spot_img
Homeຂ່າວພາຍ​ໃນສປປ ລາວ ສະເໜີໃຫ້ລັດຖະບານໄທ ພິຈາລະນາຄືນ ກ່ຽວກັບການອະນຸຍາດຈ້າງແຮງງານລາວ

ສປປ ລາວ ສະເໜີໃຫ້ລັດຖະບານໄທ ພິຈາລະນາຄືນ ກ່ຽວກັບການອະນຸຍາດຈ້າງແຮງງານລາວ

Published on

ສປປ ລາວ ສະເໜີໃຫ້ລັດຖະບານໄທ ພິຈາລະນາຄືນ ກ່ຽວກັບການອະນຸຍາດຈ້າງແຮງງານລາວ ເພື່ອໃຫ້ສາມາດກັບຄືນ ໄປເຮັດວຽກຢູ່ປະເທດໄທ ໄດ້ອີກ, ພ້ອມທັງຊ່ວຍໃຫ້ຫລຸດຜ່ອນຂັ້ນຕອນ ແລະ ຄ່າໃຊ້ຈ່າຍຕ່າງໆ ຂອງຜູ້ອອກແຮງງານລາວ ທີ່ຈະກັບຄືນໄປເຮັດວຽກ ຢູ່ປະເທດໄທເປັນຕົ້ນ ຫລຸດຄ່າທຳນຽມ ລົງຄ່າວິຊາ ຈາກ 2.000 ບາດຕໍ່ຄົນຕໍ່ 2 ປີ ໃຫ້ຍັງເຫລືອ 500 ບາດຕໍ່ຄົນຕໍ່ 2 ປີ ຕາມທີ່ເຄີຍປະຕິບັດ ກ່ອນການລະບາດ ຂອງພະຍາດໂຄວິດ-19 ແລະ ອະນຸຍາດໃຫ້ຜູ້ອອກ ແຮງງານ ທີ່ກວດບໍ່ພົບເຊື້ອໂຄວິດ-19 ເຂົ້າເຮັດວຽກນໍາຜູ້ໃຊ້ແຮງງານໄດ້ເລີຍ, ໂດຍບໍ່ຈຳເປັນຕ້ອງກັກໂຕອີກ, ເນື່ອງຈາກວ່າກ່ອນຈະມີ ການຈັດສົ່ງຜູ້ອອກແຮງງານທຸກຄົນ ແມ່ນຕ້ອງໄດ້ຮັບວັກຊິນຄົບ ຕາມລະບຽບການ ແລະ ມີໜັງສືຢັ້ງຢືນ ການກວດພະຍາດດັ່ງກ່າວແລ້ວ.

ກອງປະຊຸມພົບປະສອງຝ່າຍ ລະຫວ່າງ ກະຊວງແຮງງານ ແລະ ສະຫວັດດີການສັງຄົມລາວ ແລະ ໄທ ໄດ້ຈັດຂຶ້ນໃນອາທິດທີ່ຜ່ານມາ ຜ່ານລະບົບ ທາງໄກ ເພື່ອປຶກສາຫາລືບັນຫາ ການກະກຽມການນຳເຂົ້າ ຜູ້ອອກແຮງງານລາວ ເຮັດວຽກຢູ່ປະເທດໄທ ແລະ ເພື່ອເປັນການທົບທວນຄືນ ບາງເງື່ອນໄຂ ໃນການເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໄລຍະຜ່ານມາ ແລະ ການປັບປຸງຂໍ້ຕົກລົງວ່າດ້ວຍ ການຈ້າງແຮງງານລາວ-ໄທ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານແຫ່ງ ຣາຊອານາຈັກໄທ, ໂດຍອີງຕາມບົດບັນທຶກກອງ ປະຊຸມວິຊາການລາວ-ໄທ ຄັ້ງວັນທີ 4-6 ມິຖຸນາ 2019 ຜ່ານມາ ແນໃສ່ໃຫ້ສອດຄ່ອງກັບ ສະຖານະການທີ່ເປັນຢູ່ປັດຈຸບັນ, ໃນສະພາບທີ່ຍັງມີການລະບາດ ຂອງພະຍາດໂຄວິດ-19.

