Homeຂ່າວຕ່າງປະເທດອຍ.ອາເມລິກາ ເປີດເຜີຍ ການກວດຫາເຊື້ອແບບ ATK ຈະມີໂອກາດສະແດງຜົນລົບສໍາລັບສາຍພັນ Omicron ອຍ.ອາເມລິກາ ເປີດເຜີຍ ການກວດຫາເຊື້ອແບບ ATK ຈະມີໂອກາດສະແດງຜົນລົບສໍາລັບສາຍພັນ Omicron ຂ່າວຕ່າງປະເທດ Published on 30/12/2021 By Tina FacebookXPinterestWhatsApp 1383 ວັນທີ 29 ທັນວາ 2021 ສໍານັກຂ່າວ posttoday ລາຍງານວ່າ ສໍານັກງານອາຫານ ແລະ ຢາ ຢູ່ທີ່ອາເມລິກາ (FDA) ກ່າວວ່າ ຜົນການກວດຫາເຊື້ອແບບ ATK ທີ່ໃຊ້ກັນທົ່ວໄປທັງໃນລາວ ແລະ ຕ່າງປະເທດ ໃນບາງຍີ່ຫໍ້ແມ່ນມີຄວາມບອກຜົນທີ່ຊັດເຈນໄດ້ໜ້ອຍໃນການກວດຫາເຊື້ອສາຍພັນໂອມີຄອນ Omicron FDA ວິໄຈປະສິດທິພາບຂອງຊຸດກວດ ATK ຮ່ວມກັບສະຖາບັນສຸຂະພາບແຫ່ງຊາດ ໂດຍໃຊ້ຕົວຢ່າງຈາກຜູ້ຕິດເຊື້ອທີ່ໄດ້ຮັບການຢືນຢັນແລ້ວວ່າຕິດເຊື້ອສາຍພັນໂອມີຄອນ ແລະ ພົບວ່າຊຸດກວດແບບ ATK ຍັງຄົງກວດເຫັນເຊື້ອໂອມີຄອນໄດ້ ແຕ່ຄວາມໄວໃນການກວດເຊື້ອຫຼຸດລົງ ເຊິ່ງໝາຍຄວາມວ່າມັນອາດຈະສາມາດເຮັດໃຫ້ຜົນກວດເປັນລົບໄດ້ ຫຼື ທີ່ເອີ້ນວ່າ false negative. ຢ່າງໃດກໍດີ, FDA ຍັງຄົງແນະນໍາໃຫ້ໃຊ້ຊຸດກວດແບບ ATK ຕໍ່ໄປໂດຍໃຫ້ປະຕິບັດຕາມຄໍາແນະນໍາທີ່ລະບຸໄວ້ໃນກ່ອງ ແລະ ຍັງບອອກອີກວ່າ ໂດຍທົ່ວໄປແລ້ວຊຸດກວດແບບ ATK ມີຄວາມໄວໜ້ອຍກວ່າທີ່ຈະພົບເຊື້ອໃນຊ່ວງທໍາອິດ ເມື່ອທຽບກັບການກວດແບບ PCR ທີ່ກວດໃນຫ້ອງປະຕິບັດການ FDA ລະບຸວ່າ ຫາກມີຜົນກວດແບບ ATK ເປັນລົບ ແຕ່ສົງໄສວ່າຕົນເອງອາດຕິດເຊື້ອ ໂຄວິດ-19 ຫຼື ຢູ່ໃນກຸ່ທສ່ຽງເຊັ່ນ ມີອາການທີ່ຄ້າຍຄື ຫຼື ໄປສໍາພັດໃກ້ຊິດກັບຜູ້ຕິດເຊື້ອ ແມ່ນແນະນໍາໃຫ້ໄປກວດແບບ PCR ເຊິ່ງມີມາດຕະຖານທີ່ສູງກວ່າ. TagsatkOmicron ບົດຄວາມຫຼ້າສຸດ ຂ່າວພາຍໃນ ປະເທດລາວ ຈີນ ຍີ່ປຸ່ນ ແລະ ສ.ເກົາຫຼີ ເພີ່ມທະວີການຮ່ວມມື ການຕ້ານອາຊະຍາກໍາຂ້າມຊາດ ພ້ອມຟື້ນຟູໄພພິບັດ ແລະ ພັດທະນາຊັບພະຍາກອນມະນຸດ. ໃນວັນທີ 23 ກໍລະກົດ 2026 ທີ່ ມະນີລາ, ຟີລິບປິນ, ທ່ານ ທອງສະຫວັນ ພົມວິຫານ, ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ແທນລາວ... 24/07/2026 ຂ່າວພາຍໃນ ປະເທດລາວ ຈີນ ຍີ່ປຸ່ນ ແລະ ສ.ເກົາຫຼີ ເພີ່ມທະວີການຮ່ວມມື ການຕ້ານອາຊະຍາກໍາຂ້າມຊາດ ພ້ອມຟື້ນຟູໄພພິບັດ ແລະ ພັດທະນາຊັບພະຍາກອນມະນຸດ. ໃນວັນທີ 23 ກໍລະກົດ 2026 ທີ່ ມະນີລາ, ຟີລິບປິນ, ທ່ານ ທອງສະຫວັນ ພົມວິຫານ, ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ແທນລາວ... 24/07/2026 ຂ່າວພາຍໃນ ລາວ-ຣັດເຊຍ ສືບຕໍ່ຮ່ວມື ໃຫ້ປະກົດຜົນເປັນຮູບປະທຳຍິ່ງຂຶ້ນ ເປັນຕົ້ນແມ່ນ ດ້ານເສດຖະກິດ-ການຄ້າ. ໃນວັນທີ 21 ກໍລະກົດ2026, ໃນໂອກາດເຂົ້າຮ່ວມກອງປະຊຸມ ລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 59 ແລະ ບັນດາກອງປະຊຸມປີ່ນອ້ອມ ທີ່ ນະຄອນຫຼວງມະນິລາ, ສາທາລະນະລັດ ຟິລິບປິນ, ທ່ານ... 23/07/2026 ສຸຂະພາບ ແລະ ສີ່ງແວດລ້ອມ ສະກຸດຊີ່ທີ່ບໍ່ໄດ້ມາດຕະຖານ ສ່ຽງເປັນອັນຕະລາຍຕໍ່ສຸຂະພາບໄດ້ ສະກຸດຊີ່ (Squishy) ແມ່ນເຄື່ອງຫຼິ້ນທີ່ມີສຳຜັດນຸ້ມ ເຮັດມາຈາກໂຟມໂພລີຍູຣີເທນ (Polyurethane) ມີຄຸນສົມບັດພິເສດຄືເມື່ອບີບແລ້ວ ຈະຄ່ອຍໆຄືນຮູບກັບມາຢ່າງຊ້າໆ. ໂດຍສະກຸດຊີ່ສ່ວນຫຼາຍຈະມີຮູບຮ່າງຮຽນແບບເຂົ້າໜົມ ຫຼື ໝາກໄມ້ ແລະ ມີກິ່ນຫອມ ເຊິ່ງກຳລັງເປັນເຄື່ອງຫຼິ້ນທີ່ໄດ້ຮັບຄວາມນິຍົມໃນຊ່ວງນີ້. ພ້ອມດຽວກັນນັ້ນ, ກໍໄດ້ມີຜູ້ປົກຄອງອອກມາເວົ້າກ່ຽວກັບ... 22/07/2026