spot_img
Homeຂ່າວຕ່າງປະເທດບຣາຊິວ ປະສົບກັບໄພນໍ້າຖ້ວມ ແລະ ດິນຖະຫຼົ່ມຢ່າງໜັກ

ບຣາຊິວ ປະສົບກັບໄພນໍ້າຖ້ວມ ແລະ ດິນຖະຫຼົ່ມຢ່າງໜັກ

Published on

ເວັບໄຊ້ຂ່າວຕ່າງປະເທດ ໄດ້ລາຍງານວ່າ: ໃນວັນທີ 31 ມັງກອນ 2022 ທ່ານ ນູເວົາ ໂດເຣຍ ຜູ້ວ່າການລັດເຊົາເປົາໂລ ທາງພາກຕາເວັນອອກສຽງໃຕ້ຂອງປະເທດບຣາຊິວ ໄດ້ເດີນທາງໄປຍັງພື້ນທີ່ທີ່ປະສົບກັບໄພນໍ້າຖ້ວມ ແລະ ດິນຖະຫຼົ່ມ ຫຼັງຈາກທີ່ມີຝົນຕົກໜັກຢ່າງຕໍ່ເນື່ອງນັບຕັ້ງແຕ່ວັນທີ 28 ມັງກອນ 2022 ທີ່ຜ່ານມາ ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດຢ່າງຕໍ່າ 18 ຄົນ ໃນຈໍານວນນີ້ເປັນເດັກນ້ອຍ 7 ຄົນ ແລະ ອີກ 11 ຄົນແມ່ນເສຍຊີວິດຈາກດິນຖະຫຼົ່ມໃສ່ເຮືອນ. ນອກຈາກນີ້, ຍັງພົບຜູ້ບາດເຈັບອີກ 9 ຄົນ, ສູນຫາຍອີກ 5 ຄົນ ແລະ ປະມານ 500 ຄົນຕ້ອງໄດ້ອົບພະຍົບອອກຈາກພື້ນທີ່ ແລະ ຍັງບໍ່ທັນມີທີ່ພັກອາໄສ.

ໃນເບື້ອງຕົ້ນທ່ານ ນູເວົາ ໂດເຣຍ ໄດ້ປະກາດອະນຸມັດງົບປະມານ 15 ລ້ານຣຽວ ຫຼື ປະມານ 32 ຕື້ກີບ ເພື່ອຊ່ວຍເຫຼືອປະຊາຊົນໃນພື້ນທີ່ທີ່ໄດ້ຮັບຜົນກະທົບຮຸນແຮງ ເປັນຈໍານວນ 10 ເມືອງ ແລະ 645 ເຂດ.

ທາງດ້ານສໍານັກງານປ້ອງກນັນພົນລະເຮືອນໄດ້ລຸບຸວ່າສະຖານະການໄພພິບັດໃນລັດເຊົາເປົາໂລຍັງມີຄວາມໜ້າກັງວົນ ເນື່ອງຈາກມີນໍ້າຖ້ວມ, ດິນຖະຫຼົ່ມ, ຕົ້ນໄມ້ລົ້ມທັບບ້ານເຮືອນເປັນບໍລິເວນກວ້າງ.

ບົດຄວາມຫຼ້າສຸດ

ບໍລິສັດ ເບຍລາວ ໄດ້ຮັບການຮັບຮອງດ້ານຄຸນນະພາບໃນລະດັບສາກົນ ຈັດຂຶ້ນຢູ່ນະຄອນບຣູດເຊວ, ປະເທດເບວຢຽ

ບໍລິສັດ ເບຍລາວ ໄດ້ຮັບການຮັບຮອງດ້ານຄຸນນະພາບໃນລະດັບສາກົນອີກຄັ້ງ ເມື່ອສອງຜະລິດຕະພັນຂອງບໍລິສັດຄື: ເບຍລາວ ແລະ ເບຍລາວກຣີນ ຄວ້າລາງວັນຫຼຽນຄຳດ້ານຄຸນນະພາບໃນງານ Monde Selection ຄັ້ງທີ 64 ເຊິ່ງເປັນງານມອບລາງວັນດ້ານຄຸນນະພາບລະດັບໂລກ ທີ່ໄດ້ຈັດຂຶ້ນຢູ່ນະຄອນບຣູດເຊວ,...

ພາກເໜືອ-ກາງ ກຽມຮັບມືກັບຝົນຕົກໃນໄລຍະວັນທີ 12 ຫາ 17 ເມສາ 2025

ຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ, ຫມາກເຫັບຕົກ ແລະ ລົມພັດແຮງ ໃນໄລະຍະວັນທີ 12 ຫາ 17 ເມສາ 2025 ຄວາມກົດດັນສູງອາກາດເຢັນທີ່ປະເທດຈີນຈະແຜ່ລົງມາປົກຄຸມຢູ່ເຂດພາກເຫນືອ ແລະ ພາກກາງ...

ໃນປີ 2024 ແຂວງໄຊສົມບູນ ກວດພົບພະນັກງານ ສໍ້ລາດບັງຫຼວງ 3 ຄົນ ມູນຄ່າເສຍຫາຍເກືອບ 20 ລ້ານກີບ

ແຂວງໄຊສົມບູນ ກວດພົບພະນັກງານ ສໍ້ລາດບັງຫຼວງ 3 ຄົນ ມູນຄ່າເສຍຫາຍເກືອບ 20 ລ້ານກີບ ໃນປີ 2024 ຄະນະກວດກາພັກ,ອົງການກວດກາລັດ ແຂວງໄຊສົມບູນ ຈັດກອງປະຊຸມ ສະຫຼຸບຕີລາຄາວຽກງານກວດກາທົ່ວແຂວງໄຊສົມບູນ ປະຈຳປີ...

ກອງທັບປະຊາຊົນລາວ ສິ້ນສຸດພາລະກິດ ຊ່ວຍເຫຼືອຜູ້ປະສົບໄພແຜ່ນດິນໄຫວຢູ່ ສສ ມຽນມາ

ກອງທັບປະຊາຊົນລາວ ສໍາເລັດການຊ່ວຍເຫຼືອຜູ້ປະສົບໄພແຜ່ນດິນໄຫວຢູ່ ສສ ມຽນມາ ໃນວັນທີ 8 ເມສາ ຜ່ານມາ ຄະນະປະຕິບັດງານຊ່ວຍເຫຼືອຜູ້ປະສົບແຜ່ນດິນໄຫວຂອງກອງທັບປະຊາຊົນລາວ ນຳໂດຍສະຫາຍ ພັນເອກ ປາດຖະໜາ ບຸດຕິຈັກ ຮອງຫົວໜ້າຫ້ອງການກົມໃຫຍ່ເສນາທິການກອງທັບ, ຄະນະກຳມະການຄຸ້ມຄອງໄພພິບັດກະຊວງປ້ອງກັນປະເທດ,...