Home​ຂ່າວທ່ອງທ່ຽວຕ້ອນຮັບນັກຮຽນເກົາຫຼີໃຕ້ກຸ່ມທຳອິດມາທັດສະນະໃນລາວ!

ຕ້ອນຮັບນັກຮຽນເກົາຫຼີໃຕ້ກຸ່ມທຳອິດມາທັດສະນະໃນລາວ!

Published on

ນັກຮຽນຈາກ ໂຮງຮຽນຕີກ໊ອບ ອີໂພ່ ນະຄອນໂຊອຸນ ເກົາຫຼີໃຕ້ (Ipo High School in Seoul) ມາທັດສະນະສຶກສາ ແລະ ຈັດກິດຈະກຳທ່ອງທ່ຽວສີຂຽວຢູ່ລາວ.

ຕາມການລາຍງານຂອງ Vte9 ຂ່າວພາກເຊົ້າປະຈຳວັນອັງຄານ ທີ 11 ມັງກອນ 2021 ໃຫ້ຮູ້ວ່າ: ຕາງໜ້າໂຮງຮຽນຟ້າສີຄາມຕ້ອນຮັບຄະນະໂດຍທ່ານ ນາງ ບຸນເຫຼືອ ພົມມະທັດ ປະທານ ກຸ່ມໂຮງຮຽນຟ້າສີຄາມ, ທ່ານ ກິມແດຊອງ ຫົວໜ້າຝ່າຍກິດຈະກຳໂຮງຮຽນຟ້າສີຄາມ ໂດຍຜ່ານບໍລິສັດ ແຟມມິລີ່ ທົວ (Family Tour) ເຊິ່ງມີນັກຮຽນທັງໝົດ 17 ຄົນ ຈາກໂຮງຮຽນຕີກ໊ອບ ອີໂພ່ ພ້ອມດ້ວຍຄູສອນອີກ 6 ຄົນ.

ນຳໂດຍ ທ່ານ ນາງຊີນ ຊື່ ລີ້ ພ້ອມໃຫ້ສຳພາດວ່າ: ສຳລັບການເຂົ້າມາຂອງນັກຮຽນ ພ້ອມດ້ວຍຄູສອນ ໃນຄັ້ງນີ້ ແມ່ນເປັນການມາເຝິກຊ້ອມ ແລະ ຈັດກິດຈະກຳຊ້ອມຕີກັອບ ໂດຍເລີ່ມເຂົ້າມາເຖິງລາວ ກໍຄືວັນທີ 10 ມັງກອນ ຈົນເຖິງ 20 ກຸມພາ 2022 ແລະ ກິດຈະກຳດັ່ງກ່າວເປັນກິດຈະກຳ ທີ່ລັດຖະບານລາວສົ່ງເສີມການທ່ອງທ່ຽວສີຂຽວໃນໄລຍະທຳອິດ ຂອງການເປີດຮັກນັກທ່ອງທ່ຽວເຂົ້າມາທ່ອງທ່ຽວລາວ, ເຊິ່ງມີນະຄອນຫຼວງວຽງຈັນ, ແຂວງວຽງຈັນ ແລະ ແຂວງຫຼວງພະບາງ ແລະ ຖ້າມີໂອກາດຢາກຈະພານັກຮຽນໄປທ່ອງທ່ຽວຕາມສະຖານທີ່ທ່ອງທ່ຽວປະຫວັດສາດວັດທະນະທຳ ແລະ ທຳມະຊາດຕື່ມອີກ.

ພາຍຫຼັງອອກຈາກສະໜາມບິນຄະນະຄູສອນພ້ອມດ້ວຍນັກຮຽນແມ່ນໄດ້ເດີນທາງໄປໂຮງແຮມບູຍ້ອງ ໂດຍມີໂຮງຮຽນຟ້າສີຄາມຕ້ອນຮັບ ເຊິ່ງເປັນໂຮງຮຽນແຫກສ່ຽວກັບໂຮງຮຽນຕີກ໊ອບ ອີໂພ່ ເກົາຫຼີໃຕ້.

ພະນັກງານທ່ອງທ່ຽວຈະຮັບຜິດຊອບໃນການຮັບ ແລະ ກວດກາແຂກຢູ່ໂຮງແຮມ. ນັກທ່ອງທ່ຽວທຸກຄົນຕ້ອງໄດ້ສັກຢາກັນພະຍາດຢ່າງຄົບຖ້ວນ ແລະຈະຖືກກວດຫາໂຄວິດເມື່ອມາຮອດປະເທດລາວ.

ແຫຼ່ງຂ່າວ ແລະ ຮູບພາບຈາກ: Vte9

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...