spot_img
Homeຂ່າວຕ່າງປະເທດໂຮງໝໍແຈ້ງຜົນກວດຜິດຈາກຄົນທີ່ຕິດໂຄວິດ-19 ກາຍເປັນບໍ່ຕິດໂຄວິດ ຈໍານວນ 400 ຄົນ

ໂຮງໝໍແຈ້ງຜົນກວດຜິດຈາກຄົນທີ່ຕິດໂຄວິດ-19 ກາຍເປັນບໍ່ຕິດໂຄວິດ ຈໍານວນ 400 ຄົນ

Published on

ເວັບໄຊ້ຂ່າວຕ່າງປະເທດ ໄດ້ລາຍງານວ່າ: ໃນວັນທີ 26 ທັນວາ 2021 ຜູ້ອໍານວຍການຝ່າຍພະຍາດວິທະຍາຂອງໂຮງໝໍເຊນ ວິນເຊນ ໃນນະຄອນ ຊິດນີ ຂອງປະເທດອົດສະຕຣາລີ ໄດ້ອອກມາຖະແຫຼງຄໍາຂໍໂທດຕໍ່ກັບປະຊາຊົນ 400 ຄົນທີ່ເຂົ້າມາກວດຫາເຊື້ອໂຄວິດ-19 ເນື່ອງຈາກໂຮງໝໍໄດ້ແຈ້ງຜົນກວດຜິດ ເຊິ່ງຄວາມຈິງແລ້ວຜູ້ທີ່ເຂົ້າມາກວດ 400 ຄົນນັ້ນແມ່ນຕິດເຊື້ອໂຄວິດ-19 ແຕ່ທາງໂຮງໝໍໄດ້ແຈ້ງຜິດວ່າບໍ່ໄດ້ຕິດເຊື້ອ.

ຕອນນີ້ທາງໂຮງໝໍໄດ້ກະກຽມທີມເພື່ອຮັບມືກັບສະຖານະການສຸກເສີນເພື່ອສືບສວນກ່ຽວກັບຄວາມຜິດພາດທີ່ເກີດຂຶ້ນ ໂດຍເບື້ອງຕົ້ນເຊື່ອວ່າເປັນຄວາມຜິດຈາກການເຮັດວຽກຂອງພະນັກງານ. ເນື່ອງຈາກໃນອາທິດທີ່ຜ່ານມາເປັນຊ່ວງທີ່ປະຊາຊົນເຂົ້າຮັບການກວດໂຄວິດ-19 ເປັນຈໍານວນຫຼາຍ ພ້ອມກັນນີ້ທາງໂຮງໝໍໄດ້ມີການຕິດຕໍ່ຫາຜູ້ຕິດເຊື້ອເພາະມີໂອກາດສູງທີ່ຄົນກຸ່ມນີ້ຈະແຜ່ເຊື້ອໃຫ້ກັບຄອບຄົວໃນຊ່ວງການສະຫຼອງເທດສະການຄຣິດສະມາສ.

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...