spot_img
Homeຂ່າວພາຍ​ໃນວັກຊິນກັນພະຍາດໂຄວິດ-19 Pfizer ຈຳນວນ 899.730 ໂດສ ໄດ້ມາຮອດລາວແລ້ວ

ວັກຊິນກັນພະຍາດໂຄວິດ-19 Pfizer ຈຳນວນ 899.730 ໂດສ ໄດ້ມາຮອດລາວແລ້ວ

Published on

ວັກຊິນກັນພະຍາດໂຄວິດ-19 Pfizer ຊຶ່ງເປັນການຊ່ວຍເຫຼືອຈາກລັດຖະບານສະຫະລັດອາເມຣິກາ ຈໍານວນ 899.730 ໂດສ ໄດ້ມາຮອດ ສປປ ລາວ ແລ້ວໃນວັນ​ທີ 24 ມັງກອນນີ້ ທີ່ສະໜາມບິນສາກົນວັດໄຕ ໂດຍການໃຫ້ກຽດຕ້ອນ​ຮັບຂອງທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີວ່າການກະຊວງສາທາລະນະສຸກ, ມີທ່ານ ປີເຕີ ເຮມອນ ເອກອັກຄະລັດຖະທູດສະຫະລັດອາເມຣິກາປະຈໍາລາວ, ທ່ານ ໄມໂຄ ຮອນນີ້ງ ຜູ້ຕາງໜ້າອົງການ USAID ປະຈໍາລາວ, ທ່ານນາງ ບີອາເຕ້ ດັສເທວ ຮັກສາການຕາງໜ້າອົງການອຸຍນີເຊັບປະຈຳລາວ, ມີຕາງໜ້າອົງການ​ອະນາ​ໄມ​ໂລກ​ປະຈໍາລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ວັກຊິນ Pfizer BioNTech COVID-19 ຊຸດໃໝ່ນີ້ ເປັນການຊ່ວຍເຫຼືອຈາກລັດຖະບານສະຫະລັດອາເມຣິກາຜ່ານໂຄງການ COVAX Facility ຊຶ່ງໂຄງການ COVAX ແມ່ນການຮ່ວມມືກັນລະຫວ່າງອົງການທີ່ເປັນພັນທະມິດດ້ານວັກຊິນກໍຄື: ອົງການກາວີ (Gavi), ອົງການພັນທະມິດຮ່ວມມືດ້ານນະວັດຕະກໍາເພື່ອຮັບມືກັບພະຍາດລະບາດ (CEPI) ແລະ ອົງການອະນາໄມໂລກ (WHO), ໂດຍມີອົງການອຸຍນີເຊັບເປັນຜູ້ຈັດສົ່ງໃຫ້ ການຂົນສົ່ງຄັ້ງນີ້ເປັນຄັ້ງທີ 2 ຈາກລັດຖະບານສະຫະລັດອາເມຣິກາໃຫ້ແກ່ ສປປ ລາວ ໃນເດືອນນີ້ ຊຶ່ງການຂົນສົ່ງຄັ້ງທໍາອິດມີຈໍານວນ 799.110 ໂດສ ລວມຍອດການຈັດສົ່ງທັງໝົດໃນປີນີ້ແມ່ນ 1.698.840 ໂດສ, ການຊ່ວຍ ເຫຼືອໃນຄັ້ງນີ້ສືບເນື່ອງມາຈາກການຊ່ວຍເຫຼືອວັກຊິນ Johnson & Johnson ຈໍານວນໜຶ່ງລ້ານໂດສ ທີ່ລັດຖະ ບານສະຫະລັດອາເມຣິກາໄດ້ມອບໃຫ້ແກ່ສປປ ລາວ ໃນປີ 2021 ​ຜ່ານ​ມາ ຊຶ່ງຈະ​ຊ່ວຍ​ປົກປ້ອງຊີວິດຂອງປະຊາຊົນທີ່ອາໄສ​ຢູ່​ໃນລາວ ​ໃນ​ຂະນະ​ທີ່​ປ້ອງ​ກັນ​ບໍ່​ໃຫ້​ເຊື້ອ​ພະຍາດ​ສາຍພັນ​ໃໝ່​ທີ່​ເປັນ​ອັນຕະລາຍ​ແຜ່​ລາມ. ວັກຊິນ Pfizer BioNTech ທີ່ສະໜອງໃຫ້ໂດຍລັດຖະບານສະຫະລັດອາເມຣິກາ ແມ່ນຈະສຸມໃສ່ສະໜອງໃຫ້ແກ່ກຸ່ມທີ່ເປັນບຸລິມະສິດ, ອີງຕາມແຜນງານແຫ່ງຊາດສໍາລັບການສັກວັກຊິນກັນພະຍາດໂຄວິດ-19, ກຸ່ມບຸລິມະສິດລວມມີໄວໜຸ່ມອາຍຸ 12 ຫາ 17 ປີ ແລະ ກຸ່ມບຸລິມະສິດອື່ນໆກໍຄືຜູ້ທີ່ມີອາຍຸ 60 ປີຂຶ້ນໄປ, ຄົນທີ່ມີພະຍາດປະຈໍາຕົວ ແລະ ແມ່ຍິງຖືພາ. ວັກຊິນ Pfizer BioNTech ໄດ້ຖືກທົບທວນດ້ານຄວາມປອດໄພ ແລະ ປະສິດທິພາບໂດຍອົງການອະນາໄມໂລກ ແລະ ຖືເປັນວັກຊິນ COVID-19 ຊະນິດທໍາອິດທີ່ອົງການອະນາໄມໂລກແນະນໍາສໍາລັບການນໍາໃຊ້ໃນບຸກຄົນທີ່ມີອາຍຸ 12 ປີຂຶ້ນໄປ.

