spot_img
Homeຂ່າວຕ່າງປະເທດຝຣັ່ງເພີ່ມເງິນເດືອນໃຫ້ບັນດາແພດໝໍ ເລີ່ມເດືອນມັງກອນປີ 2022 ເປັນຕົ້ນໄປ

ຝຣັ່ງເພີ່ມເງິນເດືອນໃຫ້ບັນດາແພດໝໍ ເລີ່ມເດືອນມັງກອນປີ 2022 ເປັນຕົ້ນໄປ

Published on

ວັນທີ 28 ທັນວາ 2021 ສໍານັກຂ່າວ france24 ໄດ້ລາຍງານວ່າ ລັດຖະບານຝຣັ່ງໄດ້ເພີ່ມເງິນເດືອນໃຫ້ກັບບັນດາແພດໝໍທົ່ວປະເທດ ເລີ່ມຕັ້ງແຕ່ເດືອນມັງກອນ ປີ 2022 ເປັນຕົ້ນໄປ ເພື່ອເປັນການສະແດງຄວາມຂອບໃຈ ແລະ ຕອບແທນແພດໝໍທຸກຄົນທີ່ຕ້ອງພົບກັບສະຖານະການທີ່ຍາກລໍາບາກໃນຊ່ວງໂຄວິດ-19.

ນາຍົກລັດຖະມົນຕີຝຣັ່ງ Jean Castex ໄດ້ປະກາດວ່າທາງລັດຖະບານຈະເພີ່ມເງິນເດືອນ 100 ຢູໂຣ ຫຼື ປະມານ 1,330,000 ກີບ ໃຫ້ກັບແພດໝໍພະແນກຜູ້ປ່ວຍສຸກເສີນທຸກຄົນ ເປັນຄ່າຊົດເຊີຍທີ່ພວກເຂົາໄດ້ເຮັດວຽກໜັກ ແລະ ຕົກຢູ່ໃນສະຖານະການທີ່ມີຄວາມສ່ຽງໃນຊ່ວງການແຜ່ລະບາດຂອງພະຍາດໂຄວິດ-19.

ຢ່າງໃດກໍດີ, Oliver ນາຍົກລັດຖະມົນຕີກະຊວງສາທາລະນະສຸກໄດ້ອອກມາບອກວ່າ ພວກເຂົາຈໍາເປັນຕ້ອງເພີ່ມເງິນເດືອນໃຫ້ກັບບັນດາແພດໝໍເພື່ອປ້ອງກັນການຂາດແຄນບຸກຄະລາກອນທາງດ້ານການແພດ ເນື່ອງຈາກມີການແຜ່ກະຈາຍຢ່າງໄວວາຂອງເຊື້ອໂຄວິດ-19 ສາຍພັນໂອມີຄອນ ເປັນສາເຫດທີ່ເຮັດໃຫ້ປະເທດຝຣັ່ງມີຜູ້ຕິດເຊື້ອເພີ່ມຂຶ້ນເຖິງຫຼັກແສນຄົນໃນຊ່ວງອາທິດທີ່ຜ່ານມາ.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...