Homeຂ່າວພາຍ​ໃນບົດຖະແຫຼງຂ່າວຂອງຄະນະສະເພາະກິດ ປະຈໍາວັນທີ 23 ມັງກອນ 2022

ບົດຖະແຫຼງຂ່າວຂອງຄະນະສະເພາະກິດ ປະຈໍາວັນທີ 23 ມັງກອນ 2022

Published on

ວັນທີ 22 ມັງກອນ 2022, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊື້ອໂຄວິດ-19 ທັງໝົດ 2.717 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 420 (ຕິດເຊື້ອພາຍໃນ 420 ຄົນ ແລະ ນໍາເຂົ້າ 0 ຄົນ).

ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊື້ອພາຍໃນໃໝ່ ທັງໝົດ 420 ຄົນ ຈາກ 17ແຂວງ ແລະ ນະຄອນຫຼວງວຽງຈັນໂດຍລຽງລຳດັບແຕ່ແຂວງຫຼາຍຫາໜ້ອຍ ມີລາຍລະອຽດ ດັ່ງນີ້:

  1. ນະຄອນຫຼວງ 90 ຄົນ
  2. ໄຊຍະບູລີ 50 ຄົນ
  3. ຊຽງຂວາງ 44 ຄົນ
  4. ບໍລິຄໍາໄຊ 31 ຄົນ
  5. ສາລະວັນ 25 ຄົນ
  6. ຄໍາມ່ວນ 22  ຄົນ
  7. ຜົ້ງສາລີ 20  ຄົນ
  8. ໄຊສົມບູນ 16 ຄົນ
  9. ຫົວພັນ 16 ຄົນ
  10. ວຽງຈັນ 15 ຄົນ
  11. ຫຼວງພະບາງ 14 ຄົນ
  12. ສະຫັວນນະເຂດ 13 ຄົນ
  13. ບໍ່ແກ້ວ 13 ຄົນ
  14. ອຸດົມໄຊ 12 ຄົນ
  15. ອັດຕະປື 12 ຄົນ
  16. ຈໍາປາສັກ 11 ຄົນ
  17. ເຊກອງ 9 ຄົນ
  18. ຫຼວງນໍ້າທາ 7 ຄົນ

ສໍາລັບການຕິດເຊື້ອນໍາເຂົ້າແມ່ນບໍ່ມີ. ຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມ ຢຸ່ໃນ ສປປ ລາວ ທັງໝົດ 129.956 ກໍລະນີ, ອອກໂຮງໝໍວານນີ້ 381 ຄົນ, ກຳລັງປິ່ນປົວ 7.911 ຄົນ ແລະ ເສຍຊີວິດສະສົມທັງໝົດ 526 ຄົນ (ເສຍຊີວິດໃໝ່  2 ຄົນ). ສຳລັບຜູ້ເສຍຊີວິດໃໝ່ 2 ຄົນ ຈາກວຽງຈັນ 1 ຄົນ ແລະ ບໍລິຄໍາໄຊ 1​ ຄົນ.

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...