spot_img
Homeຂ່າວຕ່າງປະເທດຈີນປະກາດສ້າງຈະຫຼວດໂດຍສານ ເພື່ອຈະໃຊ້ເວລາໃນການເດີນທາງສັ້ນລົງ

ຈີນປະກາດສ້າງຈະຫຼວດໂດຍສານ ເພື່ອຈະໃຊ້ເວລາໃນການເດີນທາງສັ້ນລົງ

Published on

ອີງຕາມການລາຍງານຈາກເວັບໄຊ້ຂ່າວລັດເຊຍທູເດ ກ່ຽວກັບບໍລິສັດ Space Transportation ຫຼື ທີ່ເອີ້ນວ່າ ປັກກິ່ງ ຫຼິງຄົງ ທຽນຊິງ ເທັກໂນໂລຍີ ໄດ້ເປີດເຜີຍກັບສື່ມວນຊົນຈີນວ່າ: ກຳລັງຢູ່ລະຫວ່າງການພັດທະນາ ຈະຫຼວດແບບມີປີກ ສຳຫຼັບການເດີນທາງໃນອາວະກາດ ແລະ ຂົນສົ່ງເຊື່ອມຕໍ່ຈຸດຕໍ່ຈຸດດ້ວຍຄວາມໄວສູງເຊິ່ງຈະມີຄວາມໄວກວ່າເຄື່ອງບິນ ແລະ ລາຄາຖືກກວ່າຈະຫຼວດທີ່ໃຊ້ບັນທຸກດາວທຽມ. ເຊິ່ງທາງບໍລິສັດຄາດໝາຍວ່າຈະເຮັດການທົດລອງຈະຫຼວດບູສເຕີ້ໃນປີ 2023 ແລະ ເຄື່ອງບິນໂດຍສານຕົ້ນສະບັບໜ້າຈະພ້ອມໃຊ້ງານປະມານໃນປີ 2030.

ຈາກຂໍ້ມູນການນຳສະເໜີທີ່ເຜີຍແພ່ເວັບໄຊ້ຂອງບໍລິສັດ ເຄື່ອງບິນລຳນີ້ຈະຖືກ່ປອຍອອກໃນແນວຕັ້ງ ດີດໂຕເອງອອກຈາກປີກພ້ອມຈະຫຼວດບູສເຕີ້ ແລະ ຫຼັງຈາກເດີນທາງແລ້ວມັນຈະລົງຈອດໃນແນວຕັ້ງດ້ວຍຂາ 3 ຂາ

ບໍລິສັດ Space Transportation ຍັງໄດ້ລະບຸເພີ່ມເຕີມອີກວ່າ: ຖ້ຽວບິນດັ່ງກ່າວຈະສາມາດບິນຈາກປັກກິ່ງໄປນິວຢອກໂດຍໃຊ້ເວລາພຽງ 1 ຊົ່ວໂມງ ແລະ ຈະຫຼວດລຳນີ້ມີເປົ້າໝາຍການຂົນສົ່ງທີ່ວ່ອງໄວລະຫວ່າງຈຸດຫາ 2 ຈຸດຢູ່ໃນໂລກໂດຍຜ່ານການຂຶ້ນໄປເທິງຊັ້ນບັນຍາກາດ ແລະ ສາມາດໃຊ້ງານຊ້ຳໄດ້ຢ່າງເຕັມຮູບແບບອີກດ້ວຍ.

ອ້າງອີງ: mgronline

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...