ສະພາບລວມການລະບາດຂອງໂຄວິດ-19 ໃນລາວ ວັນທີ 10 ມັງກອນ 2022

0
1310

ຕາມການລາຍງານຂອງຄະນະສະເພາະກິດ ໃນວັນທີ 10 ມັງກອນ 2022 ໂດຍ ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ໄດ້ລາຍງານວ່າ: ສະພາບຂອງການລະບາດພະຍາດໂຄວິດໃນທົ່ວໂລກຍັງມີທ່າອ່ຽງສູງຂື້ນໃນຫຼາຍປະເທດ ເນື່ອງຈາກມີການລະບາດຂອງສາຍພັນໂອໄມຄຣອນ, ມາຮອດປະຈຸບັນມີລາຍງານສາຍພັນດັ່ງກ່າວ ຫຼາຍກວ່າ 130 ປະເທດ, ຫຼາຍໆປະເທດ ແມ່ນພົບລາຍງານການຕິດເຊື້ອເພີ້ມສູງຂື້ນ! ໃນບາງປະເທດໃກ້ຄຽງ ພົບວ່າ ມີການເພີ້ມຂື້ນຂອງສາຍພັນ ໂອໄມຄຣອນ ແລະ ທ່າອ່ຽງອາດຈະທົດແທນສາຍພັນແດນຕ້າທີ່ກຳລັງລະບາດຢູ່! ດັ່ງທີ່ບັນດາທ່ານຮູ້ດີແລ້ວວ່າ ສາຍພັນໂອໄມຄອນນີ້ມີການແຜ່ເຊື້ອ ເປັນວົງກ້ວາງ ເຊິ່ງຜູ້ທີ່ຕິດເຊື້ອສາຍພັນນີ້ແມ່ນມີອາການ ເມື່ອຍປວດຕາມກ້າມຊີ້ນ, ເຈັບຄໍ, ໄອເເຫ້ງ, ເຈັບຫົວ ແລະ ມີໄຂ້ຕໍ່າໆ.

• ສະພາບການລະບາດພະຍາດ ໂຄວິດ-19 ຢູ່ ສປປ ລາວ ຍັງໜ້າເປັນຫ່ວງ ເຖີງວ່າໄລຍະນີ້ໂຕເລກລາຍງານການຕິດເຊື້ອຈະໜ້ອຍ ແຕ່ກໍ່ສັງເກດເຫັນວ່າຕົວຢ່າງການກວດຫາເຊື້ອກໍ່ໜ້ອຍເຊັ່ນດຽວກັນໃນແຕ່ລະແຂວງ ມີສະເພາະຜູ້ທີ່ມີອາການສະແດງອອກເທົ່ານັ້ນທີ່ມາກວດຫາເຊື້ອ ແລະ ອັດຕາການກວດພົບເຊື້ອໃນແຕ່ລະແຂວງແມ່ນສູງຫຼາຍ ບາງແຂວງອັດຕາກວດພົບເຊື້ອສູງຫຼາຍກ່ວາ 40 % ຂອງຈຳນວນຕົວຢ່າງທີ່ເກັບມາກວດ. ພາຍຫຼັງການສະເຫຼີມສະຫຼອງປີໃໝ່ສາກົນພວກເຮົາຈະຕ້ອງໄດ້ຕິດຕາມເຝົ້າລະວັງຢ່າງໃກ້ຊິດ ແລະ ອາດຈະມີການລາຍງານຜູ້ຕິດເຊື້ອສູງຂື້ນພາຍໃນ 1-2 ອາທິດໃນຕໍ່ໜ້າ.

