spot_img
Homeຂ່າວຕ່າງປະເທດແຂວງເຫີໜານໄດ້ສ້າງສະຖານທີ່ກັກໂຕຂະໜາດໃຫຍ່ທີ່ສາມາດຮອງຮັບປະຊາຊົນມາກັກໂຕໄດ້ເຖິງ 5,000 ຄົນ

ແຂວງເຫີໜານໄດ້ສ້າງສະຖານທີ່ກັກໂຕຂະໜາດໃຫຍ່ທີ່ສາມາດຮອງຮັບປະຊາຊົນມາກັກໂຕໄດ້ເຖິງ 5,000 ຄົນ

Published on

ໃນວັນທີ 16 ມັງກອນ 2022 ເວັບໄຊ້ຂ່າວຕ່າງປະເທດ ໄດ້ລາຍງານວ່າ: ແຂວງເຫີໜານ ທາງພາກກາງຂອງປະເທດຈີນໄດ້ເລີ່ມຕົ້ນກໍ່ສ້າງສະຖານກັກໂຕເພື່ອຄວບຄຸມການລະບາດຂອງພະຍາດໂຄວິດ-19 ຢ່າງຮີບດ່ວນ ເພື່ອຊ່ວຍຫຼຸດຜ່ອນບັນຫາການຂາດແຄນຫ້ອງກັກໂຕໃນປັດຈຸບັນ ໂດຍສະຖານທີ່ກັກໂຕແຫ່ງນີ້ຈະມີຫ້ອງກັກໂຕຢູ່ 5,000 ຫ້ອງ.

ໃນການລາຍງານໄດ້ລະບຸວ່າຫ້ອງກັກໂຕແຕ່ລະຫ້ອງຈະມີຫ້ອງນໍ້າແຍກເປັນຂອງຕົນເອງ ລວມເຖິງເຄື່ອງເຮັດຄວາມຮ້ອນພະລັງງານໄຟຟ້າ, ເຄື່ອງໃຊ້ໄຟຟ້າ ແລະ ສິ່ງອໍານວຍຄວາມສະດວກອື່ນໆ ເພື່ອຮອງຮັບຄວາມຕ້ອງການໃຊ້ງານໃນຊີວິດປະຈໍາວັນຂອງຜູ້ທີ່ເຂົ້າຮັບການກັກໂຕ ເຊິ່ງຈະເປັນພະນັກງານ ຫຼື ບຸກຄະລາກອນທີ່ເຮັດວຍກຢູ່ພາຍໃນທ້ອງຖິ່ນ.

ທັງນີ້ເມືອງ ຊູຊາງ ເປັນເມືອງທີ່ຕັ້ງຢູ່ໃນແຂວງເຫີໜານກໍໄດ້ມີການຕັ້ງຈຸດກັກໂຕສ່ວນກາງ 70 ບ່ອນ ທີ່ມີຂະໜາດຫ້ອງກັກໂຕ 11,665 ຫ້ອງ ແລະ ເປັນການກັກໂຕປະຊາຊົນແບບລວມສູນ 10,454 ຄົນ.

ແຫຼ່ງຂ່າວ: Khaosod

 

ບົດຄວາມຫຼ້າສຸດ

ມຽນມາສັງເວີຍຊີວິດຢ່າງນ້ອຍ 113 ຄົນ ຈາກໄພພິບັດນ້ຳຖ້ວມ ແລະ ດິນຖະຫຼົ່ມ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ນີ້ວ່າ: ຈຳນວນຜູ້ເສຍຊີວິດຈາກເຫດການນ້ຳຖ້ວມ ແລະ ດິນຖະຫຼົ່ມໃນມຽນມາເພີ່ມຂຶ້ນຢ່າງນ້ອຍ 113 ຊີວິດ ຜູ້ສູນຫາຍອີກ 64 ຄົນ ແລະ...

ໂດໂດ ທຣຳ ຖືກລອບສັງຫານຄັ້ງທີ 2

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ຜ່ານມາ, ເກີດເຫດລະທຶກຂວັນເມື່ອ ໂດໂນ ທຣຳ ອະດີດປະທານາທິບໍດີສະຫະລັດອາເມລິກາ ຖືກລອບຍິງເປັນຄັ້ງທີ 2 ໃນຮອບ 2 ເດືອນ...

ແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ

ພະແນກ ໂຍທາທິການ ແລະ ຂົນສົ່ງ ອອກແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ ໃນການອໍານວຍຄວາມສະດວກ ໃຫ້ແກ່ກອງປະຊຸມ...

ແຈ້ງການກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ

ແຂວງຄຳມ່ວນອອກແຈ້ງການ ເຖິງບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ກ່ຽວກັບການກະກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ. ແຂວງຄໍາມ່ວນ ແຈ້ງການມາຍັງ ບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ໂດຍສະເພາະແມ່ນບັນດາເມືອງ ແລະ...