ສຳລັບການອະນຸຍາດ ໃຫ້ມີການຈ້າງງານ ໃນໄລຍະສັ້ນຕໍ່າກວ່າ 2 ປີ ສະເໜີ ໃຫ້ພິຈາລະນາເລື່ອນໄປກ່ອນ ໂດຍບໍ່ກຳນົດເຂົ້າໃນ ການປັບປຸງຂໍ້ຕົກລົງ ໃນຄັ້ງນີ້, ເນື່ອງຈາກວ່າ ການອະນຸຍາດຈ້າງງານໄລຍະສັ້ນ ອາດຈະສົ່ງຜົນຕໍ່ການຈັດສົ່ງໃນລະບົບ ເພາະຜູ້ອອກແຮງງານ ຈະຫັນໄປນຳໃຊ້ລະບົບ ດັ່ງກ່າວນີ້ຫລາຍຂຶ້ນ, ເຊິ່ງຈະສ້າງຄວາມຫຍຸ້ງຍາກ ໃຫ້ປະເທດສົ່ງໃນການຕິດຕາມ ແລະ ຄຸ້ມຄອງແຮງງານ. ສ່ວນການກວດປະຫວັດ ອາດສະຍາກຳກ່ອນ ການຈັດສົ່ງ ສະເໜີໃຫ້ຝ່າຍໄທ ພິຈາລະນາຄືນໃໝ່ ເນື່ອງຈາກເປັນການເພີ່ມຂັ້ນຕອນ ແລະ ຄ່າໃຊ້ຈ່າຍໃຫ້ຜູ້ອອກແຮງງານ ເພາະໃນໄລຍະການລະບາດ ຂອງພະຍາດໂຄວິດ-19 ຜູ້ອອກແຮງງານຕ້ອງໄດ້ ປະກອບເອກະສານອື່ນໆ ອີກ ໂດຍສະເພາະ ໃບຢັ້ງ ຢືນໂຄວິດ-19 ກ່ອນການຈັດສົ່ງ, ລວມທັງກຸ່ມຜູ້ ອອກແຮງງານລາວ ທີ່ຄ້າງຢູ່ໄທ ທັງສາມກຸ່ມທີ່ທາງການໄທໄດ້ຂຶ້ນທະບຽນ ໃຫ້ຝ່າຍລາວອະນຸມັດບັນຊີລາຍຊື່ ແລະ ໃບອະນຸຍາດຈັດສົ່ງ ຈາກກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກ່ອນທາງການໄທ ຈະອອກໃບອະນຸຍາດເຮັດວຽກ ໂດຍນາຍຈ້າງ ຫລື ຕົວແທນຂອງນາຍຈ້າງ ເພື່ອດຳເນີນການປະກອບ ເອກະສານ ອະນຸຍາດບັນຊີລາຍຊື່ ແລະ ໃບອະນຸຍາດຈັດສົ່ງຈາກຝ່າຍລາວ ເພື່ອຊ່ວຍໃຫ້ຝ່າຍລາວ ສາມາດເກັບກໍາຈຳນວນ ຜູ້ອອກແຮງງານ,ຕິດຕາມ, ຄຸ້ມຄອງ ແລະ ໃຫ້ການຊ່ວຍເຫລືອເຂົາເຈົ້າ ໃນກໍລະນີຕ່າງ.

ນອກຈາກນີ້, ສປປ ລາວ ຍັງໄດ້ສະເໜີໃຫ້ຝ່າຍໄທ ດຳເນີນມາດຕະການ ຢ່າງເດັດຂາດກັບນາຍຈ້າງ ທີ່ຍັງນຳໃຊ້ແຮງງານ ແບບບໍ່ຖືກຕ້ອງຕາມກົດໝາຍ ເຊິ່ງຈະເປັນກົນໄກໜຶ່ງ ໃນການຊ່ວຍຫລຸດຜ່ອນຈຳນວນ ຜູ້ອອກແຮງງານລາວ ທີ່ລັກລອບໄປເຮັດວຽກຢູ່ປະເທດໄທ ແບບຜິດກົດໝາຍ ໃນປັດຈຸບັນກໍ່ເປັນ ປະກົດການ ທີ່ມີນາຍໜ້າເຖື່ອນ ເຄື່ອນໄຫວເອົາແຮງງານລາວ ໄປເຮັດວຽກຢູ່ປະເທດໄທ ເນື່ອງຈາກນາຍຈ້າງໄທ ຍັງສືບຕໍ່ຈ້າງແຮງງານ ທີ່ຜິດກົດໝາຍຢູ່ ໂດຍການລັກລອບ ໄປເຮັດວຽກຢູ່ປະເທດໄທ ເຮັດໃຫ້ຜູ້ອອກແຮງງານ ຕ້ອງໄດ້ເສຍຄ່າໃຊ້ຈ່າຍ ຫລາຍກວ່າປົກກະຕິ ແລະ ຍັງມີຄວາມສ່ຽງຕໍ່ກັບ ການຖືກຫລອກລວງ ແລະ ຕົກເປັນເຫຍື່ອຂອງ ການຄ້າມະນຸດ.

ແຫຼ່ງຂ່າວ: ຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...