Homeຂ່າວຕ່າງປະເທດເຕືອນໜຸ່ມໆທີ່ຖ່າຍຮູບໃຫ້ແຟນບໍ່ງາມ ລະວັງເຈິະແບບນີ້

ເຕືອນໜຸ່ມໆທີ່ຖ່າຍຮູບໃຫ້ແຟນບໍ່ງາມ ລະວັງເຈິະແບບນີ້

Published on

ມີເຫດການຝາກມາເຕືອນທ່ານຊາຍຫຼາຍໆຄົນ ເມື່ອມີສາວຄົນໜຶ່ງມີມັກຮັກການຖ່າຍຮູບເປັນຊີວິດຈິດໃຈ ແລະ ຢາກໄດ້ຮູບງາມໆໄວ້ໂພສລົງສື່ອອນລາຍ ແຕ່ກໍເກີດເຫດບໍ່ຄາດຄິດ ໃນຮ້ານຄ່າເຟ້ແຫ່ງໜຶ່ງຢູ່ທີ່ປະເທດໄທ ເມື່ອມີຜູ້ຊາຍຄົນໜຶ່ງຖືກແຟນຂອງຕົນເອງສາດນໍ້າກາເຟໃນຈອກໃສ່ ຫຼັງຖ່າຍຮູບໃຫ້ບໍ່ງາມ ຈົນເຮັດໃຫ້ສະພາບຮ້ານໄດ້ຮັບຄວາມເສຍຫາຍ

ເພຈ Bucolic Khaoyai ໄດ້ໂພສຮູບພາບຄວາມເສຍຫາຍພາຍໃນຮ້ານ ທີ່ມີນໍ້າກາເຟເປື້ອນໂຕະ ແລະ ພື້ນ, ຕັ່ງໄມ້ຫັກໄດ້ຮັບຄວາມເສຍຫາຍ, ຈານໃສ່ເຄັກແຕກ, ຫຼັງມີລູກຄ້າຊາຍຍິງຄູ່ໜຶ່ງ ເຊິ່ງເປັນແຟນກັນໄດ້ມີການຜິດຖຽງກັນເກີດຂຶ້ນ ສາເຫດມາຈາກຖ່າຍຮູບໃຫ້ແຟນບໍ່ງາມ ກ່ອນຈະຢ່າງໜີອອກໄປຈາກຮ້ານໝົດທັງສອງຄົນ.

ຫຼັງເຈົ້າຂອງຮ້ານອອກມາບອກວ່າ ຮູບຈານທີ່ແຕກ ແລະ ຕັ່ງທີ່ຫັກນັ້ນບໍ່ແມ່ນຝີມືຂອງຄູ່ຮັກດັ່ງກ່າວ ແຕ່ເປັນຝີມືຂອງກໍລະນີຄູ່ອື່ນໆ.

ທີ່ມາ: Bucolic Khaoyai

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...