spot_img
Homeຂ່າວພາຍ​ໃນອາເມລິກາ ກຽມພ້ອມຂັ້ນສູງສຸດ ສັ່ງທະຫານ 8.5OO ຄົນ ໃຫ້ຮັບມືວິກິດ ລັດເຊຍ-ຢູເຄຣນ

ອາເມລິກາ ກຽມພ້ອມຂັ້ນສູງສຸດ ສັ່ງທະຫານ 8.5OO ຄົນ ໃຫ້ຮັບມືວິກິດ ລັດເຊຍ-ຢູເຄຣນ

Published on

ອີງຕາມການລາຍງານສຳນັກຂ່າວ Voice of America / AFP ໄດ້ລາຍງານ: ໃນວັນທີ 24 ມັງກອນ 2022 ສະຫະລັດອາເມລິກາ ສັ່ງການໃຫ້ທະຫານ 8.500 ຄົນ ຕຽມພ້ອມຂັ້ນສູງສຸດທ່າມກາງການປະເຊີນໜ້າກ່ຽວກັບຢູເຄຣນ ເນື່ອງຈາກລັດເຊຍຍັງຄົງສືບຕໍ່ເສີມກອງກຳລັງຂອງຕົນຕາມແນວຊາຍແດນຂອງປະເທດ.

ທ່ານ ຈອນ ເຄີບີ ໂຄສົກກະຊວງປ້ອງກັນປະເທດຂອງ ສະຫະລັດ ອາເມລິກາ ໄດ້ກ່າວວ່າ: ທະຫານເຫຼົ່ານີ້ສ່ວນໃຫຍ່ແລ້ວເປັນກອງກຳລັງພາກພຶ້ນ  ແລະ ໜ່ວຍສະໜັບສະໜູນກອງກຳລັງຕອບໂຕ້ຂອງນາໂຕ້ (Nato Response Force) ໄດ້ຮັບຄຳສັ່ງໃຫ້ກຽມພ້ອມລະດົມກຳລັງພາຍໃນ 5 ມື້ ອາເມລິກາຈະດຳເນີນການຢ່າງໜັກແໜ້ນ ໃນການປົກປ້ອງຜົນປະໂຫຍດຂອງປະເທດ ເນື່ອງຈາກໄພຄຸກຄາມຂອງລັດເຊຍບໍ່ມີທ່າທີຈະຫຼຸດຜ່ອນສະຖານະການຄວາມກົດດັນ.

ກອງກຳລັງອາເມລິການັ້ນຈະຖືກສົ່ງເຂົ້າປະຈຳການເພື່ອເປັນການສະໜັບສະໜູນຄວາມເຂັ້ມແຂງຂອງກອງກຳລັງຊາດຕ່າງໆຕາມແນວຊາຍແດນຂອງລັດເຊຍ ໂດຍມີຈຸດປະສົງໃຫ້ນາໂຕ້ມີຄວາມໝັ້ນໃຈວ່າ: ອາເມລິກາພ້ອມທີ່ຈະເຂົ້າຊ່ວຍຫາກມີການໃຊ້ກຳລັງທະຫານເພື່ອຕອບໂຕ້ເຫດການບຸກໂຈມຕີຢູເຄຮນເກີດຂຶ້ນ ທັງນີ້ການລະດົມກຳລັງຈະເກີດຂຶ້ນໄດ້ກໍຕ້ອງຂຶ້ນກັບການຕັດສິນໃຈຂອງກອງກຳລັງພັນທະມິດນາໂຕ້ ແຕ່ຍັງບໍ່ມີກຳນົດການທີ່ແນ່ນອນ ຫຼື ການລະບຸລະດົມກອງກຳລັງເມື່ອໃດ.

ນອກຈາກນີ້ ທ່ານ ເຈນ ຊາກິ ໂຄສົກທຳນຽບຂາວຍັງກ່າວຕື່ມອີກວ່າ: ລັດເຊຍຍັງເດີນໜ້າລະດົມກຳລັງຕາມແນວຊາຍແດນຕິດກັບຢູເຄຣນໃນນັ້ນລວມເຖິງເບລາຣຸດ ພັນທະມິດເພື່ອນບ້ານຂອງລັດເຊຍ ເຊິ່ງຄາດໝາຍວ່າລັດເຊຍວາງກອງກຳລັງທະຫານຫຼາຍກວ່າ 100.000 ຄົນ ແລະ ອາວຸດໜັກຢູ່ໃນລັດສະໝີການໂຈມຕີຢູເຄຣນ.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...