• ໃນໄລຍະນີ້ກໍ່ເຂົ້າສູ່ລະດູໜາວ ເຮັດໃຫ້ຫຼາຍຄົນມີອາການຄ້າຍຄືໄຂ້ຫວັດຫຼາຍໂດຍສະເພາະໃນບັນດາແຂວງພາກເໜືອ ພົບມີການລະບາດໄຂ້ຫວັດເປັນຈຸ້ມ ແລະ ຍັງກວດພົບການລະບາດພະຍາດ ໂຄວິດ-19 ເປັນຈູ້ມໃນຫຼາຍເມືອງ, ສະນັ້ນປັດຈຸບັນຖືວ່າທຸກບ່ອນມີຄວາມສ່ຽງ ແລະ ມີການຢັ້ງຍືນວ່າທ່ານສາມາດຕິດໄຂ້ຫວັດຕາມລະດູການ ແລະ ໂຄວິດພ້ອມກັນໄດ້, ສະນັ້ນ ພັກ-ລັດ ຮຽກຮ້ອງໃຫ້ທຸກຄົນໃນສັງຄົມ ຈົ່ງຍົກສູງສະຕິລະວັງຕົວໃນການປະຕິບັດປ້ອງກັນຕົນເອງຢ່າງເຂັ້ມງວດ, ງົດເດີນທາງໄປສະຖານທີ່ສ່ຽງ ຖ້າບໍ່ຈໍາເປັນແທ້ໆ ຫຼີກລ້ຽງການເອົາຕົນເອງໄປຈຸດສ່ຽງຕ່າງໆ ເຊັ່ນຕະຫຼາດ, ງານພິທີຕ່າງໆ ຖ້າມີຄວາມຈໍາເປັນແທ້ໆຕ້ອງໄປ ກໍ່ຄວນແຍກຫ່າງຈາກຄົນອື່ນ ໃສ່ຜ້າອັດປາກດັງຢ່າງຖືກຕ້ອງ ລ້າງມືໃສ່ສະບູ ຫຼື ເຈວທີ່ມີທາດເຫຼົ້າເລື້ອຍໆ ເຮັດຄວບຄູ່ກັນໄປທຸກຢ່າງຈົນເປັນຄວາມຊິນເຄີຍ.

• ອີກເທື່ອໜື່ງປະຊາຊົນ ແລະ ບັນດາທ່ານ ບໍ່ຄວນແຕກຕື່ນ ແລະ ຢ້ານກົວຈົນເກີນເຫດ ເພາະ ມາດຕະການທີ່ທາງຄະນະສະເພາະກິດເຮົາວາງອອກມາກໍ່ຮັດກຸມຢ່າງພຽງພໍ ແລະ ມີມາດຕະການເຂັ້ມງວດ ແລະ ເຄີຍປະຕິບັດຜ່ານມາໃນການປ້ອງກັນໂຄວິດທົ່ວໄປ ເຊັ່ນ: ການໃສ່ຜ້າປິດປາກ-ດັງ, ຮັກສາໄລຍະຫ່າງ, ໝັ່ນລ້າງມືໃສ່ສະບູ ຫຼື ເຈວທີ່ມີທາດເຫຼົ້າ. ນອກຈາກນີ້ ຈະໄດ້ເຂັ້ມງວດໃນການກັ່ນກອງຜູ້ທີ່ເດີນທາງມາຈາກຕ່າງປະເທດ, ໂດຍສະເພາະຈາກບັນດາປະເທດທີ່ມີການລາຍງານ ລະບາດຂອງ Omicron, ເລັ່ງໃສ່ການສັກຢາວັກຊີນໃຫ້ໄດ້ບັນລຸເກີນ 70% ລວມທັງເຂັມກະຕຸ້ນ ເພື່ອໃຫ້ປະຊາຊົນມີພູມປ້ອງກັນຕໍ່ການຕິດເຊື້ອ.

• ມາຮອດມື້ນີ້ ທົ່ວປະເທດ ສັກວັກຊີນສະສົມທັງໝົດໄດ້ 8.323.157 ຄົນ :
• ເຂັມ1 ໄດ້ 4.617.843 ຄົນ (ກວມເອົາ 62,93 %)
• ທຸກເຂັມທີ່ແນະນໍາ 3.705.314 ຄົນ (ກວມເອົາ 50.5%)
• ອາຍຸ 12-17 ປີ 485,828 ຄົນ (ເຂັ້ມ 1 ມີ 56,1%)