spot_img
Homeຂ່າວຕ່າງປະເທດສຸດລ້ຳ Oxagon ເມືອງລອຍນ້ຳທີ່ໃຫຍ່ທີ່ສຸດຂອງປະເທດຊາອຸດິອາຣາເບຍ

ສຸດລ້ຳ Oxagon ເມືອງລອຍນ້ຳທີ່ໃຫຍ່ທີ່ສຸດຂອງປະເທດຊາອຸດິອາຣາເບຍ

Published on

ເຈົ້າຊາຍ ໂມຮຳເມັດ ບິນ ຊານມານ ແຫ່ງປະເທດ ຊາອຸດິອາຣາເບຍ ເປີດເຜີຍແຜນການສ້າງເມືອງລອຍນ້ຳສຸດລ້ຳຂະໜາດໃຫຍ່ທີ່ເອີ້ນວ່າ Oxagon ເມື່ອເດືອນພະຈິກທີ່ຜ່ານມາເຊິ່ງເປັນໂຄງການຂະໜາດໃຫຍ່ທີ່ດຳເນີນການສ້າງໂດຍຫຸ່ນຍົນ ແລະ Al ຍິ່ງໄປກວ່ານັ້ນ ເມືອງລອຍນ້ຳແຫ່ງນີ້ຂັບເຄື່ອນດ້ວຍພະລັງງານສະອາດ 100% ແລະຍັງເປັນເມືອງລອຍນ້ຳທີ່ໃຫຍ່ທີ່ສຸດໃນໂລກ ເນື່ອງຈາກເຄິ່ງໜຶ່ງຂອງເມືອງລອຍຢູ່ທະເລແດງ.

Oxagon ຈະເປັນສູນລວມສຳລັບຜູ້ຄົນທີ່ມີຄວາມຮູ້ຄວາມສາມາດລະດັບສູງເພື່ອສ້າງນະວັດຕະກຳ ແລະ ແກ້ປັນຫາສຳຄັນຂອງໂລກ ເອີ້ນໄດ້ວ່າເປັນເມືອງແຫ່ງອານາຄົດສຸດລ້ຳເນື່ອງຈາກເມືອງແຫ່ງນີ້ຈະຍ້າຍເທັກໂນໂລຍີຂັ້ນສູງທີ່ທັນສະໄໝ ລວມໄປເຖິງ Internet of Things (loT) Al ແລະ ການເຂົ້າເຖິງອິນເຕີເນັດທຸກຊອກທຸກມຸມຂອງເມືອງ ເຊິ່ງຍັງຕັ້ງເປົ້າເປັນສູນກາງການຂົ່ນສົ່ງແບບປະສົມປະສານ ຕະຫຼອດຈົນເຊື່ອມຕໍ່ທ່າເຮືອ ແລະ ສະໜາມບິນຢ່າງທັນສະໄໝ.

ເມືອງດັ່ງກ່າວເປັນສ່ວນໜຶ່ງຂອງໂຄງການເມືອງແຫ່ງອານາຄົດ Neom ສະມາດຊິດຕີ້ ທີ່ມີຂະໜາດປະມານ 10,230 ຕາລາງກິໂລແມັດ ເຊິ່ງໃຊ້ງົບປະມານໃນການສ້າງ 500.000 ລ້ານໂດລາທີ່ເປີດໂຕໄປໃນເດືອນຕຸລາ ປີ 2017 ໂດຍມີເປົ້າໝາຍເພື່ອຊຸກຍູ້ປະເທດຊາອຸດິອາຣາເບຍທີ່ເປັນຜູ້ສົ່ງອອກນ້ຳມັນດິບລາຍໃຫຍ່ທີ່ສຸດໃນໂລກ ໃຫ້ກາຍເປັນສູນກາງຂອງໂລກດ້ານອຸດສາຫະກຳ ແລະ ເທັກໂນໂລຍີ ລວມທັງທຸລະກິດໃໝ່ໆ.

ຢ່າງໃດກໍຕາມປະເທດ ຊາອຸ ເປັນປະເທດທິ່ສົ່ງອອກນ້ຳມັນ ແຕ່ກໍມີແຜນທີ່ຈະຫຼຸດການຜະລິດນ້ຳມັນແລ້ວຫັນປ່ຽນມາໃຊ້ພະລັງງານໜູນວຽນແທນແລະຕັ້ງເປົ້າທີ່ຈະເປັນປະເທດສີຂຽວໃນອານາຄົດ.

ແຫຼ່ງຂ່າວ: Posttoday

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...