spot_img
Homeຂ່າວຕ່າງປະເທດພົບເຊື້ອໂອໄມຄຣອນໃນກວາງ! ໃນນິວຢອກ ສະຫະລັດອາເມລິກາ

ພົບເຊື້ອໂອໄມຄຣອນໃນກວາງ! ໃນນິວຢອກ ສະຫະລັດອາເມລິກາ

Published on

ອີງຕາມການລາຍງານຈາກເວັບໄຊ້ຂ່າວ channelnewsasia ໃນວັນທີ 9 ກຸມພາ ນັກວິໄຈຈາກມະຫາວິທະຍາໄລເພນຊິວວາເນີຍຂອງສະຫະລັດ ເປີດເຜີຍຜົນການກວດເລືອດ ແລະ ການກວດສອບກວາງຫາງຂາວ 131 ໂຕຢູ່ໃນເທິງເກາະສະແຕເທນໃນນະຄອນນິວຢອກຂອງສະຫະລັດ ພົບວ່າກວາງເກືອບ 15% ມີພູມຄຸ້ມກັນຂອງເຊື້ອໂຄວິດ-19 ແລ້ວໜາຍຄວາມວ່າກວາງຈຳນວນເຫຼົ່ານີ້ໄດ້ຜ່ານການຕິດເຊື້ອມາແລ້ວ ແລະ ມີຄວາມສ່ຽງທີ່ຈະຕິດເຊື້ອສາຍພັນໃໝ່ອີກ ເຊິ່ງໃນສະຫະລັດມີກວາງຫຼາຍກວ່າ 30 ລ້ານໂຕ, ຖ້າຫາກເກີດການລະບາດເປັນວົງກວ້າງ ອາດນຳໄປສູ່ການກາຍພັນສາຍພັນໃໝ່ອີກ ແລະ ຫາກເກີດການລະບາດສາຍພັນໃໝ່ເປັນວົງກວ້າງໃນສັດ ກໍມີຄວາມເປັນໄປໄດ້ທີ່ເຊື້ອຈະກັບໄປສູ່ຄົນ.

ທ່ານ ສຸເຮດ ຄູຈີປູດີ ສັດຕະວະແພດຈຸລິນຊີວິທະຍາ ແຫ່ງມະຫາວິທະຍາໄລເພນຊິວວາເນີຍໄດ້ລະບຸວ່າ ເມື່ອເຊື້ອໄວຣັສມີການການພັນຢ່າງສົມບູນຈະສາມາດຫຼົບຫຼີກການປ້ອງກັນຈາກວັກຊີນທີ່ໃຊ້ກັນຢູ່ໃນປັດຈຸບັນ ແລະ ຈະເຮັດໃຫ້ເຮົາປັບປ່ຽນວັກຊີນກັນອີກຄັ້ງ.

ຈາກຂໍ້ມູນກະຊວງກະສິກຳຂອງສະຫະລັດລະບຸວ່າ: ການຄົ້ນພົບຄັ້ງນີ້ຖືໄດ້ວ່າເປັນການຄົ້ນພົບຄັ້ງທຳອິດທີ່ພົບເຊື້ອໂອໄມຄຣອນໃນສັດປ່າ ທ່າມກາງການລະບາດຄັ້ງໃຫຍ່ ແລະ ວ່ອງໄວຂອງສາຍພັນໂອໄມຄຮອນໃນມະນຸດທີ່ຢູ່ໃນຫຼາຍປະເທດ ຢ່າງໃດກໍຕາມຈົນຮອດຕອນນີ້ຍັງບໍ່ມີຫຼັກຖານວ່າສັດສາມາດແຜ່ເຊື້ອໃສ່ຄົນໄດ້ ແຕ່ມີຫຼາຍຕົວຢ່າງທີ່ສັດຕິດເຊື້ອໂຄວິດ-19 ຈາກການໃກ້ຊິດກັບຄົນທີ່ຕິດເຊື້ອ.

ບົດຄວາມຫຼ້າສຸດ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ...

ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ

ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ ວັນທີ 8 ສິງຫາ 2025 ນີ້, ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ ແລະ ປກສ...

ທ່ານ ເຫຼັກໄຫຼ ສີວິໄລ ລົງຕິດຕາມເສັ້ນທາງ 2W ແຕ່ເມືອງໄຊ ຫາເມືອງ ປາກແບ່ງ ແຂວງອຸດົມໄຊ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ຍທຂ ພ້ອມຄະນະລົງຕິດຕາມເສັ້ນທາງ 2W ແຕ່ເມືອງໄຊ ຫາເມືອງ ປາກແບ່ງ ແຂວງອຸດົມໄຊ. ໃນວັນທີ 9 ສິງຫາ 2025...

ຍີ່ປຸ່ນທຸບສະຖິຕິໃໝ່! ກວດພົບຄື້ນຄວາມຮ້ອນ ອຸນຫະພູມ 41.8 ອົງສາ ພ້ອມເຕືອນໄພປະຊາຊົນໃຫ້ອອກຈາກພື້ນທີ່ສ່ຽງ

ຍີ່ປຸ່ນທຸບສະຖິຕິອາກາດຮ້ອນສູງສຸດ 41.8 ອົງສາ ເຈົ້າໜ້າທີ່ເລັ່ງອົບພະຍົບປະຊາຊົນ ພ້ອມເຕືອນໂຣກລົມແດດ 44 ແຂວງໃນຍີ່ປຸ່ນ ຂະນະດຽວກັນພາກເໜືອຮັບມືຝົນຕົກໜັກ-ສ່ຽງນ້ຳຖ້ວມຊຸ. ສຳນັກຂ່າວຕ່າງປະເທືດລາຍງານໃນວັນທີ 7 ສິງຫາ 2025 ສຳນັກງານອຸຕຸນິຍົມວິທະຍາຂອງປະເທດຍີ່ປຸ່ນ (Japan Meteorological...