spot_img
Homeຂ່າວຕ່າງປະເທດບົດສຳພາດຂອງ ທ່ານ ເຊເກ ລາວະລົບ ລັດຖະມົນຕີຕ່າງປະເທດຕໍ່ສໍານັກຂ່າວຕ່າງປະເທດ

ບົດສຳພາດຂອງ ທ່ານ ເຊເກ ລາວະລົບ ລັດຖະມົນຕີຕ່າງປະເທດຕໍ່ສໍານັກຂ່າວຕ່າງປະເທດ

Published on

ອີງຕາມຂ່າວ ຈາກສໍານັກຂ່າວ ເຕເລການານ 24 ຂອງ ຣັດເຊຍ ແລະ ຈາກແຫຼ່ງຂ່າວຢູທູບ ໄດ້ອອກຂ່າວ ກ່ຽວກັບ ການໃຫ້ສໍາພາດຕໍ່ສໍານັກຂ່າວຕ່າງປະເທດ ຂອງ ທ່ານ ເຊເກ ລາວະລົບ, ລັດຖະມົນຕີຕ່າງປະເທດ ຣັດເຊຍ ໃນວັນທີ 3 ມີນາ 2022 ມີ ເນື້ອໃນຫຍໍ້ດັ່ງນີ້:

ບັນຫາອູແກຣນ:
ຣັດເຊຍ ເຊື່ອໝັ້ນວ່າ ສະຖານະການ ອູແກຣນ ຈະໄດ້ຮັບການແກ້ໄຂ, ເຊິ່ງເງື່ອນໄຂຕ່າງໆ ແລະ ວິທີການແກ້ໄຂບັນຫາແມ່ນຈະຖືກເປີດເຜີຍ. ມົດສະກູ ພ້ອມທີ່ຈະເຈລະຈາກັບ ກີແອບ ແຕ່ຈະສືບຕໍ່ປະຕິບັດການພິເສດທາງທະຫານ ເພາະວ່າບໍ່ສາມາດປ່ອຍໃຫ້ ອູແກຣນ ຮັກສາພື້ນຖານໂຄງລ່າງທາງທະຫານທີ່ເປັນໄພຂົ່ມຂູ່ຕໍ່ຣັດເຊຍ. ການປົດອາວຸດຂອງອູແກຣນນັ້ນ, ຣັດເຊຍ ຈະເຮັດໃຫ້ສໍາເລັດ, ເຖິງແມ່ນວ່າ ຣັດເຊຍ ແລະ ອູແກຣນ ຈະມີການລົງນາມໃນສັນຍາສັນຕິພາບນໍາກັນໃນອະນາຄົດກໍ່ຕາມ. ຂໍ້ຕົກລົງໃນການປົດອາວຸດອູຸແກຣນນີ້ ຈະຕ້ອງບັນຈຸເປັນວັກໜຶ່ງ ກ່ຽວກັບ ຄວາມເປັນກາງ ແລະ ປອດອາວຸດ ເຂົ້າໃນສັນຍາສັນຕິພາບດັ່ງກ່າວ. ຣັດເຊຍ ເຊື່ອວ່າ ເປັນການຕັດສິນໃຈທີ່ຖືກຕ້ອງໃນການປະຕິບັດການພິເສດທາງທະຫານ ແລະ ການເຈລະຈາທີ່ກຳລັງດຳເນີນ ລະຫວ່າງ ຣັດເຊຍ ແລະ ອູແກຣນ ເຖິງແມ່ນວ່າ ຈະຖືກຝ່າຍອູແກຣນ ພະຍາຍາມເລື່ອນຫຼາຍຄັ້ງຍ້ອນຮັບຂໍ້ສະເໜີຂອງຣັດເຊຍ ບໍ່ໄດ້ກໍ່ຕາມ.

