ພົບເດັກອາຍຸ 6 ປີ ຫຼັງຫາຍໂຕໄປ 2 ປີ ໃນອາເມລິກາ

0
1302

ໃນວັນ​ທີ 17 ກຸມພາ​ 2022 ເວັບໄຊ້ຂ່າວ BBC ​ໄດ້​ລາຍ​ງານ​ວ່າ: ​ເດັກນ້ອຍ​ຄົນ​ໜຶ່ງ​ ທີ່​ຫາຍ​ສາບ​ສູນ​ໄປ​ໃນ​ປີ 2019 ​ໄດ້​ຖືກ​ພົບ​ເຫັນ​ ແລະ ຍັງມີ​ຊີວິດ​ຢູ່​ໃນ​ຫ້ອງ​ລັບ​ກ້ອງ​ຂັ້ນ​ໄດ​ແຫ່ງ​ໜຶ່ງ​ໃນ​ລັດ​ນິວຢອກ, ຫຼັງ​ຈາກ​ຕຳຫຼວດ​ເຂົ້າຄົ້ນ​ ຢູ່​ເຮືອນ​ຫຼັງ​ໜຶ່ງ ໃນ​ວັນ​ທີ 14 ກຸມພາ​ ຜ່ານມານີ້ ເຊິ່ງຢູ່ໃນເຂດ​ເມືອງເຊົາເຈີຕີສ ຫຼັງ​ຈາກ​ຕໍາ​ຫຼວດ​ໄດ້​ພົບ​ເຫັນ​ເດັນທີ່ຫາຍໂຕໄປ ຊື່ວ່າ ໄພ້ລີ ຕອນ​ນີ້​ໄດ້​ມີ​ອາ​ຍຸ 6 ປີ.

ຈາກການຖະແຫຼງຂອງຕຳຫຼວດໃຫ້ຮູ້ວ່າ: ນາງ ໄພສລີ ໄດ້ຖືກແຈ້ງຄວາມວ່າ ຫາຍສາບສູນຈາກເຂດ ໄທໂອກາ, ລັດນິວຢອກ, ໃນເດືອນກໍລະກົດ ປິ 2019, ເຊິ່ງຕອນນັ້ນລາວມີອາຍຸພຽງແຕ່ 4 ປີ ເຊິ່ງເຈົ້າໜ້າທີ່ເຊື່ອວ່າ ໃນເວລານັ້ນຜູ້ກໍ່ເຫດແມ່ນພໍ່ແມ່ແທ້ໆຂອງເດັກ ທີ່ບໍ່ແມ່ນຜູ້ປົກຄອງຕາມກົດໝາຍ (ພໍ່ແມ່ທີ່ບໍ່ມີການເບິ່ງແຍງ) ຄືນາງ ຄິມເບີລີ້ ຄູເປີ ອາຍຸ 33 ປີ, ແລະ ທ້າວ ເຄີກ ຊັລຕີສ ຈູເນຍ ອາຍຸ 32 ປີ ເປັນຜູ້ລັກພາໂຕໄປ.

ຫຼັງ​ຈາກ​ໄດ້​ຮັບ​ຂໍ້​ມູນ​ວ່າ ໄພສລີ ໄດ້​ຖືກເຊື່ອງ​ຢູ່​ເມືອງເຊົາເຈີຕີສ ຕຳຫຼວດກໍ​ໄດ້​ເຂົ້າ​ໄປ​ຄົ້ນ​ເຮືອນຫຼັງນີ້ ເຊິ່ງໄດ້ຖືກຄົ້ນຫາຫຼາຍຄັ້ງກ່ອນໜ້ານີ້ແຕ່ບໍ່ພົບ. ໃນຂະນະທີ່ຕຳຫຼວດກຳລັງຊອກຫາເດັກຢູ່ນັ້ນ ພໍ່ຕູ້ຂອງເດັກ ກໍ່ຢູ່ໃນເຮືອນ ແລະ ບອກວ່າ ລາວກໍບໍ່ຮູ້ວ່າຫຼານສາວຂອງລາວຢູ່ໃສ ​ແຕ່​ພາຍຫຼັງ​ຊອກ​ຫາ​ເປັນ​ເວລາດົນ​ກວ່າ 1 ຊົ່ວ​ໂມງ ຜູ້ສືບສວນພົບເຫັນຂັ້ນໄດທີ່ພາລົງໄປຊັ້ນໃຕ້ດິນຂອງເຮືອນເບິ່ງຄືວ່າ ເປັນໂຄງສ້າງທີ່ແປກໆ, ຫຼັງຈາກນັ້ນຕຳຫຼວດກໍໄດ້ມ້າງໄມ້ແຜ່ນຫຼາຍອັນອອກມາ ຈົນພົບເດັນນ້ອຍ ແລະ ນາງ ຄິມເບີລີ້ ຄູເປີ ທີ່ລີ້ຢູ່ກົງຂະໜາດນ້ອຍ ກ່ອນທີ່ຈະນຳໂຕອອກມາຮັບການກວດຮ່າງກາຍໂດຍແພດສະໜາມ ແລະ ມີລາຍງານວ່າ ສຸຂະພາບແຂງແຮງດີ.

ເຊິ່ງສາເຫດຄັ້ງນີ້, ເຈົ້າໜ້າທີ່ຄາດວ່າ: ເນື່ອງຈາກພໍ່ແມ່ຂອງເດັກ ໄດ້ສູນເສຍສິດໃນການເບິ່ງແຍງເດັກ ຈິ່ງໄດ້ລັກພາໂຕເດັກໄວ້ໃນຫ້ອງແຄບໆໃຕ້ດິນ ເພື່ອບໍ່ໃຫ້ຄົນອື່ນພົບເຫັນ.

ສ່ວນພໍ່, ແມ່ ແລະ ພໍ່ຕູ້ ແມ່ນໄດ້ຖືກຈັບ ແລະ ຕັ້ງຂໍ້ຫາ ວ່າແຊກແຊງການເບິ່ງແຍງເດັກ ແລະ ເປັນອັນຕະລາຍຕໍ່ສະຫວັດດີການຂອງເດັກ. ຫຼັງຈາກນັ້ນ, ​ພໍ່ຕູ້ ​ແລະ​ ພໍ່ຂອງເດັກ ແມ່ນຖືກ​ປ່ອຍ​ຕົວ​ລະຫວ່າງການພິຈາລະນາຄະດີ ແຕ່​ນາງ ຄູເປີ ມີ​ໝາຍ​ຈັບ​ອີກ​ອັນ​ນຶ່ງ​ທີ່​ຍັງ​ຄ້າງ​ຢູ່. ສ່ວນເຈົ້າໜ້າທີ່ຍັງຕ້ອງ​ສືບ​ຕໍ່​ສືບ​ສວນ​ສອບ​ສວນ​ ແລະ ​ພິ​ຈາ​ລະ​ນາ​ການ​ຈັບ​ກຸມ​ຕື່ມ​ອີກ.