Homeຂ່າວພາຍ​ໃນນັກເທັນນິດມື 1 ຂອງໂລກ ຖືກຍົກເລີກວີຊ້າ ເພາະບໍ່ຍອມສັກວັກຊີນປ້ອງກັນໂຄວິດ-19

ນັກເທັນນິດມື 1 ຂອງໂລກ ຖືກຍົກເລີກວີຊ້າ ເພາະບໍ່ຍອມສັກວັກຊີນປ້ອງກັນໂຄວິດ-19

Published on

ໂນວັກ ໂຍໂຄວິດ ນັກເທັນນິດມື 1 ຂອງໂລກຊາວເຊີເບຍ ເຈົ້າຂອງແຊ໋ມອົດສະຕຣາລີໂອເພັ້ນສູງສຸດ 9 ສະໄໝ ເດີນທາງມາຮອດອົດສະຕຣາລີ ແຕ່ຫ້າມບໍ່ໃຫ້ເຂົ້າປະເທດ ອີກທັງຍັງຖືກຍົກເລີກວີຊ້າ ເຫດເພາະເຂົາບໍ່ຍອມສັກວັກຊີນກ່ອນມາແຂ່ງຂັນເທັນນິດລາຍການ ອົດສະຕຣາລີ ໂອເພັ້ນ 2022.

ຈາກການລາຍງານຂອງສຳນັກຂ່າວຕ່າງປະເທດໄດ້ລະບຸວ່າ: ໂນວັກ ໂຍໂຄວິດ ທີ່ເດີນທາງມາຮອດ ອົດສະຕຣາລີ ຕັ້ງແຕ່ວັນທີ 5 ມັງກອນ  2022 ແຕ່ຖືກກອງກຳລັງຊາຍແດນອົດສະຕຣາລີບໍ່ໃຫ້ເຂົ້າປະເທດ ແລະ ຕ້ອງກັກໂຕຄ້າງຄືນທີ່ສະໜາມບິນ ເນື່ອງຈາກຂໍ້ຜິດພາດທາງດ້ານວີຊ້າ ເຖິງວ່າທີມງານຂອງເຂົາຈະຢື່ນເອກະສານສະແດງການຍົກເວັ້ນການຮັກສາທາງການແພດ ເນື່ອງຈາກບໍ່ໄດ້ສັກວັກຊີນ ແລະ ທີ່ຜ່ານມາ ໂຍໂຄວິດ ກໍບໍ່ເປີດເຜີຍສະຖານະການສັກວັກຊີນຂອງຕົນເອງເລີຍ.

ໂດຍໃນຊ່ວງຕອນເຊົ້າວັນທີ 6 ມັງກອນ 2022 ທີ່ຜ່ານມາ ລັດຖະບານກາງອົດສະຕຣາລີ ໄດ້ສົ່ງຈົດໝາຍໃຫ້ ໂຍໂຄວິດ ທີ່ສະໜາມບິນໂດຍລະບຸວ່າ ວີຊ້າຂອງເຂົາຖືກປະຕິເສດ ແລະ ເຂົາຈະຖືກສົ່ງໂຕກັບຄືນສູ່ປະເທດ.

ສຳລັບການແຂ່ງຂັນໃນຄັ້ງນີ້, ອົດສະຕຣາລີ ມີກົດລະບຽບທີ່ເຂັ້ມງວດເຊັ່ນ: ນັກກິລາທຸກຄົນທີ່ມາແຂ່ງຂັນຈະຕ້ອງສັກວັກຊີນຄົບ 2 ເຂັມເທົ່ານັ້ນນົກເວັ້ນກໍລະນີໜຶ່ງຫາກນັກກິລາ “ ຂໍການຍົກເວັ້ນເປັນກໍລະນີພິເສດດວຍເຫດຜົນທາງການແພດ “ ກໍຈະສາມາດເຂົ້າຮ່ວມການແຂ່ງຂັນໂດຍບໍ່ຕ້ອງສັກວັກຊີນ ເຊັ່ນ: ມີອາການຢ້ານເຂັມຂັ້ນຮຸນແຮງ ຫຼື ກໍລະນີອື່ນທີ່ແພດແນະນຳໃຫ້ຫຼີກລ້ຽງການສັກຢາຢ່າງເດັດຂາດ.

ຢ່າງໃດກໍຕາມ ໂນວັກ ໂຍໂຄວິດ ກໍຍັງຢືນຢັນຊັດເຈນເຖິງຢ່າງໃດຕົນກໍຈະບໍ່ສັກວັກຊີນໂຄວິດ ເຊິ່ງມັນຂັດແຍ່ງກັບທາງນະໂຍບາຍຂອງປະເທດອົດສະຕຣາລີ ຈຶ່ງເຮັດໃຫ້ປະຊາຊົນອົດສະຕຣາລີບໍ່ພໍໃຈເປັນຈຳນວນຫຼວງຫຼາຍ.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...