spot_img
Homeຂ່າວພາຍ​ໃນລາຍງານສະພາບໂຄວິດ-19 ແລະ ການສັກວັກຊີນໃນລາວ ວັນທີ 18 ກຸມພາ 2022

ລາຍງານສະພາບໂຄວິດ-19 ແລະ ການສັກວັກຊີນໃນລາວ ວັນທີ 18 ກຸມພາ 2022

Published on

ລາຍງານຈາກຄະນະສະເພາະກິດ ວັນທີ 18 ກຸມພາ 2022 ກ່ຽວກັບສະພາບໂຄວິດ-19 ໃຫ້ຮູ້ວ່າ ວັນທີ 17 ກຸມພາ 2022, ໄດ້ກວດວິເຄາະທັງໝົດ 2,676 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 251 ຄົນ (ຕິດເຊື້ອພາຍໃນ 247 ຄົນ ແລະ ນໍາເຂົ້າ 4 ຄົນ).
– ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ ທັງໝົດ 247 ຄົນ ຈາກ 16 ແຂວງ ແລະ ນະຄອນຫຼວງວຽງຈັນ ມີລາຍລະອຽດ ດັ່ງນີ້:

1. ນະຄອນຫຼວງ 50 ຄົນ
2. ຫົວພັນ 33 ຄົນ
3. ສະຫວັນນະເຂດ 24 ຄົນ
4. ຊຽງຂວາງ 22 ຄົນ
5. ສາລະວັນ 21​ ຄົນ
6. ຜົ້ງສາລີ 21 ຄົນ
7. ອັດຕະປື 14 ຄົນ
8. ວຽງຈັນ 13 ຄົນ
9. ຄຳມ່ວນ 9 ຄົນ
10. ຫຼວງພະບາງ 7 ຄົນ
11. ໄຊຍະບູລີ 7 ຄົນ
12. ບໍລິຄຳໄຊ 6 ຄົນ
13. ບໍ່ແກ້ວ 5 ຄົນ
14. ຈຳປາສັກ 4 ຄົນ
15. ເຊກອງ 4 ຄົນ
16. ຫຼວງນ້ຳທາ 4 ຄົນ
17. ໄຊສົມບູນ 3 ຄົນ

• ສໍາລັບການຕິດເຊື້ອນໍາເຂົ້າ ມີ 4 ຄົນ ຈາກ ຈຳປາສັກ 3 ຄົນ ແລະ ສະຫວັນນະເຂດ 1 ຄົນ ເຊິ່ງໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ.

• ຮອດປັດຈຸບັນ ມີຜູ້ຕິດເຊື້ອທັງໝົດ ຢຸ່ໃນ ສປປ ລາວ 140,604 ຄົນ, ອອກໂຮງໝໍວານນີ້ 46 ຄົນ, ກຳລັງປິ່ນປົວ 3,176 ຄົນ ແລະ ເສຍຊີວິດ ທັງໝົດ 605 ຄົນ (ເສຍຊິວິດໃໝ່ 3 ຄົນ).

• ສຳລັບຜູ້ເສຍຊີວິດໃໝ່ 03 ຄົນ ຢູ່ ຫຼວງນ້ຳທາ 1 ຄົນ, ບໍລິຄຳໄຊ 1 ຄົນ ແລະ ຫົວພັນ 1 ຄົນ.

ມາຮອດມື້ນີ້ ທົ່ວປະເທດລາວ ສັກວັກຊີນ ທັງໝົດ: ເຂັມທີ 1 ສັກໄດ້ 4,830,440 (ອັດຕາປົກຄຸມ 65.83 %) ແລະ ທຸກເຂັມທີ່ແນະນໍາ 4,255,830 (ອັດຕາປົກຄຸມ 58 %).

ບົດຄວາມຫຼ້າສຸດ

ສຳປະທານເນື້ອທີ່ 500 ເຮັກຕາ ໃຫ້ແກ່ນັກລົງທຶນ ຢູ່ເມືອງໂພນໂຮງ ແຂວງວຽງຈັນ ມູນຄ່າ 700 ລ້ານໂດລາ ເພື່ອພັດທະນາໃຫ້ເປັນແຫຼ່ງທ່ອງທ່ຽວ

ໃນວັນທີ 5 ກັນຍາ 2025 ທີ່ຜ່ານມາ, ໄດ້ມີພິທີລົງນາມສໍາປະທານເນື້ອທີ່ດິນ 500 ກວ່າເຮັກຕາ ຢູ່ເມືອງໂພນໂຮງ ແຂວງວຽງຈັນ ລະຫວ່າງ ລັດຖະບານ ສປປ ລາວ...

5 ນັກກິລາບານສົ່ງໄທຕິດຢູ່ໃນເນປານ ທ່າມກາງການປະທ້ວງຮຸນແຮງ ພ້ອມເຜີຍສະຖານະການຫຼ້າສຸດ

ຈາກສະຖານະການຄວາມຮຸງແຮງ ຂອງການປະທ້ວງທີ່ເກີດຂຶ້ນທີ່ປະເທດເນປານ ໃນວັນທີ 09 ກັນຍາ 2025 ທີ່ຜ່ານມາ ສົ່ງຜົນໃຫ້ນັກກິລາບານສົ່ງຍິງຈາກປະເທດໄປ ຈຳນວນ 5 ຄົນ, ທີ່ເດີນທາງໄປແຂ່ງຂັນກິລາບານສົ່ງທີ່ປະເທດເນປານ ລະຫວ່າງ ວັນທີ 05-13...

ອອກມາແລ້ວ ກົດໝາຍວ່າດ້ວຍລັດຖະກອນສະບັບປັບປຸງໃໝ່ ລົງວັນທີ 7 ພຶດສະພາ 2025

ແຈ້ງການອອກມາແລ້ວ ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ສະບັບປັບປຸງ ເລກທີ 046/ປປທ ລົງວັນທີ 07/09/2025 ມີເນື້ອໃນດັ່ງນີ້:

ອັບດັບ 13 ຂອງໂລກ ລາວຕິດອັນດັບເປັນໜຶ່ງໃນປະເທດ ຈຸດໝາຍປາຍທາງການທ່ອງທ່ຽວທີ່ຂະຫຍາຍຕົວສູງສຸດໃນປີ 2024

ອົງການທ່ອງທ່ຽວໂລກ ແຫ່ງສະຫະປະຊາຊາດ ລາຍງານກ່ຽວກັບ ການຈັດອັນດັບປະເທດຈຸດໝາຍປາຍທາງການທ່ອງທ່ຽວ ທີ່ຂະຫຍາຍໂຕສູງທີ່ສຸດ ໃນນັ້ນ ສປປ ລາວ ສາມາດຕິດຢູ່ໃນ ອັນດັບທີ່ 13 ຂອງໂລກ ຈາກການຈັດອັນດັບໃນປີ 2024...