spot_img
Homeຂ່າວວັກຊີນປ້ອງກັນໂຄວິດ-19ກະຊວງສາທາລະນະສຸກໄດ້ມີການລິເລີ່ມຂະຫຍາຍການສັກວັກຊິນໃນກຸ່ມ ອາຍຸແຕ່ 3 ຫາ 11 ປີ

ກະຊວງສາທາລະນະສຸກໄດ້ມີການລິເລີ່ມຂະຫຍາຍການສັກວັກຊິນໃນກຸ່ມ ອາຍຸແຕ່ 3 ຫາ 11 ປີ

Published on

ກະຊວງສາທາລະນະສຸກໄດ້ມີການລິເລີ່ມຂະຫຍາຍການສັກວັກຊິນໃນກຸ່ມ ອາຍຸແຕ່ 3 ຫາ 11 ປີ ຢູ່ທີ່ເມືອງຍອດອູ ແລະ ອາຍຸ 5-11 ປີ ທີ່ເມືອງບຸນເໜືອ ແລະ ບຸນໃຕ້ ແຂວງຜົ້ງສາລີ ໃນຈໍານວນ 13 ພັນກວ່າຄົນ ແລະ ປະຈຸບັນນີ້ ກໍາລັງເລີ່ມເຂັມທີ 2. ດັ່ງນັ້ນ, ຄະນະສະເພາະກິດ ກໍ່ຄືກະຊວງສາທາລະນະສຸກໄດ້ຮັບຟັງລາຍງານ ແລະ ຮຽກຮ້ອງໃຫ້ອໍານາດປົກຄອງທ້ອງຖິ່ນໂດຍສະເພາະໃນ 6 ແຂວງ ທີ່ອັດຕາການສັກວັກຊີນຍັງຕໍ່າກວ່າ 50 ເປີເຊັນນັ້ນ ໃຫ້ຊີ້ນໍາຂະບວນການສັກວັກຊິນຢ່າງໃກ້ຊິດ ເຊັ່ນການມີສ່ວນຮ່ວມຂອງທຸກຂະແໜງການ ກໍ່ຄືທຸກພາກສ່ວນໃນສັງຄົມໃນຂະບວນຕະລຸມບອນສັກວັກຊີນເພື່ອເລັ່ງລັດໃຫ້ປະຊາຊົນໄດ້ຮັບການສັກວັກຊິນໃຫ້ຄົບ.

ນອກຈາກນີ້ຄະນະສະເພາະກິດໄດ້ສະເໜີໃຫ້ຄະນະກໍາມະການດ້ານວິຊາການກ່ຽວກັບວັກຊິນແຫ່ງຊາດ ໃຫ້ຖອດຖອນບົດຮຽນຂອງການສັກວັກຊິນໃນກຸ່ມອາຍຸ 3-11 ປີໃນແຂວງຜົ້ງສາລີ ເພື່ອວາງແຜນຂະຫຍາຍການສັກວັກຊິນໃນກຸ່ມດັ່ງກ່າວຢູ່ໃນແຂວງອື່ນໆໃຫ້ໄວ ແລະ ຮັບປະກັນຄວາມປອດໄພ ແລະ ພ້ອມກັນນັ້ນແມ່ນເພື່ອຮອງຮັບການຮຽນແບບເຊິງໜ້າ ໃນທົ່ວປະເທດ.

ແຫຼ່ງຂ່າວ: ບົດຖະແຫຼງຂ່າວຂອງຄະນະສະເພາະກິດ ປະຈໍາວັນທີ 30 ມັງກອນ 2022

ບົດຄວາມຫຼ້າສຸດ

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...

ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ

ພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ. ສະຫະພັນບານເຕະແຫ່ງຊາດລາວຮ່ວມກັບສະຫະພັນບານເຕະນານາຊາດ(FIFA), ອຳນາດການປົກຄອງນະຄອນຫຼວງວຽງຈັນ,ເມືອງໄຊເສດຖາ ແລະ ບ້ານນາຄວາຍໃຕ້ ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA(FIFA Arena Project) ແຫ່ງທຳອິດຂອງ...

ລາວ ແລະ ມາເລເຊຍ ໄດ້ເປີດຕົວເສັ້ນທາງ ການຄ້າທາງລົດໄຟ-ທະເລ ແຫ່ງໃໝ່

ລາວ ແລະ ມາເລເຊຍ ໄດ້ເປີດຕົວເສັ້ນທາງ ການຄ້າທາງລົດໄຟ-ທະເລ ແຫ່ງໃໝ່ ເພື່ອເສີມສ້າງລະບົບການຂົນສົ່ງໃນພາກພື້ນ, ສົ່ງເສີມການຮ່ວມມືທາງເສດຖະກິດ, ແລະ ເຊື່ອມຕໍ່ອາຊີຕາເວັນອອກສຽງໃຕ້ ເຂົ້າກັບເສັ້ນທາງການຄ້າໂລກ. ອີງຕາມການລາຍງານຂອງເວັບໄຊຕ໌ຂ່າວການຂົນສົ່ງທາງລົດໄຟ Railway Supply. ໃນວັນທີ 25 ພຶດສະພາ, ບໍລິສັດ Penang Port Sdn Bhd ແລະ...

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງຢ້ຽມຢາມ ມາເລເຊຍ ຢ່າງເປັນທາງການ

ລາວ-ມາເລເຊຍ ຮັດແໜ້ນສາຍພົວພັນ ແລະ ການຮ່ວມມືສອງຝ່າຍ ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ອັນວາ ອິບຣາຮິມ, ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ...