spot_img
Homeຂ່າວພາຍ​ໃນເຜີຍແຜ່ກ່ຽວກັບການດຳເນີນທຸລະກິດຂອງລັດວິສາຫະກິດໄຟຟ້າລາວ

ເຜີຍແຜ່ກ່ຽວກັບການດຳເນີນທຸລະກິດຂອງລັດວິສາຫະກິດໄຟຟ້າລາວ

Published on

ອີງຕາມການລາຍງານເພສຂ່າວ ປະຊາຊົນ ໄດ້ລາຍງານວ່າ: ໃນວັນທີ 1 ມີນາ 2022 ທີ່ຜ່ານມາ ລັດວິສາຫະກິດໄຟຟ້າລາວ ໄດ້ຈັດກອງປະຊຸມເຜີຍແຜ່ກ່ຽວກັບການດຳເນີນທຸລະກິດຂອງລັດວິສາຫະກິດໄຟຟ້າລາວ ຢູ່ແຂວງບໍລິຄຳໄຊ ໂດຍການເປັນປະທານຂອງທ່ານ ຈັນທະບູນ ສຸກອາລຸນ ຜູ້ອຳນວຍການໃຫຍ່ລັດວິສາຫະກິດໄຟຟ້າລາວ, ທ່ານ ສຸວັນນີ ໄຊຊະນະ ປະທານ ສພຂ ບໍລິຄຳໄຊ, ມີບັນດາຫົວໜ້າກົມ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໂອກາດດັ່ງກ່າວ, ທ່ານ ຈັນທະບູນ ສຸກອາລຸນ ໄດ້ນຳສະເໜີກ່ຽວກັບລັດວິສາຫະກິດໄຟຟ້າລາວ ຊຶ່ງເປັນວິສາຫະກິດຍຸດທະສາດຂອງປະເທດ ຢູ່ໃນການຄຸ້ມຄອງດ້ານເຕັກນິກ-ວິຊາການ ໂດຍກະຊວງພະລັງງານ ແລະ ບໍ່ແຮ່, ໄຟຟ້າລາວ ເປັນວິສາຫະກິດ ທີ່ມີປະຫວັດອັນຍາວນານ ຢູ່ຄຽງຄູ່ກັບການເຕີບໃຫຍ່ຂະຫຍາຍຕົວຂອງປະເທດຊາດ ນັບແຕ່ສະໄໝກ່ອນປົດປ່ອຍຈົນເຖິງປັດຈຸບັນ ແລະ ເວົ້າໄດ້ວ່າເປັນວິສາຫະກິດ ທີ່ມີມູນຄ່າຊັບສິນສູງທີ່ສຸດໃນປະເທດ ຊຶ່ງຮັບປະກັນການສະໜອງໄຟຟ້າໃຫ້ປະຊາຊົນລາວບັນດາເຜົ່າ ສາມາດມີໄຟຟ້າໃຊ້ຢ່າງພຽງພໍ ແລະ ທົ່ວເຖິງ ຕາມທິດທາງນະໂຍບາຍທີ່ລັດຖະບານກໍານົດໄວ້ (ມາຮອດປັດຈຸບັນ ປະຊາຊົນລາວສາມາດມີໄຟຟ້າໃຊ້ແລ້ວ 95% ຂອງຈຳນວນຄົວເຮືອນທັງໝົດ ທົ່ວປະເທດ) ດຳເນີນທຸລະກິດໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ໂດຍແນໃສ່ສ້າງອຸດສາຫະກຳໄຟຟ້າໃຫ້ເປັນຂະແໜງການຫຼັກ ໃນການພັດທະນາເສດຖະກິດ-ສັງຄົມ ແລະ ສ້າງລາຍຮັບໃຫ້ແກ່ປະເທດ, ພ້ອມທັງຊຸກຍູ້ສົ່ງເສີມຂະແໜງການປິ່ນອ້ອມໃຫ້ມີການພັດທະນາໄປຄຽງຄູ່ກັນ ເພື່ອສ້າງວຽກເຮັດງານທຳໃຫ້ປະຊາຊົນລາວບັນດາເຜົ່າ ແລະ ໄດ້ຊົມໃຊ້ໄຟຟ້າໃນລາຄາທີ່ສົມເຫດສົມຜົນ, ແນ່ນອນວ່າ ການປະຕິບັດສອງໜ້າທີ່ຍຸດທະສາດໃຫ້ສອດຄ່ອງກັນນັ້ນ ເປັນພາລະໜ້າທີ່ອັນໜັກໜ່ວງ ຂອງລັດວິສາຫະກິດໄຟຟ້າລາວ ແລະ ຈຳເປັນຕ້ອງໃຊ້ທຶນຮອນອັນມະຫາສານເຂົ້າໃນການພັດທະນາລະບົບໂຄງລ່າງພື້ນຖານ ນັບຕັ້ງແຕ່ການລົງທຶນກໍ່ສ້າງແຫຼ່ງຜະລິດ (ສ່ວນໃຫຍ່ແມ່ນການລົງທຶນໂດຍນັກລົງທຶນຕ່າງປະເທດ), ການກໍ່ສ້າງສາຍສົ່ງ-ສະຖານີໄຟຟ້າແຮງສູງ, ກໍ່ສ້າງຕາຂ່າຍໄຟຟ້າແຮງກາງ ແລະ ແຮງຕໍ່າ, ຈົນຮອດໝໍ້ນັບໄຟທີ່ຕິດຕັ້ງຢູ່ຕາມຄົວເຮືອນຂອງປະຊາຊົນ.

