spot_img
Homeຂ່າວທ້ອງຖິ່ນເຈົ້າໜ້າທີ່ ປກສ ເມືອງໂພນທອງ ທຳລາຍສວນຝິ່ນ ຫຼາຍກວ່າ 153 ເຮັກຕາ

ເຈົ້າໜ້າທີ່ ປກສ ເມືອງໂພນທອງ ທຳລາຍສວນຝິ່ນ ຫຼາຍກວ່າ 153 ເຮັກຕາ

Published on

ໃນທ້າຍເດືອນມັງກອນ – ຕົ້ນເດືອນກຸມພາ 2022 ນີ້ ເຈົ້າໜ້າທີ່ ກອງບັນຊາການ ປກສ ເມືອງໂພນທອງ ແຂວງຫຼວງພະບາງ ຮ່ວມກັບເຈົ້າໜ້າທີກອງບັນຊາການ ປກສ ແຂວງ, ກອງບັນຊາການທະຫານແຂວງ-ເມືອງ ແລະອົງການປົກຄອງບ້ານ ລົງທຳລາຍສວນຝິ່ນ ທີ່ປະຊາຊົນລັກລອບປູກໃນ 14 ບ້ານ, ເຊີ່ງຜ່ານມາເຈົ້າໜ້າທີ່ ໄດ້ສົມທົບກັບອົງການປົກຄອງເມືອງ ແລະ ບ້ານດຳເນີນການສຶກສາອົບຮົມໂດຍເຮັດບົດບັນທຶກ ກັບການປົກຄອງບ້ານ ລວມທັງເຈົ້າຂອງສວນຝິ່ນທັງ 14 ບ້ານ ໃຫ້ຢຸດເຊົາ ແລະໄດ້ອະທິບາຍໃຫ້ຮູ້ເຖີງລະບຽບກົດໝາຍ ເພື່ອບໍ່ໃຫ້ສືບຕໍ່ມີການລັກລອບປູກຝິ່ນຕື່ມອີກ, ແຕ່ຍັງພົບເຫັນປະຊາຊົນຈຳນວນໜຶ່ງ ຍັງຜື້ນດື້ບໍ່ປະຕິບັດຕາມບົດບັນທຶກ ໂດຍສືບຕໍ່ປູກຝິ່ນ ເຊີ່ງເປັນການສ້າງປະກົດການຫຍໍ້ທໍ້ໃນສັງຄົມ ແລະຜິດຕໍ່ລະບຽບກົດໝາຍຂອງ ສປປ ລາວ.

ການໄປທຳລາຍສວນຝິ່ນໄດ້ແບ່ງອອກເປັນ 05 ຈຸ ເຊີ່ງພົບຄວາມຫຍຸ້ງຍາກຫຼາຍປະການ ເປັນຕົ້ນເສັ້ນທາງໄປຫາພື້ນທີປູກຝິ່ນຢູ່ໄກ, ພູຜາສູງຊັນ, ທຸລະກັນດານຕ້ອງໃຊ້ເວລາຍ່າງ 4-5 ຊົ່ວໂມງ ສະພາບດິນຟ້າອາກາດບໍ່ອຳນວຍ, ອາກາດໜາວ, ມີຝົນຕົກ,  ຕາມການກວດກາ ແລະສໍາຫຼວດຕົວຈິງ ທັງ 5 ຈຸດ ພົບເຫັນພື້ນທີປູກຝິ່ນປະມານ 153,74 ເຮັກຕາ, ມີ 23 ຈຸດ ແລະໄດ້ທຳລາຍສຳເລັດ ແລະຍັງອີກຈຳນວນໜຶ່ງ ແມ່ນບໍ່ສາມາດທຳລາຍໄດ້ຍ້ອນກົກຢາຝິ່ນຍັງນ້ອຍ ມີເນື້ອທີປະມານ 42,1 ເຮັກຕາ, ເຊີ່ງເຈົ້າໜ້າທີ່ ໄດ້ເຮັດບົດບັນທຶກໃຫ້ເຈົ້າຂອງສວນຝິ່ນ ເພື່ອໃຫ້ເຂົາເຈົ້າ ຕື່ນຕົວທຳລາຍເອງ.
ຂ່າວ: ຮທ ແຄມ ໄຊຍະທິ.

ບົດຄວາມຫຼ້າສຸດ

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...