Homeຂ່າວຕ່າງປະເທດບັນດາຜູ້ປະກອບການໄທ ຮຽກຮ້ອງໃຫ້ລັດຖະບານ ແກ້ບັນຫານັກທ່ອງທ່ຽວຕິດເຊື້ອໂຄວິດ-19 ຢູ່ທີ່ພູເກັດ

ບັນດາຜູ້ປະກອບການໄທ ຮຽກຮ້ອງໃຫ້ລັດຖະບານ ແກ້ບັນຫານັກທ່ອງທ່ຽວຕິດເຊື້ອໂຄວິດ-19 ຢູ່ທີ່ພູເກັດ

Published on

ກາຍເປັນກະແສຢູ່ທີ່ປະເທດໄທ ຫຼັງມີການໂພສຂໍ້ຄວາມຮຽກຮ້ອງຂໍໃຫ້ໜ່ວຍງານທີ່ກ່ຽວຂ້ອງເລັ່ງແກ້ບັນຫານັກທ່ອງທ່ຽວຕ່າງຊາດທີ່ເດີນທາງເຂົ້າທ່ອງທ່ຽວທີ່ແຂວງພູເກັດ ແລະ ມີຜົນກວດຫາເຊື້ອເປັນບວກ ແຕ່ບາງຄົນຍັງບໍ່ສາມາດເຂົ້າຮັບການປິ່ນປົວທີ່ໂຮງໝໍໄດ້ ເຊິ່ງຂະນະນີ້ມີຈໍານວນຫຼາຍ, ໃນສ່ວນຂອງໂຮງແຮມເຊິ່ງເປັນທີ່ພັກຂອງນັກທ່ອງທ່ຽວກໍາລັງພະຍາຍາມຫາທາງອອກ.

ຈາກການສອບຖາມໄປຍັງແຫຼ່ງຂ່າວແຫ່ງໜຶ່ງ ໃຫ້ຮູ້ວ່າ ຂະນະນີ້ ການສົ່ງນັກທ່ອງທ່ຽວເຂົ້າຮັບການຮັກສາຫຼັງກວດພົບວ່າຕິດເຊື້ອໂຄວິດ-19 ຕັ້ງແຕ່ວັນທີເດີນທາງເຂົ້າມາພັກໃນໂຮງແຮມຍັງມີບັນຫາ ເນື່ອງຈາກຂະນະນີ້ມີບາງສ່ວນທີ່ບໍ່ສາມາດເຂົ້າຮັບການປິ່ນປົວໄດ້ ແລະ ບໍ່ມີໜ່ວຍງານໃດເຂົ້າມາຊ່ວຍແກ້ໄຂບັນຫາ ເຊິ່ງທີ່ຜ່ານມາທາງໂຮງແຮມຈະຕ້ອງເປັນຜູ້ປະສານງານກັບໂຮງໝໍທີ່ເປັນຄູ່ສັນຍາ ແຕ່ເມື່ອມີການກວດສອບເລື່ອງຂອງການເຮັດປະກັນ ປາກົດວ່າ ປະກັນທີ່ນັກທ່ອງທ່ຽວເຮັດມານັ້ນບໍ່ຄອບຄຸມ ຖ້າຫາກນັກທ່ອງທ່ຽວຈະເຂົ້າການປິ່ນປົວທີ່ໂຮງໝໍຈະຕ້ອງເສຍຄ່າໃຊ້ຈ່າຍເອງ ເຮັດໃຫ້ນັກທ່ອງທ່ຽວບໍ່ຍິນຍອມ ເພາະທຸກຄົນຢືນຢັນວ່າໄດ້ເຮັດປະກັນມາແລ້ວ.

ເຮັດໃຫ້ຂະນະທີ່ໂຮງແຮມຕ້ອງແບກຮັບບັນຫາດັ່ງກ່າວໄວ້ ເນື່ອງຈາກສ່ຽງທີ່ຈະຕິດເຊື້ອຈາກນັກທ່ອງທ່ຍວເຊັ່ນກັນ ເຖິງຈະມີການປ້ອງກັນຕາມມາດຕະການຢ່າງເຂັ້ມງວດ, ແຕ່ຈາກສະຖານະການດັ່ງກ່າວອາດຕະເຮັດໃຫ້ພະນັກງານຕິດເຊື້ອໂຄວິດໄດ້ ແລະ ສິ່ງທີ່ຕາມມາຄືການປິດໂຮງແຮມ ຈຶ່ງຢາກໃຫ້ໜ່ວຍງານທີ່ກ່ຽວຂ້ອງມາຊ່ວຍແກ້ໄຂບັນຫາດັ່ງກ່າວໂດຍໄວທີ່ສຸດ.

ດຣ ກູ້ສັກ ກູ້ກຽດຕິກຸນ ຢູ່ທີ່ສາທາລະນະສຸກແຂວງພູເກັດ ກ່າວເຖິງບັນຫາທີ່ເກີດຂຶ້ນມາ ຂະນະນີ້ທາງໜ່ວຍງານທີ່ກ່ຽວຂ້ອງກໍາລັງເລັ່ງແກ້ໄຂບັນຫາດັ່ງກ່າວ ເຊິ່ງບັນຫານັ້ນເກີດຈາກຫຼາຍປັດໃຈ ເຊັ່ນ ເລື່ອງຂອງນັກທ່ອງທ່ຽວເອງທີ່ບໍ່ຢາກໄປຮັບການປິ່ນປົວທີ່ໂຮງໝໍ ເພາະຫຼາຍຄົນໄດ້ກວດພົບເຊື້ອແຕ່ບໍ່ສະແດງອາການ ຈຶ່ງຈັດຜູ້ປ່ວຍດັ່ງກ່າວໄວ້ໃນກຸ່ມສີຂຽວ, ເຊິ່ງໃນຕ່າງປະເທດຖ້ສເປັນຜູ້ປ່ວຍສີຂຽນແມ່ນໃຫ້ປິ່ນປົວຕົນເອງຢູ່ທີ່ບ້ານ ເຮັດໃຫ້ນັກທ່ອງທ່ຽວບໍ່ຢາກເຂົ້າຮັບການປິ່ນປົວຢູ່ທີ່ໂຮງໝໍ ແຕ່ຢາກເຂົ້າຮັບການປິ່ນປົວໃນຮູບແບບ Hospitel ຫຼາຍກວ່າ.

ນອກຈາກນັ້ນ, ຍັງມີບັນຫາເລື່ອງຂອງປະກັນບໍ່ຄອບຄຸມໃນສ່ວນຂອງຜູ້ປ່ວຍສີຂຽນ ເຮັດໃຫ້ບໍ່ສາມາດເຂົ້າຮັບການຮັກສາໄດ້ ເພາະຈະຕ້ອງເສຍຄ່າປິ່ນປົວເອງ ເຊິ່ງເລື່ອງນີ້ຫຼາຍໜ່ວຍງານ ກໍາລັງຫາແນວທາງໃນການແກ້ໄຂບັນຫາທີ່ເກີດຂຶ້ນ.

ຂໍ້ມູນຂ່າວ: mgronline

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...