ກະຊວງພະລັງງານ ແລະ ບໍ່ແຮ່ ມອບອຸປະກອນໄຟຟ້າແສງຕາເວັນ ໃຫ້ປະຊາຊົນ 80 ຄອບຄົວ ຢູ່ເມືອງຫົງສາ

284bfa8ddf8c846c1f8a93a3892b862c

 

ກະ­ຊວງ​ພະ­ລັງ­ງານ ແລະ ບໍ່​ແຮ່ ເຫັນ​ເຖິງ​ຄວາມ​ຈຳ­ເປັນ​ຂອງ​ການ​ມີແສງ​ສະ­ຫວ່າງ​ພາຍ​ໃນ​ບ້ານ ​ຈິ່ງ​ສະ­ໜອງອຸ­ປະ­ກອນ​

ພະ­ລັງ­ງານ​ໄຟ­ຟ້າ​ແສງ­ຕາເວັນ​ໃຫ້​ປະ­ຊາ­ຊົນ 80 ຄອບ­ຄົວ ຢູ່​ເມືອງຫົງ​ສາ ​ທີ່​ບໍ່​ທັນ​ມີ​ໄຟ­ຟ້າ​ໃຊ້ ເພື່ອ​ຄວາມສະ­ດວກ​ໃນ​

ການດຳ­ລົງ​ຊີ­ວິດ.

 

ພິ­ທີ​ມອບ-ຮັບ​ໄດ້​ມີ​ຂຶ້ນ​ໃນ​ວັນ​ທີ 30 ຕຸ­ລາ​ຜ່ານ​ມາ ທີ່​ກະ­ຊວງ​ພະ­ລັງ­ງານ ແລະ ບໍ່​ແຮ່ ໂດຍ​ຕາງ­ໜ້າ​ມອບ​ຂອງ ທ່ານ ທອງ​

ຂັນ ພິມ​ວິ­ໄລ ຫົວ­ໜ້າ​ສະ​ຖາ​ບັນ​ສົ່ງເສີມ​ພະ­ລັງ­ງານ​ທົດ​ແທນ​ກະ­ຊວງ​ພະ­ລັງງານ ແລະ ບໍ່​ແຮ່, ຮັບ​ໂດຍ ທ່ານ ຄຳ​ເພັດ ພົມ­

ມາ​ລາດ ຮອງ​ເຈົ້າ­ເມືອງໆ​ຫົງ​ສາ ແລະ ພ້ອມ​ດ້ວຍ​ພະ­ນັກ­ງານ​ວິ­ຊາ​ການຈຳ­ນວນ​ໜຶ່ງ​ເຂົ້າ​ຮ່ວມ​ເປັນ​ສັກ­ຂີ​ພິ­ຍານ.

 

ທ່ານ ທອງ​ຂັນ ພິມ​ວິ­ໄລ ຫົວ­ໜ້າ​ສະຖາ​ບັນ​ສົ່ງ­ເສີມ​ພະ­ລັງ­ງານ​ທົດ​ແທນ​ກະຊວງ​ພະ­ລັງ­ງານ​ບໍ່​ແຮ່​ ກ່າວ​ວ່າ: ອີງ​ຕາມການ​

ສະ­ເໜີ​ຂໍ​ອຸ­ປະ­ກອນ​ໄຟ­ຟ້າ​ແສງ­ຕາເວັນ​ໃນ​ຄັ້ງ​ນີ້ ກໍ​ເພື່ອ​ນຳ­ໄປ​ຕິດ​ຕັ້ງ​ໃຫ້​ພໍ່ແມ່​ປະ­ຊາ­ຊົນ​ທີ່­ຢູ່​ເຂດ​ຫ່າງ​ໄກ​ສອກ­ຫຼີກຈຳ­ນວນ

2 ບ້ານ​ຄື: ບ້ານ​ປາກ​ງື່ມ ແລະ ບ້ານ​ຫ້ວຍ​ຊອງ ເມືອງ​ຫົງ​ສາ ແຂວງ​ໄຊ​ຍະ​ບູ​ລີ ຕາມ​ແຜນ​ນະ­ໂຍ­ບາຍຂອງ​ລັດ­ຖະ­ບານ​ໃນ​ປີ

2020 ທົ່ວ​ປະເທດ​ໃຫ້​ປະ­ຊາ­ຊົນ​ໄດ້​ມີ​ໄຟ­ຟ້າ​ໃຊ້​ຢ່າງ​ທົ່ວ​ເຖິງ ດັ່ງ­ນັ້ນ ກະ­ຊວງ​ພະ­ລັງ­ງານ ແລະ ບໍ່​ແຮ່ ຈິ່ງ​ໄດ້​ມອບ​ອຸ­ປະ­ກອນ​

