spot_img
Homeຂ່າວພາຍ​ໃນເປີດເຜີຍ! ສາເຫດການສັນຈອນແອອັດໃນນະຄອນຫຼວງວຽງຈັນ

ເປີດເຜີຍ! ສາເຫດການສັນຈອນແອອັດໃນນະຄອນຫຼວງວຽງຈັນ

Published on

ດັ່ງທີ່ເຮັາເຫັນໃນແຕ່ລະວັນ, ການສັນຈອນແອອັດ ຫຼື ລົດຕິດນັ້ນ ຕາມທ້ອງຖະໜົນແມ່ນເຫັນໄດ້ຢ່າງຊັດເຈນ ໂດຍສະເພາະການຈະລາຈອນຢູ່ໃນນະຄອນຫຼວງວຽງຈັນ ແມ່ນເກີດມີສະພາບແອອັດເຄື່ອນຕົວຊ້າ ຕັ້ງແຕ່ເວລາ 7:30 ເຖິງ 9:00 ໂມງ ແລະ 16:30 ເຖິງ 18:00 ໂມງ ໃນວັນລັດຖະການຕາມຈຸດທາງຄົບສາມແຍກສີ່ແຍກ, ທາງວົງວຽນ, ຍ້ອນສະພາບຜັງເມືອງເກົ່າ, ເສັ້ນທາງແຄບ, ບໍ່ສາມາດຂະຫຍາຍຕົວ ໃຫ້ກວ້າງອອກໄດ້ ຈຸດປ່ຽນທາງຫຼາຍຈຸດເກີນມາດຕະຖານ, ມີຕະຫຼາດ, ຮ້ານຄ້າ, ຮ້ານອາຫານ, ສໍານັກງານ-ຫ້ອງການຕິດແຄມທາງຂອດລົດກວມພື້ນທີ່ໆຄວນໃຊ້ແລ່ນ.

ນອກຈາກນີ້ເຫັນໄດ້ວ່າ ເກືອບທຸກເສັ້ນທາງ ແມ່ນເອົາເສັ້ນທາງຍ່າງເປັນບ່ອນວາງວັດສະດຸກໍ່ສ້າງ, ຂາຍເຄື່ອງ, ຜູ້ຂັບຂີ່ຈອດລົດຊະຊາຍຕາມຈຸດທີ່ມີເຄື່ອງໝາຍຫ້າມຕ່າງໆ; ການເຂົ້າ ວຽກ-ເລີກວຽກ, ເຂົ້າຮຽນ-ເລີກຮຽນຍັງແມ່ນເວລາດຽວກັນ, ການຈັດສັນເສັ້ນທາງການສັນຈອນຂອງລົດບັນທຸກຂົນສົ່ງໂດຍສານບໍ່ທັນເໝາະສົມ, ການອະນຸຍາດບ່ອນຈອດລົດເກັບເງິນຍັງແມ່ນເອກະຊົນເປັນຜູ້ຮັບຜິດ ຊອບທັງໝົດ ແຕ່ການກວດກາຂອງເຈົ້າໜ້າທີ່ກ່ຽວຂ້ອງແມ່ນບໍ່ເຂັ້ມງວດ; ພ້ອມດຽວກັນນັ້ນ, ລະບຽບກົດໝາຍກ່ຽວກັບຈະລາຈອນທາງບົກບາງສະບັບຍັງມີຊ່ອງຫວ່າງ, ການບັງຄັບໃຊ້ລະບຽບກົດໝາຍຕໍ່ຜູ້ລ່ວງລະເມີດແມ່ນຍັງບໍ່ທັນເຂັ້ມງວດ.

