Homeຂ່າວຕ່າງປະເທດສາມີພັນລະຍາເສຍຊີວິດມື້ດຽວກັນ ຫຼັງຕິດໂຄວິດ-19 ເຊິ່ງທັງສອງບໍ່ທັນສັກວັກຊີນ

ສາມີພັນລະຍາເສຍຊີວິດມື້ດຽວກັນ ຫຼັງຕິດໂຄວິດ-19 ເຊິ່ງທັງສອງບໍ່ທັນສັກວັກຊີນ

Published on

ຈາກການລາຍງານຂອງສຳນັກງານຂ່າວຕ່າງປະເທດວ່າ: ໃນວັນທີ 3 ມັງກອນ 2022 ທີ່ຜ່ານມາ ມີສາມີພັນລະຍາຈາກ ລັດຄາລິຟໍເນຍ, ສະຫາລັດອາເມຣິກາ ເຊິ່ງຍັງບໍ່ສັກວັກຊີນປ້ອງກັນໂຄວິດ-19 ຫຼັງຈາກຕິດເຊື້ອກໍໄດ້ເສຍຊີວິດພ້ອມກັນ ຖິ້ມລູກທັງ 4 ຄົນ, ໂດຍຄົນທີ່ເສຍຊີວິດແມ່ນ ທ້າວ ອາວວາໂຣ ເຟີນານເດດ ອາຍຸ 44 ປີ ແລະ ນາງ ຊີວເວຍ ເຟີນານເດດ ຈາກລັດຄາລິຟໍເນຍ, ສະຫະລັດອາເມຣິກາ ເຊິ່ງຍັງບໍ່ສັກວັກຊີນທັງຄູ່ ຕ້ອງມາຈົບຊີວິດໃນວັນທີ 19 ທັນວາ 2021 ທີ່ຜ່ານມາ.

ນ້ອງສາວຂອງຜູ້ເສຍຊີວິດໄດ້ເປີດເຜີຍອີກວ່າ: ອ້າຍຂອງລາວບໍ່ຍອມສັກວັກຊີນປ້ອງກັນໂຄວິດ-19 ເພາະຖ້າເບິ່ງຂໍ້ມູນການວິໄຈໃຫ້ຫຼາຍກວ່ານີ້ກ່ອນເຂົາຈຶ່ງຈະໄປສັກວັກຊີນ, ຫຼັງຈາກທັງຄູ່ອ້າຍຕົນເອງ ແລະ ເອື້ອຍໄພ້ບໍ່ໄດ້ຮັບການສັກວັກຊີນແລ້ວ ແລະ ມີຜົນກວດອອກມາວ່າຕິດເຊື້ອໂຄວິດ-19 ຜ່ານມາບໍ່ດົນທັງສອງກໍເສຍຊີວິດໃນມື້ດຽວກັນ.

ແຫຼ່ງຂ່າວຈາກ: www.mirror.co.uk

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...