Homeຂ່າວພາຍ​ໃນບົດຖະແຫຼງຂ່າວຂອງຄະນະສະເພາະກິດ ປະຈໍາວັນທີ 05 ກຸມພາ 2022

ບົດຖະແຫຼງຂ່າວຂອງຄະນະສະເພາະກິດ ປະຈໍາວັນທີ 05 ກຸມພາ 2022

Published on

ວັນທີ 4 ກຸມພາ 2022, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊື້ອໂຄວິດ-19 ທັງໝົດ 2906 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ກວດພົບເຊື້ອທັງໝົດ 488 ຄົນ (ຕິດເຊື້ອພາຍໃນ 476 ຄົນ ແລະ ນໍາເຂົ້າ 12 ຄົນ).

ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊື້ອພາຍໃນໃໝ່ ທັງໝົດ 476 ຄົນ ຈາກ 16 ແຂວງ ( ແຂວງບໍ່ມີລາຍງານ }ຫຼວງນໍ້າທາ) ແລະ ນະຄອນຫຼວງວຽງຈັນ ມີລາຍລະອຽດ ດັ່ງນີ້:

  1. ຊຽງຂວາງ 102 ຄົນ
  2. ນະຄອນຫຼວງ 93 ຄົນ
  3. ສາລະວັນ 74 ຄົນ
  4. ຫົວພັນ 39 ຄົນ
  5. ໄຊຍະບູລີ 28 ຄົນ
  6. ອັດຕະປື 24 ຄົນ
  7. ບໍລິຄໍາໄຊ 21 ຄົນ
  8. ໄຊສົມບູນ 21 ຄົນ
  9. ວຽງຈັນ 16 ຄົນ
  10. ອຸດົມໄຊ 16 ຄົນ
  11. ຈໍາປາສັກ 13 ຄົນ
  12. ເຊກອງ 8 ຄົນ
  13. ຄໍາມ່ວນ 6 ຄົນ
  14. ສະຫັວນນະເຂດ 5 ຄົນ
  15. ຫຼວງພະບາງ 4 ຄົນ
  16. ບໍ່ແກ້ວ 3 ຄົນ
  17. ຜົ້ງສາລີ 3 ຄົນ

ສໍາລັບການຕິດເຊື້ອນໍາເຂົ້າ ມີ 12 ຄົນ ທັງໝົດຈາກ ນະຄອນຫຼວງ 2 ຄົນ, ຄໍາມ່ວນ  01 ຄົນ, ບໍລິຄໍາໄຊ 01 ຄົນ, ສະຫວັນນະເຂດ 04 ຄົນ ແລະ ຈໍາປາສັກ 04 ຄົນ ເຊິ່ງໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ.

ຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມ ຢຸ່ໃນ ສປປ ລາວ ທັງໝົດ 136,148 ກໍລະນີ, ອອກໂຮງໝໍວານນີ້ 604 ຄົນ, ກຳລັງປິ່ນປົວ 4542 ຄົນ ແລະ ເສຍຊີວິດສະສົມທັງໝົດ 565 ຄົນ (ເສຍຊິວິດໃໝ່  03 ຄົນ). ສຳລັບຜູ້ເສຍຊີວິດໃໝ່ 03 ຄົນ ຢູ່ ອັດຕະປື 2 ຄົນ ແລະ ບໍ່ແກ້ວ 01 ຄົນ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...