spot_img
Homeຂ່າວພາຍ​ໃນຖວທ ອອກແຈ້ງການໃຫ້ກວດຄືນບົດເພງ, ຂັບ-ລໍາ ທີ່ບໍ່ໄດ້ຜ່ານການອະນຸຍາດ

ຖວທ ອອກແຈ້ງການໃຫ້ກວດຄືນບົດເພງ, ຂັບ-ລໍາ ທີ່ບໍ່ໄດ້ຜ່ານການອະນຸຍາດ

Published on

ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ອອກແຈ້ງການ ເລື່ອງ: ກວດກາຄືນ ບົດເພງ, ຂັບ-ລໍາ ທີ່ບໍ່ໄດ້ກວດຜ່ານ ແລະ ອະນຸຍາດ ຈາກຂະແຫນງ ຖວທ.

ຫ້ອງການ ກະຊວງ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ຂໍຖືເປັນກຽດ ແຈ້ງມາຍັງ ຫົວຫນ້າ ພະ ແນກ ຖວທ ແຂວງ, ນະຄອນຫຼວງ ໃນຂອບເຂດທົ່ວປະເທດ ຊາບວ່າ ປະຈຸບັນ ໄດ້ມີການປະດິດແຕ່ງບົດເພງ, ຂັບ-ລໍາ ທີ່ ມີເນື້ອໃນລາມົກ, ອະນາຈານ ເຜີຍແຜ່ຜ່ານທາງຊື່ອອນລາຍ ເຊິ່ງຜິດຕໍ່ກົດຫມາຍວ່າດ້ວຍສິລະປະການສະແດງ ມາດຕາ 38 ການກວດກາຜະລິດຕະພັນສິລະປະການສະແດງ ໄດ້ກໍານົດວ່າ ຜະລິດຕະພັນສິລະປະການສະແດງ, ເນື້ອ ໃນຮູບການເຄື່ອນໄຫວ ຂອງລາຍການສະແດງທຸກປະເພດ ກ່ອນຈະນໍາອອກສະແດງ, ເຜີຍແຜ່, ຊື້-ຂາຍ ຫຼື ຜ່ານສື ມວນຊົນທັງພາຍໃນ ແລະ ຕ່າງປະເທດ ຕ້ອງໄດ້ຜ່ານການກວດກາ ແລະ ອະນຸຍາດຢ່າງຖືກຕ້ອງ ຈາກຂະແຫນງຖະແຫຼງ ຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ຕາມການແບ່ງຂັ້ນຄຸ້ມຄອງ ແລະ ຕາມຂະແຫນງການ, ພາກສ່ວນທີ່ຕົນຂື້ນກັບ ແລະ ມາດຕາ 51 ຂໍ້ຫ້າມສໍາລັບນັກສິລະປິນ ຂໍ້ທີ 1 ຫ້າມປະດິດແຕ່ງ ຫຼື ນໍາເອົາສິລະປະການສະແດງ ທີ່ເປັນຜິດໄພ, ເຊື່ອມຊາມ, ຊອດກະຈາ, ລາມົກອະນາຈານ, ລົບລູ່ ແຕະຕ້ອງເຖິງກຽດສັກສີ ຂອງບຸກຄົນອື່ນ, ກະຕຸ້ນຄວາມຮຸນແຮງ, ອາຊະຍາກໍາ, ສິ່ງເສບຕິດ, ການເຊື່ອຖືງົມງວາຍ ແລະ ອະບາຍຍະມຸກຕ່າງໆ ແລະ ກົດຫມາຍ ວ່າດ້ວຍສື່ມວນຊົນ (ສະບັບປັບປຸງ) ມາດຕາ 66 ຂໍ້ 7 ໂຄສະນາເຜີຍແຜ່ສິ່ງມຶນເມົາເກີນຂອບເຂດ, ການເຊື່ອຖິງົມງວາຍ, ການກະທໍາທີ່ຜິດ ກັບຮີດຄອງປະເພນີອັນດີງາມຂອງຊາດ, ພາບ, ສຽງ ແລະ ການກະທໍາ ທີ່ກະທົບຕໍ່ຊີວິດ ແມ່ ແລະ ເດັກ ແລະ ສົ່ງ ຫຍໍ້ທໍ້ອື່ນໆ.

