spot_img
Homeຂ່າວຕ່າງປະເທດມະນຸດຄົນທຳອິດຂອງໂລກ ໄດ້ຮັບການປູກຖ່າຍຫົວໃຈໝູ

ມະນຸດຄົນທຳອິດຂອງໂລກ ໄດ້ຮັບການປູກຖ່າຍຫົວໃຈໝູ

Published on

ຊາຍຊາວອາເມຣິກາໃນລັດແມຣີ່ແລນ ຂອງສະຫະລັດເປັນມະນຸດຄົນທຳອິດ ຂອງໂລກທີ່ໄດ້ຮັບການປູກຖ່າຍຫົວໃຈໝູ,  ເນື່ອງຈາກບໍ່ມີສິດໃນການຮັບບໍລິຈາກອາໄວຍະວະຂອງມະນຸດ ຍ້ອນວ່າມີອາຊີບຮັບຈ້າງທົ່ວໄປ.

ໃນວັນທີ 6 ມັງກອນ 2022 ຜ່ານມາ, ທີມແພດຜ່າຕັດຂອງມະຫາວິທະຍາໄລສູນການແພດໃນລັດແມຣີ່ແລນ ຂອງສະຫະລັດ ໄດ້ປູກຖ່າຍ ຫົວໃຈໝູ ໃຫ້ ທ້າວ ເດວິດ ເບນເນັດ ອາຍຸ 57 ປີ ເນື້ອງຈາກບໍ່ມີສິດໃນການຮັບບໍລິຈາກອາໄວຍະວະຂອງມະນຸດ ເຊິ່ງການຜ່າຕັດໃນຄັ້ງນີ້ຜ່ານໄປໄດ້ດ້ວຍດີ ແລະ ຮ່າງກາຍຂອງເບນເນັດນັ້ນ ກໍຟື້ນໂຕໄດ້ໂດຍບໍ່ຕ້ອງໃຊ້ເຄື່ອງຊ່ວຍຫາຍໃຈ ເຮັດໃຫ້ເຂົາເປັນມະນຸດຄົນທຳອິດຂອງໂລກ ທີ່ໄດ້ຮັບການປູກຖ່າຍອາໄວຍະວະຈາກສັດ.

ຫຼັງຈາກການຜ່າຕັດດົນເຖິງ 9 ຊົ່ວໂມງ ແລະ ຜ່ານມາ 4 ມື້ ກໍພົບວ່າ: ເຂົາຟຶ້ນໂຕໄດ້ດີ ຫາຍໃຈໄດ້ເອງ ແຕ່ຍັງຕ້ອງໃຊ້ອຸປະກອນຊ່ວຍປະຄອງຫົວໃຈທີ່ເອີ້ນວ່າ: ECMO ເພື່ອຊ່ວຍສູບເລືອດໄປທົ່ວຮ່າງກາຍນອກຈາກນີ້ແພດຍັງບອກຕື່ມອີກວ່າມັນຍັງໄວເກີນໄປທີ່ຈະຮູ້ຜົນວ່າ ການຜ່າຕັດໃນຄັ້ງນີ້ນີ້ໄດ້ຜົນ ຫຼື ບໍ່ ແຕ່ກໍຖືໄດ້ວ່າເປັນບາດກ້າວທີ່ສຳຄັນໃນການຊ່ວຍຊີວິດມວນມະນຸດ ໂດຍໃຊ້ອາໄວຍະວະທີ່ຖືກດັດແປງເຊື້ອສາຍຜ່ານການປູກຖ່າຍ ແລະ ສາມາດຕອບສະໜອງຕໍ່ຮ່າງກາຍຂອງມະນຸດໄດ້ດີ. ທັງນີ້ຍັງຊ່ວຍແກ້ໄຂປັນຫາການບໍລິຈາກອາໄວຍະວະຂອງມະນຸດອີກດ້ວຍ.

ອ້າງອີງຈາກ: BBC

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...