ແນວໃດກໍ່ຕາມ ສາເຫດຕົ້ນຕໍທີ່ພາໃຫ້ເກີດຈະລາຈອນແອອັດ, ສ່ວນຫຼາຍແມ່ນເກີດຈາກຄົນ, ຍ້ອນຄວາມຮັບຮູ້ດ້ານລະບຽບກົດໝາຍກ່ຽວກັບການຈະລາຈອນທາງບົກຂອງຜູ້ໃຊ້ລົດ-ໃຊ້ຖະໜົນຈຳນວນໜຶ່ງຍັງບໍ່ທັນສູງ ຂາດຄວາມຊຳນິ -ຊຳນານໃນການຂັບຂີ່ຍານພາຫະນະຕາມເສັ້ນທາງສັນຈອນ ເຮັດໃຫ້ມີ ການລ່ວງລະເມີດເກີດຂຶ້ນ ແລະ ອີກຈຳນວນໜຶ່ງມີຄວາມຮັບຮູ້ທາງດ້ານລະບຽບກົດໝາຍກ່ຽວກັບການຈະລາຈອນທາງບົກ. ແຕ່ມີແນວຄິດມັກງ່າຍ-ຂາດສະຕິ, ຂາດຄວາມຮັບຜິດຊອບເຫັນແຕ່ຄວາມສະດວກສະບາຍເຈດຕະນາລະເມີດ ເຊັ່ນ: ຂັບຂີ່ລົດບໍ່ໄປຕາມຊ່ອງ ທາງຈະລາຈອນ, ຈອດລົດຊະຊາຍ, ລ່ວງໄຟແດງ, ປ້າຍຫ້າມ, ບໍ່ປ່ອຍສິດເວລາທາງນ້ອຍອອກສູ່ ທາງໃຫຍ່, ມີການສວຍໃຊ້ເສັ້ນທາງເປັນບ່ອນຝາກລົດ, ຂາຍເຄື່ອງ ວັດສະດຸກໍ່ສ້າງ, ກອງດິນ, ຫີນ, ຊາຍ ແລະ ສິ່ງຂອງຕ່າງໆ.

ເກີດຈາກການຄວບຄຸມ, ບໍລິຫານ ແລະ ຈັດການຂອງເຈົ້າໜ້າທີ່ ໂດຍມີ ການກຳນົດເສັ້ນທາງ ແລະ ເວລາໃຫ້ລົດບັນທຸກໜັກລົດຂົນສົ່ງສິນຄ້າ, ລົດບໍລິຫານອະນາໄມທາງທີ່ແລ່ນຕາມເສັ້ນທາງໃນຕົວເມືອງບໍ່ທັນເຂັ້ມງວດ, ການກຳນົດເວລາເຂົ້າການ, ເລີກການຂອງພະນັກງານລັດ, ເອກະຊົນ, ເວ ລາເຂົ້າ-ເລີກ ໂຮງຮຽນຂອງນັກຮຽນ-ນັກສຶກສາແມ່ນເວລາດຽວກັນ, ການຈັດສັນບ່ອນຈອດລົດສາທາລະນະທີ່ມີແລ້ວຍັງບໍ່ທັນເໝາະສົມ ແລະ ພຽງ ພໍ. ການກວດກາບັງຄັບໃຊ້ກົດໝາຍຂອງກຳລັງຕຳຫຼວດຈະລາຈອນ ແລະ ພາກສ່ວນກ່ຽວຂ້ອງບາງຄັ້ງຍັງບໍ່ທັນເຂັ້ມງວດ, ຕໍ່ເນື່ອງ ແລະ ບໍ່ເອກະພາບ ບວກກັບພາຫະນະເພີ່ມຂຶ້ນຈຳນວນຫຼວງຫຼາຍເຮັດໃຫ້ປະລິມານຄວາມໜາແໜ້ນຂອງພາຫະນະ, ເສັ້ນທາງໃນຕົວເມືອງບໍ່ສາມາດຕອບສະໜອງໄດ້ ແລະ ພາຫະນະບໍ່ໄດ້ຮັບການກວດກາທາງດ້ານເຕັກນິກ ເຮັດໃຫ້ພາຫະນະຕິດຂັດຕາມເສັ້ນທາງ.

ຂໍ້ມູນຂ່າວ: ຄວາມສະຫງົບ

ບົດຄວາມຫຼ້າສຸດ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...