spot_img
Homeຂ່າວຕ່າງປະເທດສະຫະລັດອາເມລິກາ ກຽມຈັດກອງປະຊຸມ ກັບ ຜູ້ນຳອາຊຽນ ໃນທ້າຍເດືອນນີ້

ສະຫະລັດອາເມລິກາ ກຽມຈັດກອງປະຊຸມ ກັບ ຜູ້ນຳອາຊຽນ ໃນທ້າຍເດືອນນີ້

Published on

ອີງຕາມການລາຍງານເພສຂ່າວ ຂປລ ໄດ້ລາຍງາຍວ່າ: ທ່ານ ໂຈ ໄບເດນ (Joe Biden) ປະທານາ ທິບໍດີ ສະຫະລັດອາເມລິກາ ປະກາດ ກຽມຈັດກອງປະຊຸມສຸດຍອດ ຮ່ວມກັບບັນດາ ຜູ້ນຳປະເທດສະມາຊິກ ສະມາຄົມປະຊາຊາດ ແຫ່ງອາຊີ ຕາເວັນອອກ ສ່ຽງໃຕ້ (ອາຊຽນ) ໃນລະຫວ່າງ ວັນທີ 28-29 ມີນາ ປີນີ້ ຢູ່ນະຄອນຫຫຼວງ ວໍຊີງຕັນ ເພື່ອສະເຫຼີມສະຫຼອງ ວັນສ້າງຕັ້ງ ສາຍພົວພັນທາງການທູດຄົບຮອບ 45 ປີ ລະຫວ່າງ ສະຫະລັດອາເມລິກາ ແລະ ອາຊຽນ.

ນອກຈາກນີ້ ທ່ານ ໂຈ ໄບເດນ ຍັງໄດ້ເນັ້ນຕື່ມວ່າ: ການມີ ສ່ວນຮ່ວມ ແລະ ຄວາມເປັນຫຸ້ນສ່ວນ ຂອງ ອາເມລິກາ ຕໍ່ພາກພື້ນ ອິນໂດ-ປາຊີຟິກ ທີ່ມີຄວາມເປັນເສລີ ແລະ ເປີດກວ້າງ ດ້ວຍການຍົກລະດັບຄວາມສຳພັນ ກັບ ອາຊຽນ ເພື່ອໃຫ້ ອາຊີຕາເວັນອອກ ສ່ຽງໃຕ້ ເປັນສູນກາງ ແລະ ການສົ່ງເສີມສາຍພົວພັນລະດັບທະວິອາຊີ ເພື່ອຄວາມຮຸ່ງເຮືອງ ແລະ ສະຖຽນລະພາບຂອງພາກພື້ນ.

ບົດຄວາມຫຼ້າສຸດ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...