ການປະກອບສ່ວນຂອງລັດຖະບານສະຫະລັດອາເມຣິກາໃນຄັ້ງນີ້ ຈະຊ່ວຍສະໜັບສະໜູນຄວາມພະຍາຍາມຂອງ ສປປ ລາວ ໄປສູ່ເປົ້າໝາຍການສັກວັກຊິນໃຫ້ໄດ້ 80% ຂອງປະຊາກອນພາຍໃນທ້າຍປີ 2022 ແລະ ຈະປະກອບສ່ວນເຂົ້າໃນພາລະກິດຂອງໂຄງການ COVAX Facility ໃນການຮັບປະກັນການເຂົ້າເຖິງວັກຊິນ COVID-19 ໃນທົ່ວໂລກຢ່າງເທົ່າທຽມກັນ ລະຫວ່າງທີ່ມີການລະບາດຂອງພະຍາດ. ນອກຈາກນັ້ນ, ລັດຖະບານສະຫະລັດອາເມຣິກາ, ໂດຍຜ່ານອົງການພັດທະນາສາກົນສະຫະລັດອາເມຣິກາ (USAID), ອົງການອຸຍນີເຊັບ, ແລະ ອົງການອະນາໄມໂລກ ຍັງໄດ້ຮ່ວມກັນໃຫ້ການສະໜັບສະໜູນສປປລາວ ສ້າງຂີດຄວາມສາມາດໃນການສະໜອງວັກຊິນເຫຼົ່ານີ້ຢ່າງປອດໄພ ແລະ ມີປະສິດທິຜົນຈົນເຖິງປັດຈຸບັນ, ລັດຖະບານສະຫະລັດອາເມຣິກາໄດ້ໃຫ້ການຊ່ວຍເຫຼືອລັດຖະບານລາວ ລວມມູນຄ່າຫຼາຍກວ່າ 13 ລ້ານໂດລາ ນັບຕັ້ງແຕ່ມີການແຜ່ລະ ບາດຂອງພະຍາດໃນການຂະຫຍາຍການກວດຊອກຫາເຊື້ອພະຍາດໂຄວິດ-19, ເບິ່ງແຍງຄວາມປອດໄພໃຫ້ແກ່ບຸກຄະລາກອນທາງການແພດໃຫ້ນໍາໃຊ້ອຸປະກອນປ້ອງກັນໂຕເອງ ແລະ ເພີ່ມທະວີການເຝົ້າລະວັງພະຍາດ.

ແຫຼ່ງຂ່າວຈາກ: ປະຊາຊົນ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...