ່ວມໂດຍສານໃນເສັ້ນທາງດຽວກັນ ຫຼື ເສັ້ນທາງທີ່ໃກ້ຄຽງກັນ ທີ່ເຮົາເອີ້ນກັນວ່າ: ‘’ທາງດຽວກັນ ໄປນໍາກັນ.’’ ໃນປັດຈຸບັນ ດ້ວຍສະພາບເສດຖະກິດໃນໂລກເຮົາເຮັດໃຫ້ສິນຄ້າທຸກຢ່າງມີລາຄາທີ່ສູງຂື້ນ ໂດຍສະເພາະແມ່ນ ລາຄານໍ້າມັນ. ດັ່ງນັ້ນ, ແນວຄິດ ‘’ຄາຣ໌ພູລ’’ ຈຶ່ງບໍ່ຍາກທີ່ຈະເຂົ້າເຖິງ ແລະ ສາມາດເຂົ້າມາມີບົດບາດໃນສັງຄົມຫຼາຍຂື້ນ ເປັນຕົ້ນແມ່ນ ຄົນເຮັດວຽກທີ່ຕ້ອງອາໄສການເດີນທາງ ແລະ ຕ້ອງແບກຮັບພາລະສໍາລັບການເດີນທາງໃນແຕ່ລະມື້.

ມັນຈະດີກວ່າຖ້າພວກເຮົາຫັນມາໃຊ້ລົດຮ່ວມກັນ ເຊິ່ງປະໂຫຍດຂອງຄາຣ໌ພູລ ຊ່ວຍໃຫ້ເຮົາປະຢັດນໍ້າມັນໄດ້ຫຼາຍ ຖ້າທຽບກັບການໃຊ້ລົດໃຫຍ່ 1 ຄັນ ທີ່ແລ່ນໃນໄລຍະທາງ 12 ກິໂລແມັດ, ຈະໃຊ້ນໍ້າມັນປະມານ 1​ ລິດ, ດັ່ງນັ້ນ ຖ້າຄົນ 4 ຄົນ ຂັບລົດໃຫຍ່ 4 ຄັນ ຈາກຈຸດເລີ່ມຕົ້ນດຽວກັນໄປສູ່ຈຸດໝາຍດຽວກັນດ້ວຍໄລຍະທາງ 24 ກິໂລແມັດ ຈະຕ້ອງໃຊ້ນໍ້າມັນຫຼາຍເຖິງ 8 ລິດ, ແຕ່ຖ້າຄົນ 4 ຄົນໃຊ້ລົດຮ່ວມກັນພຽງແຕ່ 1 ຄັນ ຈະໃຊ້ນໍ້າມັນພຽງແຕ່ 2 ລິດເທົ່ານັ້ນ ເຊິ່ງຈະຊ່ວຍໃຫ້ປະຢັດນໍ້າມັນຫຼາຍເຖິງ 6 ລິດ.

ນອກຈາກນີ້, ຄາຣ໌ພູລ ຍັງຊ່ວຍໃຫ້ເຮົາປະຢັດເງິນ, ຫຼຸດຜ່ອນການນໍາໃຊ້ລົດສ່ວນຕົວ, ຊ່ວຍຫຼຸດຜ່ອນຄວາມແອອັດໃນທ້ອງຖະໜົນ​, ຮັກສາສິ່ງແວດລ້ອມໂດຍການປ່ອຍມົນລະພິດຈາກລົດໜ້ອຍລົງ ແລະ ຍັງໄດ້ໃຊ້ເວລາຮ່ວມກັນກັບໝູ່ເພື່ອນ ຫຼື ເພື່ອນຮ່ວມເດີນທາງທີ່ກໍາລັງເດີນທາງໄປທາງດຽວກັນນໍາອີກ.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...