spot_img
Homeຂ່າວພາຍ​ໃນບົດຖະແຫຼງຂ່າວຂອງຄະນະສະເພາະກິດ ປະຈໍາວັນທີ 30 ມັງກອນ 2022

ບົດຖະແຫຼງຂ່າວຂອງຄະນະສະເພາະກິດ ປະຈໍາວັນທີ 30 ມັງກອນ 2022

Published on

ວັນທີ 29 ມັງກອນ 2022, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊື້ອໂຄວິດ-19 ທັງໝົດ 2,118 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ກວດພົບເຊື້ອທັງໝົດ 306 ຄົນ (ຕິດເຊື້ອພາຍໃນ 295 ຄົນ ແລະ ນໍາເຂົ້າ 11 ຄົນ).

ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊື້ອພາຍໃນໃໝ່ ທັງໝົດ 295 ຄົນ ຈາກ 17ແຂວງ ແລະ ນະຄອນຫຼວງວຽງຈັນ ມີລາຍລະອຽດ ດັ່ງນີ້:

  1. ນະຄອນຫຼວງ 54 ຄົນ
  2. ຊຽງຂວາງ 35 ຄົນ
  3. ຫົວພັນ 28 ຄົນ
  4. ໄຊຍະບູລີ 26 ຄົນ
  5. ຄໍາມ່ວນ 24 ຄົນ
  6. ສະຫັວນນະເຂດ 17 ຄົນ
  7. ສາລະວັນ 15 ຄົນ
  8. ອຸດົມໄຊ 15 ຄົນ
  9. ບໍລິຄໍາໄຊ 13 ຄົນ
  10. ຈໍາປາສັກ 12 ຄົນ
  11. ອັດຕະປື 12 ຄົນ
  12. ໄຊສົມບູນ 11 ຄົນ
  13. ວຽງຈັນ 10 ຄົນ
  14. ເຊກອງ 10 ຄົນ
  15. ຫຼວງພະບາງ 6 ຄົນ
  16. ຜົ້ງສາລີ 4 ຄົນ
  17. ບໍ່ແກ້ວ 2 ຄົນ
  18. ຫຼວງນໍ້າທາ 1 ຄົນ

ສໍາລັບການຕິດເຊື້ອນໍາເຂົ້າ ມີ 11 ຄົນ ທັງໝົດຈາກ ນະຄອນຫຼວງວຽງຈັນ 3 ຄົົນ, ຈໍາປາສັກ 3 ຄົນແລະ ສະຫວັນນະເຂດ 5 ຄົນ ເຊິ່ງໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ. ຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມ ຢຸ່ໃນ ສປປ ລາວ ທັງໝົດ 133,524 ກໍລະນີ, ອອກໂຮງໝໍວານນີ້ 428 ຄົນ, ກຳລັງປິ່ນປົວ 6.293 ຄົນ ແລະ ເສຍຊີວິດສະສົມທັງໝົດ 544 ຄົນ (ເສຍຊິວິດໃໝ່ 6 ຄົນ).

ສຳລັບຜູ້ເສຍຊີວິດໃໝ່ 06 ຄົນ ຈາກ ໄຊຍະບູລີ 3 ຄົນ, ຫຼວງພະບາງ 01 ຄົນ, ອຸດົມໄຊ 01 ຄົນ ແລະ ຊຽງຂວາງ 01 ຄົນ ໃນນີ້ ມີຜູ້ສູງອາຍຸ 5 ຄົນ ແລະ ບໍ່ສັກວັກຊິນ 4 ຄົນ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...