ການພົວພັນ ລະຫວ່າງ ຣັດເຊຍ ກັບ ຝ່າຍຕາເວັນຕົກ:
ຣັດເຊຍ ເຊື່ອວ່າ ຄວາມວິຕົກກັງວົນຈະສູນຫາຍໄປຈາກຄູ່ຮ່ວມມືຕາເວັນຕົກໃນມື້ໃດໜຶ່ງ. ຣັດເຊຍ ໄດ້ກຽມພ້ອມສະເໝີສໍາລັບການປຶກສາຫາລືທຸກໆເງື່ອນໄຂ ແລະ ອີງໃສ່ຄວາມສະເໝີພາບ ແລະ ການເຄົາລົບຜົນປະໂຫຍດຂອງກັນ ແລະ ກັນ ກັບປະເທດຕາເວັນຕົກ. ການຂວໍ້າບາດຣັດເຊຍ ໃນປັດຈຸບັນ ແມ່ນການໃຊ້ຄວາມໄດ້ປຽບບາງປະເພດຂອງພາສີ ທີ່ມີຄວາມເປັນເອກະລາດ ແລະ ບັນດາບໍລິສັດສ່ວນໃຫຍ່ທີ່ລົງທຶນໃນ ຣັດເຊຍ ລ້ວນແລ້ວແຕ່ເປັນບໍລິສັດຂອງປະເທດຕາເວັນຕົກ ແລະ ພວກເຂົາກຳລັງຢູ່ໃນພາວະຄວາມກົດດັນອັນໃຫຍ່ຫຼວງ. ການກະທໍາຂອງຕາເວັນຕົກດັ່ງກ່າວນັ້ນ, ຖືວ່າເປັນການຕັດສິນໃຈທີ່ຜິດ ແລະ ເປັນການຄາດຫວັງທີ່ຜິດຂອງຕາເວັນຕົກ ເນື່ອງຈາກວ່າ ຝ່າຍຕາເວັນຕົກ ບໍ່ເຄີຍຈົດຈໍາປະຫວັດສາດຜ່ານມາວ່າ ຣັດເຊຍ ເຄີຍຖືກຂວໍ້າບາດມານັບຮ້ອຍຄັ້ງ ແລະ ສິ່ງທີ່ຣັດເຊຍ ຢືນຢັນມາຕະຫຼອດຄືການບໍ່ສ້າງຂໍ້ຕົກລົງໃດໆກັບຕາເວັນຕົກພາຍໃຕ້ພາວະຄວາມກົດດັນ.

ກຸ່ມຕາເວັນຕົກ ບໍ່ສາມາດຕັດສິນໃຈວ່າ ຣັດເຊຍ ຕ້ອງການຫຍັງເພື່ອຮັບປະກັນຄວາມປອດໄພ. ເຖິງຝ່າຍຕາເວັນຕົກຈະປະກາດແນວໃດກໍ່ຕາມວ່າ ການເຂົ້າເປັນສະມາຊິກຂອງອົງການນາໂຕຂອງ ອູແກຣນ ຫຼື ປະເທດອື່ນໆ, ທີ່ບໍ່ແມ່ນສ່ວນຫນຶ່ງຂອງພັນທະມິດໃນປັດຈຸບັນ, ຈະບໍ່ເປັນໄພຂົ່ມຂູ່ຕໍ່ຄວາມຫມັ້ນຄົງຂອງ ຣັດເຊຍ, ເຊິ່ງເປັນບັນຫາທີ່ປະເທດຕາເວັນຕົກບໍ່ຄວນເປັນຝ່າຍຕັດສິນໃຈວ່າ ຣັດເຊຍ ຕ້ອງການຫຍັງເພື່ອຮັບປະກັນຄວາມປອດໄພຂອງຣັດເຊຍ ເອງ. ຣັດເຊຍ ຕ້ອງການໃຫ້ຕາເວັນຕົກ ຮັບຟັງຂໍ້ສະເໜີ 3 ຂໍ້ຂອງຣັດເຊຍ ໃນການຮັບປະກັນທາງດ້ານຄວາມໝັ້ນຄົງຂອງຣັດເຊຍ.
ໃນປັດຈຸບັນ ເອີຣົບຕາເວັນຕົກ ໄດ້ຖືກຄອບງໍາໂດຍ ອາເມຣິກາ, ເຊິ່ງເປັນທີ່ແນ່ນອນວ່າ ທັງນາໂຕ ແລະ ອີຢູ ຮູ້ສະຖານະຂອງຕົນ ແລະ ບໍ່ມີຂໍ້ໂຕ້ແຍ້ງຕໍ່ອາເມຣິກາ. ອາເມຣິກາ ໄດ້ດຳເນີນການຕຳໜິຕິຕຽນລັດອື່ນຢ່າງເປີດເຜີຍ ເພື່ອບັນລຸເປົ້າໝາຍທີ່ຕົນຕ້ອງການໃນການລົງຄະແນນສຽງຂອງອົງການສະຫະປະຊາຊາດ. ຣັດເຊຍ ຮູ້ດີ ກ່ຽວກັບ ວິທີການທີ່ເພື່ອນຮ່ວມງານຕາເວັນຕົກ ໃຊ້ເພື່ອບັນລຸຜົນໄດ້ຮັບເຫຼົ່ານີ້ ເຊັ່ນ: ການ blackmail ທາງກົງ ແລະ ທາງອ້ອມ.