ສະນັ້ນ ຈື່ງມອບໃຫ້ຫົວຫນ້າພະແນກ ຖວທ ແຂວງ, ນະຄອນຫຼວງ ເອົາໃຈໃສ່ຄື:

  1. ກວດກາຄືນ ບົດເພງ, ຂັບ-ລ່າ ທີ່ບໍ່ໄດ້ກວດຜ່ານ ແລະ ບໍ່ໄດ້ຮັບອະນຸຍາດ ທີ່ບຸກຄົນໄດ້ນໍາໄປລົງເຜີຍແຜ່ຜ່ານສື່ອອນລາຍ ແລະ ໃຫ້ກ່າວເຕືອນ, ສຶກສາອົບຮົມ, ປະຕິບັດວິໄນ ຕາມກົດຫມາຍ ແລະ ລະບຽບການ ທີ່ກໍານົດໄວ້.
  2. ໂຄສະນາເຜີຍແຜ່ ກົດຫມາຍວ່າດ້ວຍສິລະປະການສະແດງ ແລະ ກົດຫມາຍວ່າດ້ວຍສື່ມວນຊົນ ໃຫ້ປວງຊົນໄດ້ ຮັບຮູ້ຢ່າງກວ້າງຂວາງ.

ດັ່ງນັ້ນ, ຈິ່ງແຈ້ງມາຍັງທ່ານ ເພື່ອຮັບຊາບ ແລະ ຈັດຕັ້ງປະຕິບັດດ້ວຍ.

ບົດຄວາມຫຼ້າສຸດ

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ຈະໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 17-23 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍຈະມີຄະນະຜູ້ແທນຈາກລັດຖະສະພາສະມາຊິກໄອປາ, ຄະນະຜູ້ແທນ...

ເປີດຢ່າງເປັນທາງການ ແຂ່ງຂັນຊ່ວງເຮືອເມືອງນານ ປະຈໍາປີ 2024

ເມືອງ ນານ ແຂວງ ຫລວງພະບາງ ຈັດພິທີເປີດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະຈໍາປີ 2024 ຂຶ້ນ ໃນວັນທີ 17 ຕຸລາ ນີ້ ທີ່ຜາມໄຊຍຶ່ງນ້ໍານານ...

Liam Payne ອະດີດສະມາຊິກວົງ One Direction ເສຍຊີວິດຫຼັງຈາກຕົກລົງຊັ້ນ 3 ໃນໂຮງແຮມແຫ່ງໜຶ່ງ

ອີງຕາມສຳນັກຂ່າວບີບີຊີ ລາຍງານວ່າ: ລຽມ ເພນ (Liam Payne) ອະດີດສະມາຊິກວົງ ວັນໄດເຣກຊັ່ນ (One Direction) ວົງດົນຕີຊື່ດັງຈາກ ອັງກິດ-ໄອແລນ ໄດ້ເສຍຊີວິດດ້ວຍອາຍຸ 31...

ເດືອນກັນຍາ 2024 ມີຜູ້ເສຍຊີວິດຈາກອຸບັດເຫດທັງໝົດ 54 ຄົນ ໃນຂອບເຂດທົ່ວປະເທດ

ໃນໄລຍະເດືອນກັນຍາ 2024 ຜ່ານມານີ້, ທົ່ວປະເທດລາວ ມີຜູ້ເສຍຊີວິດເຖິງ 54 ຄົນ, ມີຜູ້ບາດເຈັບ 674 ຄົນ ແລະ ມີພາຫະນະເປ່ເພ 780 ຄັນຈາກອຸບັດເຫດເກີດຂຶ້ນທັງໝົດ...