ຄຽງຄູ່ກັບການເຕີບໃຫຍ່ຂະຫຍາຍໂຕຂອງ ຟຟລ ຍັງມີບັນຫາຫຼາຍອັນທີ່ຍັງຄົງຄ້າງທີ່ຕ້ອງໄດ້ຮັບການປັບປຸງແກ້ໄຂເຊັ່ນ: ການປັບປຸງລະບົບສະໜອງໄຟໃຫ້ມີຄວາມໝັ້ນຄົງ, ຄວາມໝັ້ນຄົງຂອງພະລັງງານພາຍໃນປະເທດໃຫ້ມີຄວາມດຸ່ນດ່ຽງ ແລະ ລາຄາໄຟຟ້າໃຫ້ສົມເຫດສົມຜົນ. ປັດຈຸບັນ ລັດວິສາຫະກິດໄຟຟ້າລາວ ຊື້ພະລັງງານໄຟຟ້າຈາກແຫຼ່ງຜະລິດພາຍໃນ 89 ແຫ່ງ, ມີສະຖານີໄຟຟ້າແຮງສູງ 75 ແຫ່ງ, ມີລະບົບສາຍສົ່ງໄຟຟ້າແຮງສູງ 115 ກວ ແລະ 230 ກວ ຍາວປະມານ 9.974 Km ວົງຈອນ, ມີລະບົບຕາຂ່າຍຈຳໜ່າຍໄຟຟ້າ ພາກແຮງດັນກາງ ແລະ ແຮງດັນຕໍ່າ ຍາວປະມານ 55.600 Km ວົງຈອນ ສາມາດສະໜອງພະລັງງານໄຟຟ້າໄດ້ 95% ຂອງຈຳນວນຄົວເຮືອນທົ່ວປະເທດ.

ສະເພາະບໍລິຄຳໄຊ ປັດຈຸບັນ ມີໄຟຟ້າໃຊ້ ຈຳນວນ 283 ບ້ານ ກວມເອົາ 100 % ຂອງຈໍານວນ ຄອບຄົວທີ່ມີໄຟຟ້າໃຊ້ ແລະ ມີ 46.312 ຄົວເຮືອນ ທີ່ມີໄຟຟ້າໃຊ້ຖາວອນແລ້ວ ຈຳນວນ 96% ເພື່ອຮັບປະກັນການດຳເນີນທຸລະກິດໃຫ້ມີປະສິດທິຜົນ ລັດວິສາຫະກິດ ໄຟຟ້າລາວ ກຳລັງດຳເນີນການປະຕິຮູບຮອບດ້ານ ເພື່ອສະໜອງນະໂຍບາຍຂອງລັດຖະບານໃນການຫັນເອົາພະລັງງານໄຟຟ້າໃຫ້ກາຍເປັນກະດູກສັນຫຼັງຂອງການພັດທະນາປະເທດ ຕາມທິດຫັນເປັນອຸດສາຫະກຳ ແລະ ທັນສະໄໝ ຕອບສະ ໜອງການປະຕິບັດວາລະແຫ່ງຊາດ ເພື່ອແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ທີ່ສະພາແຫ່ງຊາດ ໄດ້ຮັບຮອງໃຫ້ມີປະສິດທິຜົນ ແລະ ປະກົດຜົນເປັນຈິງ.
(ຂ່າວ-ພາບ: ວຽງສະຫວັນ)

ບົດຄວາມຫຼ້າສຸດ

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ຈະໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 17-23 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍຈະມີຄະນະຜູ້ແທນຈາກລັດຖະສະພາສະມາຊິກໄອປາ, ຄະນະຜູ້ແທນ...

ເປີດຢ່າງເປັນທາງການ ແຂ່ງຂັນຊ່ວງເຮືອເມືອງນານ ປະຈໍາປີ 2024

ເມືອງ ນານ ແຂວງ ຫລວງພະບາງ ຈັດພິທີເປີດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະຈໍາປີ 2024 ຂຶ້ນ ໃນວັນທີ 17 ຕຸລາ ນີ້ ທີ່ຜາມໄຊຍຶ່ງນ້ໍານານ...

Liam Payne ອະດີດສະມາຊິກວົງ One Direction ເສຍຊີວິດຫຼັງຈາກຕົກລົງຊັ້ນ 3 ໃນໂຮງແຮມແຫ່ງໜຶ່ງ

ອີງຕາມສຳນັກຂ່າວບີບີຊີ ລາຍງານວ່າ: ລຽມ ເພນ (Liam Payne) ອະດີດສະມາຊິກວົງ ວັນໄດເຣກຊັ່ນ (One Direction) ວົງດົນຕີຊື່ດັງຈາກ ອັງກິດ-ໄອແລນ ໄດ້ເສຍຊີວິດດ້ວຍອາຍຸ 31...

ເດືອນກັນຍາ 2024 ມີຜູ້ເສຍຊີວິດຈາກອຸບັດເຫດທັງໝົດ 54 ຄົນ ໃນຂອບເຂດທົ່ວປະເທດ

ໃນໄລຍະເດືອນກັນຍາ 2024 ຜ່ານມານີ້, ທົ່ວປະເທດລາວ ມີຜູ້ເສຍຊີວິດເຖິງ 54 ຄົນ, ມີຜູ້ບາດເຈັບ 674 ຄົນ ແລະ ມີພາຫະນະເປ່ເພ 780 ຄັນຈາກອຸບັດເຫດເກີດຂຶ້ນທັງໝົດ...