ສົງຄາມນິວເຄຼຍ
ທ່ານລັດຖະມົນຕີຕ່າງປະເທດ ເຊເກ ລາວະລົບ ໄດ້ຕອບຄໍາຖາມນັກຂ່າວ ກ່ຽວກັບ ຄວາມເຂົ້າໃຈຂອງທຸກຝ່າຍທີ່ວ່າ ໂອກາດເກີດສົງຄາມໂລກຄັ້ງທີ III ອາດເປັນໄປໄດ້, ແຕ່ຈະເປັນສົງຄາມນິວເຄຼຍ ນັ້ນ, ເຫັນວ່າເປັນແນວຄິດຂອງນັກການເມືອງຕາເວັນຕົກ, ແຕ່ບໍ່ໄດ້ຢູ່ໃນຫົວຂອງນັກການເມືອງຣັດເຊຍ. ມັນແມ່ນປະເທດຕາເວັນຕົກ ທີ່ພະຍາຍາມເວົ້າ ກ່ຽວກັບ ການປະຕິບັດ ແລະ ການນໍາໃຊ້ອາວຸດນິວເຄຼຍ ໂດຍສະເພາະຜ່ານການຖະແຫຼງຂ່າວຢ່າງລຽນຕິດຂອງ ທ່ານເລຂາທິການໃຫຍ່ນາໂຕ Jens Stoltenberg ແລະ ລັດຖະມົນຕີການຕ່າງປະເທດຝຣັ່ງ Jean-Yves Le Drian.

ບົດຄວາມຫຼ້າສຸດ

ບໍລິສັດ ສິດທິໂລຈິດສຕິກ ລາວ ຈຳກັດ ຮ່ວມມືກັບ ກຸ່ມບໍລິສັດ YCH ເດີນຫນ້າຮ່ວມມືກັນໃນການຂົນສົ່ງສິນຄ້າກະສິກໍາຂ້າມແດນຫຼາຍຮູບແບບ

ບໍລິສັດ ສິດທິໂລຈິດສຕິກ ລາວ ຈຳກັດ ຮ່ວມມືກັບ ກຸ່ມບໍລິສັດ YCH ເດີນຫນ້າຮ່ວມມືກັນໃນການຂົນສົ່ງສິນຄ້າກະສິກໍາຂ້າມແດນຫຼາຍຮູບແບບ ເພື່ອເສີມສ້າງຄວາມເຊື່ອມໂຍງຂອງພູມິພາກອາຊຽນ ບໍລິສັດ ສິດທິໂລຈິດສຕິກ ລາວ ຈຳກັດ ແລະ ກຸ່ມບໍລິສັດ...

ກຸ່ມບໍລິສັດ ພອນສັກ ລົງທຶນ 4 ຕື້ໂດລາ ສ້າງໂຮງງານໄຟຟ້າພະລັງງານຄວາມຮ້ອນຖ່ານຫີນຂະຫນາດໃຫຍ່ຢູ່ແຂວງເຊກອງ

ກຸ່ມບໍລິສັດ ພອນສັກ ລົງທຶນ 4 ຕື້ໂດລາ ສ້າງໂຮງງານໄຟຟ້າພະລັງງານຄວາມຮ້ອນຖ່ານຫີນຂະຫນາດໃຫຍ່ຢູ່ແຂວງເຊກອງ ສົ່ງອອກກຳປູເຈຍ. ໃນວັນທີ 2 ເມສາ 2025 ໄດ້ຈັດພິທີວາງສິລາລຶກຢ່າງເປັນທາງການ ສຳລັບໂຄງການໄຟຟ້າພະລັງງານຄວາມຮ້ອນຖ່ານຫີນທີ່ເມືອງກະລືມ, ແຂວງເຊກອງ ພາກໃຕ້ຂອງ...

ບໍລິສັດ ເບຍລາວ ໄດ້ຮັບການຮັບຮອງດ້ານຄຸນນະພາບໃນລະດັບສາກົນ ຈັດຂຶ້ນຢູ່ນະຄອນບຣູດເຊວ, ປະເທດເບວຢຽ

ບໍລິສັດ ເບຍລາວ ໄດ້ຮັບການຮັບຮອງດ້ານຄຸນນະພາບໃນລະດັບສາກົນອີກຄັ້ງ ເມື່ອສອງຜະລິດຕະພັນຂອງບໍລິສັດຄື: ເບຍລາວ ແລະ ເບຍລາວກຣີນ ຄວ້າລາງວັນຫຼຽນຄຳດ້ານຄຸນນະພາບໃນງານ Monde Selection ຄັ້ງທີ 64 ເຊິ່ງເປັນງານມອບລາງວັນດ້ານຄຸນນະພາບລະດັບໂລກ ທີ່ໄດ້ຈັດຂຶ້ນຢູ່ນະຄອນບຣູດເຊວ,...

ພາກເໜືອ-ກາງ ກຽມຮັບມືກັບຝົນຕົກໃນໄລຍະວັນທີ 12 ຫາ 17 ເມສາ 2025

ຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ, ຫມາກເຫັບຕົກ ແລະ ລົມພັດແຮງ ໃນໄລະຍະວັນທີ 12 ຫາ 17 ເມສາ 2025 ຄວາມກົດດັນສູງອາກາດເຢັນທີ່ປະເທດຈີນຈະແຜ່ລົງມາປົກຄຸມຢູ່ເຂດພາກເຫນືອ ແລະ ພາກກາງ...