spot_img
Homeຂ່າວຕ່າງປະເທດອາເມລິກາ ເລີ່ມແລ້ວ ຫຼຸດຜ່ອນໄລຍະເວລາກັກໂຕສໍາລັບຜູ້ຕິດເຊື້ອໂຄວິດ-19 ທີ່ບໍ່ສະແດງອາການ ເຫຼືອ 5 ມື້

ອາເມລິກາ ເລີ່ມແລ້ວ ຫຼຸດຜ່ອນໄລຍະເວລາກັກໂຕສໍາລັບຜູ້ຕິດເຊື້ອໂຄວິດ-19 ທີ່ບໍ່ສະແດງອາການ ເຫຼືອ 5 ມື້

Published on

ວັນທີ 28 ທັນວາ 2021 ສໍານັກຂ່າວ nbcnews ແລະ BBC ໄດ້ລາຍງານວ່າ ວັນທີ 27 ທັນວາ ທີ່ຜ່ານມາ ສູນຄວບຄຸມພະຍາດຕິດຕໍ່ຢູ່ອາເມລິກາ (CDC) ອອກມາຖະແຫຼງການແຈ້ງຂໍ້ແນະນໍາໃໝ່ ໂດຍຈະຫຼຸດຜ່ອນໄລຍະເວລາການກັກໂຕຂອງຜູ້ຕິດເຊື້ອໂຄວິດ-19 ທີ່ບໍ່ສະແດງອາການຈາກ 10 ມື້ເຫຼືອພຽງແຕ່ 5 ມື້, ຫຼັງຈາກນັ້ນ ຈະຕ້ອງສວມໃສ່ໜ້າກາກອະນາໄມຂະນະທີ່ຢູ່ບ່ອນມີຄົນຫຼາຍ.

ສາເຫດທີ່ CDC ປ່ຽນຂໍ້ແນະນໍາໃໝ່ກ່ຽວກັບໄລຍະເວລາການກັກກັກຜູ້ຕິດເຊື້ອ ໂຄວິດ-19 ລົງເຄິ່ງໜຶ່ງ ຫຼັງຈາກມີຫຼັກຖານບົ່ງບອກວ່າ ເຊື້ອໂຄວິດ-19 ຈະແຜ່ກະຈາຍໄປສູ່ຜູ້ອື່ນໄດ້ສູງສຸດໃນໄລຍະ 2-3 ມື້ທໍາອິດ ຫຼັງຈາກມີອາການ

ດັ່ງນັ້ນ, ຜູ້ທີ່ໄດ້ຮັບການກວດພົບເຊື້ອໂຄວິດ-19 ຄວນກັກໂຕຕົນເອງເປັນໄລຍະເວລາ 5 ມື້ ແລະ ຫາກໃນຊ່ວງທີ່ກັກໂຕນີ້ບໍ່ມີອາການໃດໆເກີດຂຶ້ນ ບຸກຄົນນັ້ນອາດຈະບໍ່ຕ້ອງກັກໂຕ ແຕ່ຕ້ອງປະຕິບັດຢ່າງເຂັ້ມງວດໃນການສວມໃສ່ໜ້າກາກອະນາໄມຕໍ່ອີກເປັນໄລຍະເວລາ 5 ມື້ ເປັນຢ່າງຕໍ່າ ເພື່ອເປັນການຫຼຸດຄວາມສ່ຽງທີ່ຈະແຜ່ກະຈາຍເຊື້ອໄປຍັງບຸກຄົນອື່ນໆ.

ນອກຈາກນັ້ນ CDC ຍັງອອກຂໍ້ແນະນໍາກ່ຽວກັບປະຊາຊົນທີ່ຍັງບໍ່ໄດ້ໄປສັກວັກຊີນ ຫຼື ສັກວັກຊີນ mRNA ຈໍານວນ 2 ເຂັມ ມາດົນກວ່າ 6 ເດືອນ ແລະ ຍັງບໍ່ໄດ້ຮັບການສັກວັກຊີນບູສເຕີເຂັມທີ 3 ຫາກຕິດໂຄວິດ-19 ແຕ່ບໍ່ສະແດງອາການ ກໍຄວນກັກໂຕເປັນເວລາ 5 ມື້ ຈາກນັ້ນ, ຄວນສວມໃສ່ໜ້າກາກອະນາໄມເປັນເວລາອີກ 5 ມື້ເຊັ່ນດຽວກັນ

ບົດຄວາມຫຼ້າສຸດ

ພໍ່ເດັກອາຍຸ 14 ທີ່ກໍ່ເຫດກາດຍິງໃນໂຮງຮຽນ ທີ່ລັດຈໍເຈຍຖືກເຈົ້າໜ້າທີ່ຈັບເນື່ອງຈາກຊື້ປືນໃຫ້ລູກ

ອີງຕາມສຳນັກຂ່າວ TNN ລາຍງານໃນວັນທີ 6 ກັນຍາ 2024, ເຈົ້າໜ້າທີ່ຕຳຫຼວດຈັບພໍ່ຂອງເດັກຊາຍອາຍຸ 14 ປີ ທີ່ກໍ່ເຫດການຍິງໃນໂຮງຮຽນທີ່ລັດຈໍເຈຍ ຫຼັງພົບວ່າປືນທີ່ໃຊ້ກໍ່ເຫດເປັນຂອງຂວັນວັນຄິດສະມາສທີ່ພໍ່ຊື້ໃຫ້ເມື່ອປີທີ່ແລ້ວ ແລະ ອີກໜຶ່ງສາເຫດອາດເປັນເພາະບັນຫາຄອບຄົບທີ່ເປັນຕົ້ນຕໍໃນການກໍ່ຄວາມຮຸນແຮງໃນຄັ້ງນີ້ິ. ເຈົ້າໜ້າທີ່ຕຳຫຼວດທ້ອງຖິ່ນໄດ້ຖະແຫຼງວ່າ: ໄດ້ຈັບຕົວ...

ປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບວ່າທີ່ ປະທານາທິບໍດີ ສ ອິນໂດເນເຊຍ ຄົນໃໝ່

ໃນຕອນເຊົ້າວັນທີ 6 ກັນຍາ 2024, ທີ່ສະພາແຫ່ງຊາດ ແຫ່ງ ສປປ ລາວ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ...

ແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປກຊ-ປກສ ແຂວງບໍ່ແກ້ວ

ວັນທີ 5 ກັນຍາ 2024 ແຂວງບໍ່ແກ້ວ ໄດ້ຈັດພິທີປະກາດແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງບໍ່ແກ້ວ ໂດຍການເຂົ້າຮ່ວມເປັນປະທານຂອງ ພົນເອກ...

ສະຫຼົດ! ເດັກຊາຍຊາວຈໍເຈຍກາດຍິງໃນໂຮງຮຽນ ເຮັດໃຫ້ມີຄົນເສຍຊີວິດ 4 ຄົນ ແລະ ບາດເຈັບ 9 ຄົນ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 5 ກັນຍາ 2024 ຜ່ານມາ, ເກີດເຫດການສະຫຼົດຂຶ້ນເມື່ອເດັກຊາຍອາຍຸ 14 ປີກາດຍິງທີ່ໂຮງຮຽນມັດທະຍົມປາຍ ອາປາລາຊີ ໃນເມືອງວິນເດີ ລັດຈໍເຈຍ ໃນວັນພຸດ ທີ 4...