ໄຟຟ້າ​ແສງ​ຕາ­ເວັນ​ໃຫ້​ແກ່​ເມືອງ​ຫົງ​ສາແຂວງ​ໄຊ​ຍະ​ບູ​ລີ​ ຈຳ­ນວນ 80 ຊຸດ ​ເພື່ອນຳ­ໄປ​ແຈກ​ຢາຍ​ໃຫ້​ປະ­ຊາ­ຊົນ 80 ຄອບຄົວ

​ລວມ​ມູນ​ຄ່າ 115 ລ້ານ​ກີບ.

 

ພ້ອມ​ນັ້ນ ທ່ານ​ຮອງ​ເຈົ້າ­ເມືອງໆ​ຫົງສາ ແຂວງ​ໄຊ​ຍະ​ບູ​ລີ ກໍ​ໄດ້​ກ່າວ​ຂອບ­ໃຈມາ​ຍັງ​ກະ­ຊວງ​ພະ­ລັງ­ງານ ແລະ ບໍ່​ແຮ່ ທີ່​ໄດ້​ພິ­ຈາ­

ລະ­ນາ​ຕິດ​ຕັ້ງ​ອຸ­ປະ­ກອນ​ພະ­ລັງງານ​ໄຟ­ຟ້າ​ແສງ​ຕາ­ເວັນ​ໃຫ້​ປະ­ຊາ­ຊົນ 2 ບ້ານ​ໄດ້​ມີ​ໄຟ­ຟ້າ​ໃຊ້ ແລະ ຍັງ​ໄດ້​ແຈ້ງ​ໃຫ້​ຮູ້​ກ່ຽວ​ກັບ

​ສະ­ພາບ​ຄວາມ​ຫຍຸ້ງ­ຍາກ ແລະ ງົບ­ປະ­ມານ​ບໍ່​ພຽງ­ພໍ​ໃນ​ການ​ຂະ­ຫຍາຍຕາ​ຂ່າຍ​ໄຟ­ຟ້າ ຈິ່ງ​ໄດ້​ຄົ້ນ­ຄວ້າ​ເຫັນ​ດີເປັນ​ເອ­ກະ​ພາບ​

ຂອງ​ຄະ­ນະ​ປະ­ຈຳ​ພັກ ເມືອງ​ຫົງ​ສາ ເພື່ອ​ສະ­ເໜີ​ຂໍ​ອຸ­ປະ­ກອນ​ຕິດຕັ້ງ​ໄຟ­ຟ້າ​ແສງ​ຕາ­ເວັນ​ທີ່​ບ້ານ​ປາກ​ງື່ມ ແລະ ບ້ານ​ຫ້ວຍ

​ຊອງເມືອງ​ຫົງ​ສາ ແຂວງ​ໄຊ​ຍະ​ບູ​ລີ ເນື່ອງ​ຈາ​ກວ່າ​ບ້ານ​ທັງສອງ​ຕັ້ງ​ຢູ່​ເຂດ​ຫ່າງ​ໄກ​ສອກ­ຫຼີກ (ບ້ານປາກ​ງື່ມ​ຫ່າງ​ຈາກ​ເທ­ສະ​

ບານ​ເມືອງ​ປະມານ 24 ກິ­ໂລ­ແມັດ ແລະ ບ້ານ​ຫ້ວຍຊອງ​ຫ່າງ​ຈາກ​ເທ­ສະ​ບານ​ເມືອງ​ປະມານ 32 ກິ­ໂລ­ແມັດ, ເປັນ​ບ້ານ​ທີ່​ຕັ້ງ

​ຢູ່ແຄມ​ແມ່­ນ້ຳ​ຂອງ, ການ​ຄົມ­ມະ­ນາ­ຄົມ​ພົບຄວາມ​ຫຍຸ້ງ­ຍາກ, ເສັ້ນ­ທາງ​ທະ­ລຸ​ເຂົ້າເຖິງ​ແຕ່​ບໍ່​ສາ­ມາດ​ທຽວ​ໄດ້ 2 ລະ­ດູ​ປະຊາ

​ຊົນ​ຍັງ​ທຸກ​ຍາກ.

 

ແຫລ່ງຂ່າວ: ເສດຖະກິດ – ສັງຄົມ