spot_img
Homeຂ່າວຕ່າງປະເທດໃກ້ຜະລິດແລ້ວ ວັກຊີນຊະນິດໃໝ່ຈາກໄຟເຊີ້ ເພື່ອປ້ອງກັນໂຄວິດສາຍພັນໂອມີຄຣອນ

ໃກ້ຜະລິດແລ້ວ ວັກຊີນຊະນິດໃໝ່ຈາກໄຟເຊີ້ ເພື່ອປ້ອງກັນໂຄວິດສາຍພັນໂອມີຄຣອນ

Published on

ສໍານັກຂ່າວ channelnews ລາຍງານວ່າ ບໍລິສັດ ໄຟເຊີ້ ແລະ ໂອໄບເທັກ ປະກາດໃນວັນທີ 25 ມັງກອນ 2022 ວ່າ ພວກເຂົາໄດ້ເລີ່ມການທົດສອບທາງຄຣີນິກຂອງວັກຊີນຕ້ານໄວຣັສ ໂຄວິດ-19 ຊະນິດໃໝ່ ເຊິ່ງຖືກອອກແບບມາເພື່ອຮັບມືກັບເຊື້ອສາຍພັນໂອມີຄຣອນໂດຍສະເພາະ ມີຄວາມສາມາດໃນການຫຼົບພູມຄຸ້ມກັນຈາກວັກຊີນຊະນິດກ່ອນແລ້ວ.

ທັງສອງບໍລິສັດ ມີແຜນຈະທົດສອບການຕອບສະໜອງທາງພູມຄຸ້ມກັນທີ່ເກີດຂຶ້ນຈາກການສັກວັກຊີນຊະນິດກ່ອນ 2 ໂດສແລ້ວ ລວມເຖິງຈະສຶກສາເລື່ອງຄາມປອດໄພ ແລະ ຄວາມທົນຂອງຢາ (tolerability) ໃນຜູ້ຮັບການທົດສອບຫຼາຍກວ່າ 1,400 ຄົນດ້ວຍ.

ທັງນີ້, ການປາກົດຂອງໂຄວິດ-19 ສາຍພັນໂອມີຄຣອນ ເຮັດໃຫ້ການສັກວັກຊີນຕ້ານໂຄວິດຈໍານວນ 2 ໂດສບໍ່ພຽງພໍອີກຕໍ່ໄປ ແລະ ຈໍາເປັນຕ້ອງໄດ້ຮັບວັກຊີນກະຕຸ້ນເປັນເຂັມທີ 3. ຂະນະທີ່ບາງປະເທດເລີ່ມທົດລອງສັກວັກຊີນກະຕຸ້ນ ເຂັມ 3 ແລະ ເຂັມ 4 ແລ້ວ. ຢ່າງໃດກໍຕາມ, ຜົນການສຶກສາໃນອິດສະຣາແອນ ໃຫ້ຮູ້ວ່າ ການສັກວັກຊີນ mRNA ເປັນເຂັມທີ 4 ກໍຍັງສ້າງພູມຄຸ້ມກັນຍັງບໍ່ສູງພໍໃນການປ້ອງກັນການຕິດເຊື້ອໂອມີຄຣອນ ເຮັດໃຫ້ຕ້ອງມີການພັດທະນາວັກຊີນຊະນິດໃໝ່ສໍາລັບເຊື້ອສາຍພັນນີ້ຂຶ້ນມາ.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...